ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາວັກຊີນ ບູສເຕີ ກັນ COVID-19 ຊ່ວຍຜູ້ຊາຍ ລາວ ປ້ອງກັນອາການທີ່ຮ້າຍແຮງ


ແມ່ຍິງລາວຄົນນຶ່ງໃສ່ໜ້າກາກ ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການລະບາດຂອງ COVID-19.
ແມ່ຍິງລາວຄົນນຶ່ງໃສ່ໜ້າກາກ ທ່າມກາງຄວາມເປັນຫ່ວງ ກ່ຽວກັບ ການລະບາດຂອງ COVID-19.

ກໍລະນີ COVID-19 ໃນປະເທດ ລາວ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງວັນພະຫັດວານນີ້ໄດ້ມີຜູ້ຕິດເຊື້ອເພີ່ມອີກ 1,037 ຄົນ ແລະ ເສຍຊີວິດເພີ່ມອີກ 6 ຄົນ.

ທາງການ ລາວ ແມ່ນໄດ້ປຸກລະດົມໃຫ້ປະຊາຊົນໄປສັກຢາກັນ COVID-19 ຢູ່ຕາມສູນບໍລິການຕ່າງໆ ໂດຍສະເພາະແມ່ນຜູ້ສູງອາຍຸ ແລະ ມີພະຍາດປະຈຳໂຕ. ປັດຈຸບັນນີ້ ຄົນລາວໄດ້ສັກຢາວັກຊີນ ເຂັມທຳອິດແລ້ວ 60.72 ເປີເຊັນ ແລະ ໝົດປີນີ້ຈະມີຜູ້ສັກຢາຄົບເກືອບ 50 ເປີເຊັນອີງຕາມການກ່າວຂອງຄະນະ ສະເພາະກິດ ຄວບຄຸມ COVID-19 ຂອງ ລາວ.

ຢາວັກຊີນກັນ COVID-19 ແມ່ນມີປະສິດທິຜົນໃນການຫຼຸດຜ່ອນຄວາມຮຸນແຮງຂອງພະຍາດດັ່ງກ່າວ, ເຊິ່ງຄົນລາວທ່ານນຶ່ງທີ່ໄດ້ຕິດເຊື້ອເມື່ອບໍ່ດົນມານີ້ໄດ້ກ່າວຕໍ່ພວກເຮົາວ່າ “ຂ້າພະເຈົ້າໄປກວດຜົນອອກມາເປັນບວກວັນພຸດເນາະ. ທັງກວດຢູ່ບ້ານ ແລະ ກວດຢູ່ໂຮງໝໍ. ເຄື່ອງກວດມັນສະແດງໃຫ້ເຫັນຂີດສີແດງທັງສອງ. ຂ້າພະເຈົ້າມີອາການໜ້ອຍນຶ່ງຄື ໄອແຫ້ງໆ ແລະ ຕັນດັງ. ອຸນຫະ ພູມຮ່າງກາຍກະ 37 ອົງສາ. ຫາກໍ່ໄປສັກສັກຢາເຂັມທີ 3 ຫວ່າງ 3 ອາທິດມານີ້ ແຕ່ກະຍັງຕິດຢູ່ເນາະ. ອາການຫາກບໍ່ແຮງ, ຄິດວ່າເຂັມບູສເຕີໄດ້ຊ່ອຍໃຫ້ອາການເບົາ. ຂ້າພະເຈົ້າສະບາຍ ດີ, ແຂງແຮງດີ. ຫວັງວ່າຊິເຊົາໄວໆນີ້.”

ໃນວັນພຸດທີ່ຜ່ານມາປະເທດ ລາວ ກໍໄດ້ຮັບຢາວັກຊີນປ້ອງກັນ COVID-19 ເພີ່ມເຕີມ 1,275,400 ໂດສ ຈາກໂຄງການ COVAX. ຢາທີ່ຖືກມອບໃຫ້ນັ້ນແມ່ນຢາວັກຊີນ Johnson & Johnson 763,200 ໂດສ ແລະ ຢາ AstraZeneca 512,200 ໂດສ.

XS
SM
MD
LG