ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ການດໍາລົງຊີວິດປະຈໍາວັນ ໃນຊ່ວງໂຄວິດ-19 ຂອງປະຊາຊົນ ທີ່ອາໄສຢູ່ໃນປະເທດ ສວິດເຊີແລນ


ຮູບພາບຂອງຍານາງມາລາວັນ ຮຽງທອງພັນ ພ້ອມດ້ວຍຄອບຄົວ ໃນວັນພັກສຸດສັບປະດາຂອງເດືອນຕຸລາ, ປີ 2021.
ຮູບພາບຂອງຍານາງມາລາວັນ ຮຽງທອງພັນ ພ້ອມດ້ວຍຄອບຄົວ ໃນວັນພັກສຸດສັບປະດາຂອງເດືອນຕຸລາ, ປີ 2021.

ປະຊາຊົນຢູ່ສະວິດເຊີແລນ ໃຊ້ຊີວິດທີ່ໃກ້ກັບວ່າປົກກະຕິຖ້າຫາກເວົ້າເຖິງ ສະ ພາບທີ່ທົ່ວໂລກຍັງມີການລະບາດຂອງໂຄວິດ-19. ເຊິ່ງຍານາງມາລາວັນ ຮຽງທອງພັນ, ຜູ້ທີ່ອາໄສຢູ່ບ້ານປົງປັບ, ແຂວງ ໂວ, ປະເທດສະວິດເຊີແລນ ກ່າວວ່າ: ການໃຊ້ຊີວິດຂອງຍານາງ ແລະຄອບຄົວແມ່ນບໍ່ມີຄວາມກັງວົນຫຍັງເລີຍ ຖ້າສົມທຽບກັບການລະບາດໜັກຄັ້ງທໍາອິດ ໃນປີກາຍນີ້, ປັດຈຸບັນ ຜູ້ຄົນໄປມາປົກກະຕິ ບໍ່ໄດ້ມີການປິດເມືອງ ຫລືຂົງເຂດ, ສິ່ງທີ່ຕ້ອງປະຕິບັດກໍຄື ເຮັດຕາມຫລັກການປ້ອງກັນໂຄວິດເຊັ່ນວ່າ ການເວັ້ນໄລຍະຫ່າງ, ການໃສ່ໜ້າກາກຕາມສະຖານທີ່ສາທາລະນະ ຫລືຖ້າໃຜຫາກໄດ້ຮັບການສັກຢາຄົບຖ້ວນແລ້ວ ກໍບໍ່ໃສ່ໜ້າກາກກໍໄດ້ ຖ້າບໍ່ຕ້ອງການ. ນັກທ່ອງທ່ຽວຕ່າງປະເທດ ກໍເຂົ້າມາຄືເກົ່າ ພຽງແຕ່ເວລາທີ່ເຂົາເຈົ້າເຂົ້າມາ ມີໜັງສືຢັ້ງຢືນການຜ່ານສຸຂະພາບຈາກປະເທດຂອງພວກເຂົາເອງວ່າບໍ່ມີເຊື້ອໂຄວິດ-19. ເຊິ່ງຍານາງມາລາວັນ ໄດ້ກ່າວສູ່ຟັງວ່າ:

“ກໍ່ໃຊ້ຊີວິດຕາມປົກກະຕິ ນັກທ່ອງທ່ຽວກໍ່ເຂົ້າອອກຕາມປົກກະຕິ ບໍ່ໄດ້ມີອິຫຍັງຫລາຍ, ກໍ່ມີແຕ່ເວັ້ນໄລຍະຫ່າງ ແລ້ວກໍໃສ່ໜ້າກາກ. ມີແຕ່ເຂົ້າຮ້ານອາຫານ ຊັກວັກຊີນຄົບກໍ່ເຂົ້ານັ່ງກິນຢູ່ໃນໄດ້, ເຂົ້າສະຖານທີ່ທີ່ເຂົາກວດ ສະຖານທີ່ທີ່ສໍາຄັນ ໄປທໍາອິດເຮົາກໍ່ຕ້ອງຈະໃສ່ກ່ອນ ແຕ່ຖ້າເຂົາກວດແລ້ວວ່າ ເຮົາສັກຢາຄົບ ເຂົ້າໄປຂ້າງໃນແລ້ວກໍ່ບໍ່ຕ້ອງໃສ່ໜ້າກາກ. ລູກກໍໄປໂຮງຮຽນປົກກະຕິ, ໄປນັ່ງຮຽນເຕັມ ມີ 20 ຄົນ ກໍ່ຢູ່ໃນຫ້ອງກະຄື 20 ເລີຍ, 12 ປີລົງມາແມ່ນບໍ່ໄດ້ໃສ່ໜ້າກາກ, ພະຍາຍາມປັບໂຕເຂົ້າຫາມັນ ບໍ່ແມ່ນໃຫ້ມັນປັບໂຕເຂົ້າຫາເຮົາ ເພື່ອໃຫ້ດໍາລົງຊີວິດຈັງໃດໃຫ້ມັນລາບລື່ນ.”

ສະວິດເຊີແລນ ເປັນປະເທດແຫ່ງພູຜາ, ມີທະເລສາບທີ່ສວຍງາມ ເປັນເມືອງທີ່ຂຶ້ນຊື່ ທາງດ້ານສະຖານທີ່ທ່ອງທ່ຽວ ທາງປະຫວັດສາດ ແລະທໍາມະຊາດ ອີງຕາມສະຖິຂອງທະນາຄານໂລກ ໃນປີ 2020 ສະວິດເຊີແລນ ມີພົນລະເມືອງ 8,637,000 ຄົນ ແລະອ້ອມຮອບ ດ້ວຍປະເທດທີ່ມີຊື່ສຽງ ດ້ານການທ່ອງທ່ຽວລະດັບໂລກ ເຊັ່ນ ຝຣັ່ງ, ອີຕາລີ, ເຢຍຣະມັນ ແລະ ອອສເຕຣຍ ເຊິ່ງປະເທດຕ່າງໆເຫລົ່ານີ້ ກໍເຄີຍປະສົບກັບບັນຫາ ການຕິດເຊື້ອໂຄວິດ-19 ຢ່າງຮຸນແຮງ ແລະເສຍຊີວິດເປັນຈໍານວນຫລາຍ ໃນຊ່ວງການລະບາດໜັກ ໂດຍສະເພາະແມ່ນ ອີຕາລີ.

XS
SM
MD
LG