ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພັນໂນລັກ ສົມຈິດ ຜູ້ຂາຍລົດ ຢູ່ບໍລິສັດ Lexus ໃນລັດຄາລິຟໍເນຍ ຍັງຫວ່າງງານ


ສາຂາ ບໍລິສັດຂາຍລົດ Lexus ແຫ່ງນຶ່ງ ຢູ່ເມືອງ Oxnard ລັດຄາລີຟໍເນຍ.
ສາຂາ ບໍລິສັດຂາຍລົດ Lexus ແຫ່ງນຶ່ງ ຢູ່ເມືອງ Oxnard ລັດຄາລີຟໍເນຍ.

ປັດຈຸບັນນີ້ ປະຊາຊົນອາເມຣິກັນ ຫຼາຍລ້ານຄົນ ຍັງປະເຊີນໜ້າກັບການຫວ່າງ ງານທີ່ເປັນຜົນກະທົບມາຈາກການລະບາດໂຄວິດ-19. ຈຳນວນນຶ່ງໄດ້ຮັບການ ຊ່ວຍເຫຼືອເງິນຫວ່າງງານ ແລະເງິນຊ່ວຍເຫຼືອຕ່າງໆຈາກ ລັດຖະບານໄປເປັນ ທີ່ຮຽບຮ້ອຍແລ້ວ. ແຕ່ວ່າອີກຈຳນວນນຶ່ງ ຍັງບໍ່ທັນໄດ້ຮັບ ການຊ່ວຍເຫືອໃດໆ ເຖິງແມ່ນວ່າ ໄດ້ປະກອບເອກກະສານ ຍື່ນໄປຕາມລະບຽບແລ້ວ ກໍຕາມ. ບັນ ດາບຸກຄົນເຫລົ່ານີ້ຕ້ອງໄດ້ຊ່ວຍຕົນເອງ ໂດຍການອາໄສເງິນ ຈາກສະມາຊິກ ຄອບຄົວ ແລະເອົາເງິນທີ່ທ້ອນຫອມໄວ້ນັ້ນອອກມາໃຊ້ຈ່າຍ ໃນຂະນະທີ່ລໍຖ້າ ການຊ່ວຍເຫຼືອມາເຖິງ.

ທ່ານພັນໂນລັກ ສົມຈິດ ຢູ່ເມືອງອັອກສນາດ (Oxnard) ລັດຄາລີຟໍເນຍ ທີ່ມີ ອາຊີບຂາຍລົດ ໃຫ້ແກ່ບໍລິສັດ Lexus of Thousand Oaks. ໃນຂັ້ນຕົ້ນ ທ່ານພັນໂນລັກ ໄດ້ຖືກສັ່ງໃຫ້ຢູ່ບ້ານ ແຕ່ຍັງໄດ້ຮັບເງິນເດືອນຢູ່. ຕໍ່ມາທາງບໍ ລິສັດໄດ້ບອກທ່ານວ່າ ບໍ່ມີວຽກໃຫ້ເຮັດອີກຕໍ່ໄປ ເນື່ອງຈາກທຸລະກິດບໍ່ກັບຄືນ ມາເປັນປົກກະຕິເໝືອນເດີມ ບໍ່ມີຄົນມາຊື້ລົດ ອັນເປັນຜົນກະທົບດ້ານເສດຖະ ກິດ ຈາກໂຄວິດ-19 ຊຶ່ງທ່ານພັນໂນລັກ ກ່າວຕໍ່ ວີໂອເອ ວ່າ:

ການລະບາດຂອງໂຄວິດ-19 ໄດ້ເປັນຈຸດຫັນປ່ຽນຊີວິດເຊັ່ນວ່າ ວຽກງານຫຼາຍ ຢ່າງອາດຈະບໍ່ກັບຄືນມາອີກ ບັນດາເຈົ້າຂອງຮ້ານຄ້າ ຮ້ານອາຫານແລະທຸລະ ກິດຕ່າງໆຈະຕ້ອງໄດ້ໃຊ້ເວລາເພື່ອຈະຟື້ນຕົວດ້ານການເງິນຄືນໃໝ່ອີກຫຼາຍປີ. ເພາະສະນັ້ນ ທ່ານພັນໂນລັກ ອາດຕ້ອງໄດ້ຊອກວຽກໃໝ່ ທີ່ອາດບໍ່ພົວພັນກັບ ວຽກທີ່ຕົນມີປະສົບການຜ່ານມາຫຼາຍປີແລ້ວນັ້ນ.

XS
SM
MD
LG