ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຈິມມີ້ ປະທານ ເຈົ້າໜ້າທີ່ຄຸ້ມຄອງການປະເມີນຄວາມສ່ຽງ ຂອງບໍລິສັດ ວອລກຣີນສ໌ເຮັດວຽກຢູ່ບ້ານ ມາໄດ້ເກືອບປີນຶ່ງ


ທ່ານຈິມມີ້ ປະທານ ເຈົ້າໜ້າທີ່ຄຸ້ມຄອງການປະເມີນຄວາມສ່ຽງ ຂອງບໍລິສັດ ວອລກຣີນສ໌ ຢູ່ໃນເມືອງແອລຈິນ ລັດອີລລີນອຍ.
ທ່ານຈິມມີ້ ປະທານ ເຈົ້າໜ້າທີ່ຄຸ້ມຄອງການປະເມີນຄວາມສ່ຽງ ຂອງບໍລິສັດ ວອລກຣີນສ໌ ຢູ່ໃນເມືອງແອລຈິນ ລັດອີລລີນອຍ.

ທ່ານຈິມມີ້ ປະທານ ຄົນລາວ-ອາເມຣິກັນ ອາໄສຢູ່ໃນເມືອງແອລຈິນຂອງລັດອີລີນອຍ ທາງພາກກາງຕອນເໜືອຂອງສະຫະລັດ ມາໄດ້ຫຼາຍກວ່າ 30 ປີ. ໃນປັດຈຸບັນນີ້ ທ່ານໄດ້ເລີ້ມເຮັດວຽກເປັນເຈົ້າໜ້າທີ່ຄຸ້ມຄອງການປະເມີນຄວາມສ່ຽງທາງດ້ານການດຳເນີນທຸລະກິດ ການເງິນ ການລຳລຽງສິນຄ້າ ແລະດ້ານໄອທີ ມາແຕ່ປີ 2019 ຢູ່ທີ່ສຳນັກງານໃຫຍ່ ຂອງບໍລິສັດວອລກຣິນສ໌ (Walgreens) ໃນເມືອງແອລຈິນ ຊຶ່ງບໍລິສັດນີ້ມີ ຮ້ານຈຳໜ່າຍສິນຄ້າຍ່ອຍ ທີ່ເປັນຜະລິດຕະພັນເຄື່ອງໃຊ້ທົ່ວໄປ ຢູ່ໃນທົ່ວສະຫະລັດ. ຕົກມາທ້າຍເດືອນມີນາປີ 2020 ອີງຕາມຄຳຊີ້ນຳຂອງລັດຖະບານກາງສະຫະລັດໃນດ້ານການປ້ອງກັນການລະບາດຂອງໄວຣັສໂຄໂຣນາ ທາງບໍລິສັດວອລກຣິນສ໌ຈຶ່ງໄດ້ປິດສຳນັກງານໃຫຍ່ ແລ້ວໃຫ້ພະນັກງານເກືອບທັງໝົດ ເຮັດວຽກຢູ່ບ້ານ ດັ່ງທີ່ທ່ານຈິມມີ້ ໄດ້ກ່າວສູ່ວີໂອເອລາວຟັງວ່າ:

ວີໂອເອລາວຖາມທ່ານຈິມມີ້ ຕື່ມອີກວ່າ ມີພະນັກງານຂອງບໍລິສັດຖືກປົດອອກ ຫຼືຖືກໃຫ້ພັກການຍ້ອນການລະບາດຂອງໂຄວິດ-19 ຫຼືບໍ່ ທ່ານຈິມມີ້ ຕອບວ່າ:

ມາເຖິງປັດຈຸບັນນີ້ ທ່ານຈິມມີ້ ກໍຍັງເຮັດວຽກຢູ່ບ້ານຕາມປົກກະຕິ 8 ຊົ່ວໂມງຕໍ່ມື້ ເປັນເວລາ 5 ມື້ໃຫ້ໄດ້ຄົບ 40 ຊົ່ວໂມງ ແລະທ່ານກ່າວວ່າ ຫວັງວ່າຈະໄດ້ກັບຄືນເຂົ້າໄປເຮັດວຽກ ຢູ່ສຳນັກງານໃຫຍ່ຂອງບໍລິສັດ ໃນລະດູໃບໄມ້ຫລົ່ນປີ 2021 ນີ້.

XS
SM
MD
LG