ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄວິດ-19 ມີຜົນກະທົບ ຕໍ່ບ່ອນຫຼິ້ນກາຊິໂນ ໃນສະຫະລັດ


ແມ່ຍິງຄົນນຶ່ງກຳລັງນັ່ງຫຼິ້ນ slot machine ທີ່ໃຊ້ເງິນຫລຽນປ່ອນ ຫຼິ້ນ ຢູ່ Golden Nugget casino ໃນເມືອງ Atlantic City ລັດນິວເຈີຊີ ວັນທີ 2 ກໍລະກົດ 2020.
ແມ່ຍິງຄົນນຶ່ງກຳລັງນັ່ງຫຼິ້ນ slot machine ທີ່ໃຊ້ເງິນຫລຽນປ່ອນ ຫຼິ້ນ ຢູ່ Golden Nugget casino ໃນເມືອງ Atlantic City ລັດນິວເຈີຊີ ວັນທີ 2 ກໍລະກົດ 2020.

ສະຫະລັດ ມີບ່ອນຫຼິ້ນກາຊີໂນຫຼາຍໆແຫ່ງໃນລັດຕ່າງໆ ເພື່ອເປັນການພັກຜ່ອນ ທີ່ຖືກ
ຕ້ອງຕາມກົດໝາຍ. ບ່ອນທີ່ມີຊື່ສຽງທີ່ສຸດ ກໍຄື ຢູ່ທີ່ ນະຄອນລາສເວກັສ ລັດເນວາດາ
ຕັ້ງຢູ່ທາງພາກຕາເວັນຕົກຂອງສະຫະລັດ. ຢູ່ສະຖານທີ່ແຫ່ງນີ້ ມີ ຄົນອາເມຣິກັນເຊື້ອ
ສາຍລາວຈຳນນວນນຶ່ງພາກັນເປັນເຮັດວຽກຢູ່ພະແນກຕ່າງໆ ຮວມທັງຄົນສາກໄພ້ ທີ່
ພາກັນຖືກຜົນກະທົບຈາກໂຄວິດ-19 ບໍ່ມີວຽກເຮັດມາໄດ້ ຊົ່ວໄລຍະນຶ່ງແລ້ວ. ນອກ
ຈາກນັ້ນ ກໍມີກາຊີໂນ ຢູ່ອີກຫຼາຍລັດ ເຊັ່ນວ່າຢູ່ໃນລັດ ແມຣີແລນ ຕິດກັບຊາຍແດນ
ນະຄອນຫຼວງວໍຊິງຕັນ ຮວມທັງທີ່ຕັ້ງຢູ່ National Harbor ຊຶ່ງເປັນບ່ອນທ່ອງທ່ຽວ
ແຫ່ງນຶ່ງ. ຢູ່ບ່ອນນີ້ເອງມີ ຄົນອາເມຣິກັນເຊື້ອ ສາຍລາວອີກຈຳນວນນຶ່ງເປັນພະນັກ
ງານສາກໄພ້ແລະເຮັດວຽກໃນໜ້າທີ່ຕ່າງໆ.

ທ່ານລີ ຈັນສີ ກໍແມ່ນຜູ້ນຶ່ງທີ່ເປັນຄົນສາກໄພ້ມາໄດ້ຫຼາຍປີແລ້ວ ຊຶ່ງທ່ານໄດ້ໂອ້ ລົມ
ກັບ ວີໂອເອວ່າ ການແຜ່ລະບາດໂຄວິດ-19 ໄດ້ເຮັດເກີດຜົນກະທົບຕໍ່ທຸລະກິດ
ແລະພວກລູກຄ້າທີ່ມາຫຼິ້ນ. ທ່ານລີ ໄດ້ກ່າວເຖິງສະພາບການສູ່ວີໂອເອຟັງ ດັ່ງນີ້:

ລິງໂດຍກົງ

ບັນດາພະນັກງານທຸກຄົນໄດ້ຮັບສິດພິເສດໃນການສັກຢາວັກຊີນປ້ອງກັນໂຄວິດ-19
ເພາະເປັນວຽກງານທີ່ຕ້ອງຢູ່ປະປົນ ແລະສ້າງຄວາມບັນເທີງ ໃຫ້ແກ່ສາທາ ລະນະຊົນ.
ທ່ານລີກ່າວວ່າ ກ່ອນທີ່ຈະໄດ້ມາເຮັດວຽກ ເປັນຄົນສາກໄພ້ຫຼິ້ນ ໃຫ້ ພວກລູກຄ້າຢູ່ກາ
ຊິໂນແຫ່ງນີ້ ທ່ານຕ້ອງໄດ້ຜ່ານການເຝິກອົບຮົມເປັນເວລາສາມ ເດືອນ ໂດຍໄດ້ຮັບໃບ
ປະກາດສະນີຍະບັດຢັ້ງຢືນ ຈຶ່ງໄດ້ຖືກຮັບເຂົ້າມາເປັນພະ ນັກງານເຮັດວຽກຢູ່ທີ່ນີ້.

XS
SM
MD
LG