ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດປະເທດ ຍ້ອນໂຄວິດ-19 ເຮັດໃຫ້ຊາວກະສິກອນ ມີລາຍຮັບທີ່ດີຂຶ້ນ


ຕະຫຼາດແຫ່ງນຶ່ງ
ຕະຫຼາດແຫ່ງນຶ່ງ

ນັກທຸລະກິດຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ຜູ້ບໍ່ປະສົງອອກນາມໄດ້ເລົ່າສູ່ຟັງວ່າ “ໃນຊ່ວງທີ່ມີການປິດປະເທດ ຍ້ອນການລະບາດໜັກຂອງໂຄວິດ-19 ທັງ ຢູ່ພາຍໃນປະເທດ ແລະບັນດາປະເທດໃກ້ຄຽງ, ອາຫານການກິນ ທີ່ສ່ວນໃຫຍ່ແມ່ນນໍາເຂົ້າມາຈາກປະເທດເພື່ອນບ້ານກໍ່ໄດ້ຖືກຢຸດຕິຍ້ອນບັນຫາຂອງສະພາບ ໂຄວິດ, ດັ່ງນັ້ນ ປະຊາຊົນຢູ່ພາຍໃນປະເທດ ເລີຍຕ້ອງອາໄສເຄື່ອງບໍລິໂພກຢູ່ພາຍໃນປະເທດເອງ ອັນໄດ້ເຮັດໃຫ້ ບັນດາຊາວກະສິກອນພາຍໃນປະເທດ ມີລາຍຮັບທີ່ດີຂຶ້ນ, ປະຊາຊົນສ່ວນຫລາຍ ທີ່ມີເງື່ອນໄຂພຽງພໍ ຫັນມາໃສ່ໃຈ ໃນການເຮັດກະສິກໍາແບບຄົວເຮືອນ.” ເຊິ່ງເພິ່ນໄດ້ກ່າວເຖິງບາງຕອນ ສູ່ ວີໂອເອຟັງດັ່ງນີ້:

“ຕັ້ງແຕ່ປິດຊາຍແດນມາ ຕັ້ງແຕ່ສະຖານະການໂຄວິດມານີ້ ຊາວກະສິກອນກໍຫັນມາເຮັດກະສິກໍາເພີ້ມຂຶ້ນ, ເນື່ອງຈາກວ່າມີຄວາມຕ້ອງການໃນຊີວິດປະຈໍາວັນ ຄວາມຕ້ອງການເພີ້ມຂຶ້ນ ຊາວກະສິກອນກໍຕ້ອງຂະຫຍາຍ ແລະກໍເຮັດການກະເສດເພີ້ມຂຶ້ນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫລາດ, ແລະຫລາຍໆຄົນກໍຫັນມາຊື້ເຄື່ອງລາວ ແລະຜົນລະປູກຂອງຄົນລາວຫລາຍຂຶ້ນ.”

ບາງຄັ້ງ ສິ່ງຕ່າງໆທີ່ຫຍຸ້ງຍາກສັບສົນ ກໍ່ມາພ້ອມກັບສິ່ງທີ່ດີຢູ່, ເພາະສະຖານະການໃນປັດຈຸບັນ ເຮົາມັກຈະໄດ້ຍິນແຕ່ເລື້ອງທີ່ວ່າປິດເມືອງ ປິດບ້ານ ແລະປິດຂົງເຂດ, ໂດຍສະເພາະຢູ່ໃນປະເທດລາວ. ແຕ່ກ່ອນ ສິນຄ້າ ທີ່ຊາວກະສິກອນ ທໍາການຜະລິດກໍ່ມີຫລາຍ ພ້ອມສົ່ງຂາຍ ສູ່ຕະຫລາດພາຍໃນສະເໝີ, ແຕ່ບໍ່ສາ ມາດຂາຍໄດ້ໃນລາຄາທີ່ດີ ເນື່ອງຈາກມີການນໍາເຂົ້າສິນຄ້າດັ່ງກ່າວຈາກປະເທດເພື່ອນບ້ານເປັນຈໍານວນຫລາຍ ແລະອີກຢ່າງຜູ້ບໍລິໂພກສ່ວນໃຫຍ່ກໍນິຍົມສິນຄ້າປະເພດອາຫານການກິນ ທີ່ນໍາເຂົ້າຈາກປະເທດເພື່ອນບ້ານຫລາຍກວ່າ.

ແຕ່ແນວໃດກໍຕາມ ເມື່ອໄວໆມານີ້ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາ
ຫະກຳແລະການຄ້າ ກໍຖະແຫຼງວ່າ ລັດຖະບານລາວໄດ້ຮຽກຮ້ອງຂໍຄວາມຮ່ວມມືຈາກບັນດາວິສາຫະກິດການຄ້າ ໃນທົ່ວປະເທດ ໃຫ້ປະກອບສ່ວນເຂົ້າໃນມາດຕະການຮັບມືກັບການລະບາດຂອງໂຄວິດ-19 ດ້ວຍການຊ່ວຍຮັບປະກັນດ້ານສະບຽງອາຫານ ແລະເຄື່ອງອຸບປະໂພກບໍລິໂພກ ທີ່ຈຳເປັນໃນຊີວິດປະຈຳວັນສຳລັບປະຊາຊົນລາວ.

XS
SM
MD
LG