ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການກະກຽມ ມາຮ່ວມສະເຫລີມສະຫລອງບຸນ ຂ​ອບ​ຄຸນ​ພະ​ເຈົ້າ ກັບຄອບຄົວອີກຄັ້ງຫລັງຈາກຊ່ວງການລະບາດ ຂອງໂຄວິດ-19


ຮູບພາບຂອງຍານາງລິດນາລີ ພ້ອມດ້ວຍສາມີ ແລະລູກສາວທັງສອງ ໃນມື້ເຮັດບຸນ ຫາຍາພໍ່ເຖົ້າຂອງເພິ່ນ.
ຮູບພາບຂອງຍານາງລິດນາລີ ພ້ອມດ້ວຍສາມີ ແລະລູກສາວທັງສອງ ໃນມື້ເຮັດບຸນ ຫາຍາພໍ່ເຖົ້າຂອງເພິ່ນ.

ໃນປີທີ່ຜ່ານມາ ຍ້ອນສະພາບການຂອງໂຄວິດ-19 ລະບາດໜັກ, ຜູ້ຄົນສ່ວນຫລາຍໄດ້ຍຸຕິພົບປະໂອ້ລົມ ຫລືສັງສັນກັນ ບໍ່ວ່າຈະເປັນໝູ່ເພື່ອນ ຫລືກັບສະມາຊິກຄົນອື່ນໆພາຍໃນຄອບຄົວ. ຍານາງ ລິດນາລີ, ຜູ້ທີ່ອາໄສຢູ່ເມືອງ ວໍເກຊາ, ລັດວິສຄອນຊິນ ກ່າວໃຫ້ຟັງວ່າ: ຍ້ອນປີນີ້ທຸກໆຢ່າງເລີ້ມກັບມາສູ່ສະຖານະການປົກຕິ, ຫລາຍໆຄົນໄດ້ຮັບການສັກຢາວັກຊີນ, ຢາວັກຊີນສໍາລັບເດັກນ້ອຍອາຍຸ 5-11 ປີກໍໄດ້ຮັບການອະນຸມັດຈາກ FDA ເຊິ່ງລາວເອງກໍກະກຽມທີ່ຈະພາລູກສາວທັງສອງຂອງລາວໄປຮັບການສັກຢາ, ດັ່ງນັ້ນ ມັນຈຶ່ງເຮັດໃຫ້ລາວ ມີຄວາມສະບາຍໃຈຫລາຍຂຶ້ນ, ບໍ່ເປັນກັງວົນກັບບັນຫາຂອງພະຍາດໂຄວິດ-19 ຫລາຍເໝືອນດັ່ງຊ່ວງທໍາອິດ, ໂດຍຍານາງ ລິດນາລີ ໄດ້ກ່າວໃຫ້ທາງ VOA ຟັງດັ່ງນີ້:

“ຄືວ່າປີນີ້ສະຖານະການມັນກໍໄຄຂຶ້ນ ເພາະວ່າຫລາຍຄົນກໍໄດ້ສັກຢາວັກຊີນ ກໍອຸ່ນໃຈຂຶ້ນຄັນຊິໄປ ແຕັງສກິບວ໌ວິງ ປີນີ້ກໍ່ມີແຜນວ່າຊິໄປຫາເອື້ອຍ ຄອບຄົວມາລວມໂຕກັນ ພໍ້ກັນກັບເອື້ອຍ, ນ້າບ່າວ, ນ້າສາວ, ພໍ່ເຖົ້າ, ແມ່ເຖົ້າຢູ່ພຸ້ນ...ຍ້ອນໄດ້ສັກວັກຊີນ ກໍຄິດວ່າຢາກປອດໄພຂຶ້ນໜ້ອຍນຶ່ງ ກໍຊິໃຫ້ 100 ເປີເຊັນກະບໍ່ ກໍຕ້ອງປ້ອງກັນຢູ່ ຄັນເຈັບມາມັນກໍບໍ່ເຈັບແຮງ ບໍ່ເປັນແຮງ ກໍຄືດັ່ງທີ່ທຸກຄົນຮູ້ຫັ້ນລະ, ຄັນໃຫ້ລູກສັກ ກໍຍັງໃຫ້ລູກລະມັດລະວັງຄືເກົ່າຢູ່ເວລາອອກໄປນອກ.”

ອີງຕາມຂໍ້ມູນຈາກ CDC ປະຈໍາວັນທີ 5 ພະຈິກນີ້, ເດັກນ້ອຍອາຍຸ 5-11 ປີແມ່ນຈະໄດ້ຮັບວັກຊີນ ຟາຍເຊີ-ໄບໂອເອັນເທັກໂຄວິດ-19 ຕ່າງຈາກວັກຊີນສໍາລັບສໍັບຜູ້ໃຫຍ່ ແລະຜູ້ທີ່ມີອາຍຸ 12 ປີຂຶ້ນໄປ. ເດັກນ້ອຍອາຍຸ 5-11 ປີຈະຍັງຄົງຕ້ອງການຢາວັກຊີນ 2 ໂດສໃນໄລຍະຫ່າງກັນສາມອາທິດຈຶ່ງໄດ້ຮັບການພິຈາລະນາວ່າສັກວັກຊີນຄົບຖ້ວນ.

XS
SM
MD
LG