ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄິວບາ ເລີ້ມອອກມາດຕະການ ເຄັ່ງຄັດທີ່ສຸດ ເພື່ອຄວບຄຸມການລະບາດ ຂອງໄວຣັສໂຄໂຣນາ


ພວກນັກທ່ອງທ່ຽວພາກັນໃສ່ໜ້າກາກ ລໍຖ້າເຮືອບິນກັບຄືນບ້ານ ທີ່ສະໜາມບິນສາກົນ Jose Mati ປະເທດຄິວວບາ ວັນທີ 23 ມີນາ 2020.
ພວກນັກທ່ອງທ່ຽວພາກັນໃສ່ໜ້າກາກ ລໍຖ້າເຮືອບິນກັບຄືນບ້ານ ທີ່ສະໜາມບິນສາກົນ Jose Mati ປະເທດຄິວວບາ ວັນທີ 23 ມີນາ 2020.

ຄິວບາໄດ້ເລີ້ມເອົາມາດຕະການເກືອດຫ້າມທີ່ເຄັ່ງຄັດສຸດໃນວັນອັງຄານມື້ນີ້ ເພື່ອຢຸດ
ການແຜ່ລະບາດຂອງໄວຣັສໂຄໂຣນາໂດຍຫ້າມບໍ່ໃຫ້ປະຊາຊົນອອກໄປຈາກ ປະເທດ
ເກາະດອນດັ່ງກ່າວ ແລະກັກພວກນັກທ່ອງທ່ຽວຕ່າງປະເທດ ເພື່ອກວດໂຣກ.

ນາຍົກລັດຖະມົນຕີມານູຍແອລ ມາຣີໂນ ຖະແຫຼງໃນຄຳປາໄສທາງໂທລະພາບ ໃນວັນ
ຈັນວານນີ້ວ່າ ພວກນັກທ່ອງທ່ຽວກວ່າ 32 ພັນຄົນຈະຖືກກັກ ໃຫ້ຢູ່ໃນ ໂຮງແຮມຈົນກວ່າ
ວ່າເຂົາເຈົ້າຈະມີເຮືອບິນໆກັບຄືນປະເທດ.

ຄິວບາໄດ້ຄັດຄ້ານຕໍ່ການວາງມາດຕະການເກືອດຫ້າມ ເພາະວ່ານັກທ່ອງທ່ຽວ ແມ່ນເສັ້ນ
ເລືອດເສດຖະກິດຂອງປະເທດເກາະດອນແຫ່ງນີ້.

ໃນວັນຈັນວານນີ້ ພວກເຈົ້າໜ້າທີ່ຍັງໄດ້ປະກາດຈະປິດໂຮງຮຽນ ແລະມະຫາວິທະຍາໄລ
ຕ່າງໆ.

ລັດຖະມົນຕີກະຊວງສາທາລະນະສຸກຄິວບາ ໄດ້ຢືນຢັນໃນວັນຈັນວານນີ້ວ່າ ມີ 40 ກໍລະ
ນີຂອງການຕິດເຊື້ອໄວຣັສ ແລະພວກທ່ານໝໍກໍາລັງສັງເກດເບິ່ງຊາວ ຄິວບາອີກ 37 ພັນ
ຄົນ ທີ່ມີອາການຄ້າຍຄືກັນກັບໄວຣັສໂຄໂຣນາ.

ມາເຖິງປັດຈຸບັນນີ້ ຄິວບາໄດ້ຢືນຢັນວ່າ ມີຄົນເສຍຊີວິດຜູ້ນຶ່ງ ແລະນັ້ນແມ່ນ ນັກທ່ອງ
ທ່ຽວອີຕາລີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG