ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍາດໂຄວິດ ແລະວຽກງານທີ່ເປັນພື້ນຖານ ຄວາມສໍາຄັນຂອງຄອບຄົວ


ຮູບພາບຂອງທ່ານວັດທະນາ ອິນທິວົງ ຖ່າຍຢູ່ໃນບໍລິເວນທີ່ທ່ານກໍາລັງເຮັດວຽກ
ຮູບພາບຂອງທ່ານວັດທະນາ ອິນທິວົງ ຖ່າຍຢູ່ໃນບໍລິເວນທີ່ທ່ານກໍາລັງເຮັດວຽກ

ມີວຽກເຮັດງານທໍາ ແມ່ນປັດໄຈສໍາຄັນ ທີ່ເຮົາດໍາລົງຢູ່ໄດ້ໃນປັດຈຸບັນ, ຍິ່ງຖ້າວຽກ ງານນັ້ນ ຕ້ອງການໃຫ້ເຮົາດໍາເນີນການ ໄປຕາມນະໂຍບາຍຂອງໜ້າວຽກແລ້ວ ເຮົາຍິ່ງປະຕິເສດບໍ່ໄດ້. ດັ່ງທີ່ເຮົາຈະນໍາເອົາເລື່ອງຂອງທ່ານວັດທະນາ ອິນທິວົງ, ຜູ້ທີ່ອາໄສຢູ່ໃນເມືອງເຄລຍວໍເຕີ (Clear water) ລັດຟລໍຣິດາ ມາເລົ່າເຖິງວຽກງານອາຊີບ ທີ່ຈະຕ້ອງໄດ້ເດີນທາງໄປຕ່າງລັດ ຕ່າງເມືອງຢູ່ເປັນປະຈໍາ ເຖິງແມ່ນວ່າທ່ານເອງຈະເປັນຫ່ວງທີ່ຕ້ອງຈາກຄອບຄົວ ແລະຍັງຄົງກັງວົນຢູ່ບາງຄັ້ງໃນບາງສະຖານທີ່ທີ່ທ່ານເດີນທາງໄປກໍ່ຕາມ...

“ເປັນ ໄຟຣທ໌ ຊີມູເລເຕີ ເທັກນິກຊຽນ ແລະໜ້າທີ່ກະປະກອບສາຍໄຟ ຢູ່ນໍາຍົນຂອງພວກນັກ ຮຽນຢູ່ໃນເນວີເບສ ເພາະວ່າໜ້າທີ່ການງານເອັສເຊັນໂຊລເວີກເກີ້ ທໍາງານເປັນຄອນເທລັກເຕີ້ໃຫ້ລັດຖະບານ ຄ້າຍທະຫານກໍ່ຈະຕ້ອງໄດ້ຝຶກຕະຫລອດ ແລະເຮົາຈະຕ້ອງໄດ້ເດີນທາງເພື່ອໄປປະກອບສາຍໄຟໃຫ້ຍົນ ໃຫ້ພວກນັກລົບເຂົາເຈົ້າຊ້ອມ ຝຶກກ່ອນໜ້າທີ່ເຂົາເຈົ້າຈະໄປບິນຍົນ, ຕະຫລອດໄດ້ປີເຄິ່ງລະ ເປັນແພັນດາມິກກໍ່ຕ້ອງໄດ້ໄປ. ເລື້ອງມັກມັນກໍ່ບໍ່ມັກປານໃດ ເພາະເຮົາມີລູກນ້ອຍ, ວຽກງານການເຂົາໃຫ້ຄວາມສະດວກ ເຂົາໃຫ້ເງິນເພີ່ມ ແລະເຮົາກະໄດ້ສ່ຽງໄປຫັ້ນລະ ຕາມໜ້າທີ່, ບໍ່ ປະຕິເສດບໍ່ໄດ້ ຖ້າເຮົາໄປບໍ່ໄດ້ເຮົາກະຕ້ອງຕຽມຊອກງານໃໝ່ຫັ້ນລະ...”

ມັນບໍ່ແມ່ນເລື່ອງງ່າຍເລີຍ ທີ່ເຮົາຈະຕັດສິນໃຈເດັດຂາດໄດ້ວ່າ ເຮົາຈະເຮັດອັນໃດແລະບໍ່ເຮັດອັນໃດ ເພາະສິ່ງສໍາຄັນທີ່ເຮົາຕ້ອງໄດ້ເລືອກກໍ່ຄື ເປົ້າໝາຍເພື່ອຄວາມຢູ່ລອດໃນຊີວິດຂອງຕົນເອງ ແລະທຸກໆຄົນໃນຄອບຄົວ ທີ່ຈະຕ້ອງເບິ່ງແຍງດູແລ.

XS
SM
MD
LG