ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາວັດລາວ ຢູ່ໃນສະຫະລັດ ໄດ້ຮັບຜົນກະທົບຈາກ ໂຄວິດ-19


ວັດລາວແຫ່ງນຶ່ງໃນສະຫະລັດ
ວັດລາວແຫ່ງນຶ່ງໃນສະຫະລັດ

ໃນສະຫະລັດອາເມຣິກາ ບ່ອນໃດເປັນທີ່ຕັ້ງສັງຄົມລາວ ບ່ອນນັ້ນມັກຈະມີວັດວາອາ
ຮາມຂອງສາດສະໜາພຸດ ເປັນສູນກາງສັງຄົມ ເປັນບ່ອນປະກອບພິທີທາງສາສະ
ໜາຕາມຮີດຄອງປະເພນີລາວ. ບາງວັດມີພະພິຂຸສົງນຶ່ງອົງ ແລະບາງວັດມີຫຼາຍອົງ. ວັດ
ເຫລົ່ານີ້ຕັ້ງຢູ່ແຫ່ງໃດແຫ່ງນຶຶ່ງ ທີ່ບໍ່ຄ່ອຍໃກ້ກັບບ້ານເຮືອນຂອງຊາວລາວອາເມຣິກັນ ທີ່
ຢູ່ແຈກຢາຍປະປົນ ກັບຊົນຊາດອື່ນໆ.

ນັບແຕ່ການລະບາດໂຄວິດ-19 ໃນໄລຍະສີ່ເດືອນທີ່ຜ່ານມາ ບັນດາພະພິຂຸສົງຢູ່ຕາມ
ວັດວາອາຮາມເຫລົ່ານີ້ ໄດ້ຮັບຜົນກະທົບໃນການປະກອບພິທີທາງສາສະໜາ ແລະ
ສະຫຼອງບຸນຕ່າງໆ ທີ່ບັນດາອອກຕົນຍາດໂຍມກໍບໍ່ສາມາດມາເຕົ້າໂຮມກັນໄດ້ຢ່າງ
ຫຼວງຫຼາຍຄືແຕ່ກ່ອນ. ເພາະສະນັ້ນພະພິຂຸສົງເຫລົ່ານີ້ ຕ້ອງໄດ້ຊ່ວຍຕົນເອງເທົ່າທີ່ຈະ
ເຮັດໄດ້ ບໍ່ວ່າດ້ານອາຫານການກິນ ແລະພິທີທາງສາສະໜາ ດັ່ງທີ່ທ່ານຈິມມີ ເຊີຣ
ສະມາຊິກສັງຄົມລາວຢູ່ທີ່ ເມືອງວໍລເດຣີນ ລັດອາ ແກນຊໍ ໄດ້ກ່າວຕໍ່ວີໂອເອ ດັ່ງນີ້:

ຕົກມາເຖິງປັດຈຸບັນນີ້ ລະບຽບການປະຈຳທ້ອງຖິ່ນ ຢູ່ຕາມລັດຕ່າງໆບ່ອນທີ່ມີວັດວາ
ອາຮາມຂອງປະຊາຄົມລາວອາເມຣິກັນຕັ້ງຢູ່ນັ້ນ ຕ້ອງໄດ້ພາກັນປະຕິບັດ ປັດຈຸບັນນີ້
ມີວັດຂອງປະຊາຄົມລາວອາເມຣິກັນທັງໝົດຢູ່ທົ່ວສະຫະລັດ ປະມານ 146 ວັດ. ຕາມ
ກົດລະບຽບການຂອງເຂດໃຜລາວ ເຊັ່ນວ່າ ໃສ່ໜ້າກາກປິດປາກ ບໍ່ໃຫ້ຢູ່ໃກ້ກັນເກີນ 6
ຟຸດ ແລະມີການເຕົ້າໂຮມກັນເກີນກຳໜົດທີ່ທາງການ ວາງໄວ້ ຊຶ່ງເລື້ອງນີ້ເປັນບັນຫາ
ໃຫຍ່ສຳລັບຊາວພຸດລາວອາເມຣິກັນ ອັນເປັນ ປະເພນີ ທີ່ມັກເຕົ້າໂຮມກັນຢ່າງໜາ
ແໜ້ນ ໃນເວລາເຮັດບຸນສິນກິນທານ.

ແຕ່ເຖິງຢ່າງໃດກໍດີ ບັນດາພະພິຂຸສົງທັງຫຼາຍເຫຼົ່ານີ້ ສາມາດຊ່ວຍຕົນເອງໄດ້ ໃນການ
ນໍາສົ່ງບໍລິຈາກອາຫານມາວາງໄວ້ໃຫ້ຢູ່ວັດ ແຕ່ບໍ່ມີພິທີ່່ທາງສາດສະໜາ ອັນເປັນຫລັກ
ການຄືແຕ່ກ່ອນ.

ນອກນັ້ນ ທ່ານ ຈີມ ເລົ່າສູຟັງອີກວ່າ ຢູໃນລັດອາແຄນຊໍນັ້ນ ມີຄົນລາວຕິດພະຍາດ
ໂຄວິດ-19 ຫລາຍ ທັງນີ້ ກະເພາະຫລາຍຄົນ ໃນປະຊາຄົມລາວ ຍັງບໍ່ປະຕິບັດຕາມ
ລະບຽບການໃຫ້ຢູ່ຫ່າງກັນ ຊຶ່ງໃນບາງຄຸ້ມຊາວລາວກໍຍັງຊຸມແຊວກັນຢູ່ເລື້ອຍມາ
ຕາມປົກກະຕິຢູ່ໂດຍບໍ່ໄດ້ຄໍານຶງເຖິງຄວາມສ່ຽງຂອງການຕິດພະຍາດນັ້ນ ມັນຈະຫຼາຍ
ເທົ່າໃດ.

XS
SM
MD
LG