ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈຳ​ນວນ​ຄົນ​ເສຍ​ຊີ​ວິດ ຍ້ອນ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ ຫຼື ໂຄວິດ-19 ຢູ່​ຈີນ ເພີ້ມ​ຂຶ້ນ​ເກືອບ​ຮອດ 1,900 ຄົນ​ແລ້ວ


ຍິງ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ປິດ​ປາກ​ໄວ້ໃນ​ຂະ​ນ​ທີ່​ຍ່າງ​ໄປ​ຕາມ​ຖະ​ໜົນ ສາຍ​ນຶ່ງ​ໃນ​ຮົງ​ກົງ ໃນ​ວັນ​ທີ 18 ກຸມ​ພາ 2020 ຍ້ອນ​ຢ້ານ​ຕິດ​ເຊື້ອງ​ໄວ​ຣັ​ສ COVID-19.
ຍິງ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ​ປິດ​ປາກ​ໄວ້ໃນ​ຂະ​ນ​ທີ່​ຍ່າງ​ໄປ​ຕາມ​ຖະ​ໜົນ ສາຍ​ນຶ່ງ​ໃນ​ຮົງ​ກົງ ໃນ​ວັນ​ທີ 18 ກຸມ​ພາ 2020 ຍ້ອນ​ຢ້ານ​ຕິດ​ເຊື້ອງ​ໄວ​ຣັ​ສ COVID-19.

ບັນດາ​ພະ​ນັກ​ງານ​ການ​ແພດ​ຂອງ​ຈີນລາຍ​ງານ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ຈຳ​ນວນ​ຂອງ​ກໍ​ລະ​ນີ​ຄົນ​ປ່ວຍ​ຍ້ອນ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາທີ່​ໄດ້​ຮັບ​ການ ຢັ້ງຢືນ​ໄດ້​ກາຍ 72,000 ລາຍ​ແລ້ວ ໂດຍ​ທີ່​ມີ​ຄົນ​ເສຍ​ຊີ​ວິດ​ເພີ້ມ​ຂຶ້ນ​ເກືອບ​ຮອດ 1,900 ຄົນ.

ລາຍ​ງານ​ຫລ້າ​ສຸດລວມ​ມີ ຈຳ​ນວນຄົນ​ເສຍ​ຊີ​ວິດ​ໃໝ່ອີກ 98 ຄົນ ແລະ​ມີ​ຄົນ​ປ່ວຍຕິດ​ເຊື້ອ​ໄວ​ຣັ​ສ​ໃໝ່​ 1,886 ກໍ​ລະ​ນີ ​ທີ່​ເຮັດ​ໃຫ້​ລະ​ບົບ​ການ​ປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ຈີນປະ​ສົບ​ຄວາມ​ຫຍຸ້ງ​ຍາກ ແລະ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕ້ອງ​ໄດ້​ປິດ​ຂົງ​ເຂດ​ຕ່າງໆໄວ້ ເພື່ອ​ບໍ່​ໃຫ້​ມັນ​ແຜ່​ຜາຍ​ອອກ​ໄປ​ໄດ້ນັ້ນ.

ໂທ​ລະ​ພາບ​ລັດ​ຂອງ​ປະ​ເທດ​ດັ່ງ​ກ່າວ ​ລາຍ​ງານ​ວ່າ ຄົນ​ນຶ່ງ​ທີ່​ເສຍ​ຊີ​ວິດ​ຍ້ອນ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້ ກໍ​ຄືທ່ານ ຫລີວ ຊີ​ໝິງ (Liu Zhiming), ​ຜູ້ອຳ​ນວຍ​ການຂອງ​ໂຮງ​ໝໍວູ​ຈາງ (Wuchang) ໃນ​ເມືອງວູ​ຫານ, ເມືອງ​ເອກ​ຂອງແຂວງ​ຮູ​ເບ ບ່ອນທີ່​ເປັນ​ໃຈ​ກາງ​ຂອງ​ການ​ລະ​ບາດ​ຂອງ​ເຊື້ອ​ໄວ​ຣັ​ສນີ້ນັ້ນ.

ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ຫລື WHO, ທ່ານ ເທ​ໂດ​ຣສ ອາດານອ​ມ ເກ​ບ​ຣີ​ເຢ​ຊັ​ສ (Tedros Adhanom Ghebreyesus) ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຂໍ້​ມູນ​ຂອງຈີນ​ຢູ່​ໃນຫລາຍ​ມື້ມໍ່ໆ​ມານີ້ ​ບົ່ງ​ບອກໃຫ້​ເຫັນ​ວ່າ ​ຈຳ​ນວນຂອງ​ຄົນ​ຕິດ​ເຊື້ອ​ໄວ​ຣັ​ສລາຍ​ໃໝ່​ ຫລຸດ​ລົງ. ແຕ່​ທ່ານ​ກໍເວົ້າ​ວ່າ ທ່​າ​ອ່ຽງນີ້ "ຕ້ອງ​ໄດ້​ຖືກ​ຕີ​ຄວາມ​ໝາຍ​ຢ່າງ​ລະ​ມັດ​ລະ​ວັງ."

ທ່ານ​ກ່າວ​ວ່າ: "ທ່າ​ອ່ຽງ​ອາດ​ຈະ​ປ່ຽນ​ແປງ​ໄດ້​ເມື່ອ​ມີ​ຄົນ​ໃໝ່ໄດ້​ຮັບ​ຜົນ​ກະ​ທົບ. ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ເວົ້າ​ໄດ້​ວ່າ ການ​ຫລຸດ​ລົງ​ທີ່​ຖືກ​ລາຍ​ງານຢູ່ນີ້ ຈະ​ສືບ​ຕໍ່ ໄປ​ຫລືບໍ່. ທຸກ​ສະ​ຖາ​ນະ​ການ​ແມ່ນ​ຍັງ​ຢູ່​ໃນ​ໄລ​ຍະ​ທີ່​ຕ້ອງໄດ້​ນຳ​ມາ​ພິ​ຈາ​ລະ​ນາ​ຢູ່. ທ່ານ​ເວົ້າ​ກ່ຽວ​ກັບ​ການ​ລະ​ບາດນີ້​ວ່າເປັນ "ເລື້ອງ​ຮ້າຍ​ແຮງຫລາຍ" ໂດຍ​ທີ່ “ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ຈະ​ຂະ​ຫ​ຍາຍ​ອອກ​ໄດ້" ແຕ່​ກໍ​ເວົ້າ​ວ່າ ສ່ວນ​ຫລາຍ​ແລ້ວ​ ມັນ​ຖືກ​ຈຳ​ກັດໃຫ້​ຢູ່​ໃນແຂວງ​ຮູ​ເບ."

ທ່ານເກ​ບ​ຣີ​ເຢ​ຊັ​ສ (Ghebreyesus) ຍັງ​ກ່າວ​ອີກວ່າ ຄົນ​ປ່ວຍ​ຫລາຍກວ່າ 80 ເປີ​ເຊັນ "ແມ່ນ​ມີ​ພະ​ຍາດຢູ່​ໃນ​ລະ​ດັບ​ບໍ່​ຮຸນ​ແຮງ ແລະ​ຈະ​ປົວຫາຍໄດ້."

WHO ກ່າວ​ວ່າລາຍ​ງານ​ຫລ້າ​ສຸດ​ຂອງ​ຕົນ​ກ່ຽວ​ກັບ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວແມ່ນ​ມີ 794 ລາຍ ​ທີ່​ໄດ້​ຮັບ​ການ​ຢືນ​ຢັນຢູ່ນອກປະ​ເທດ​ຈີນ. ປະ​ມານ 454 ລາຍ​ແມ່ນ​ເປັນ​ຄົນ​ໂດຍ​ສານ​ຂອງ​ກຳ​ປັ່ນ​ສຳ​ລານ​ທີ່​ຖືກ​ກັກ​ກັນ​ໄວ້ ຢູ່​ໃນເກາະ​ໂຢ​ໂກ​ຮາ​ມາ (Yokohama) ຂອງ​ຍີ່​ປຸ່ນ.
ສ່ວນ​ສະ​ຫະ​ລັດ​ນັ້ນ ໃນ​ວັນ​ຈັນ​ວານນີ້ ເວົ້າ​ວ່າ ຕົນ​ໄດ້​ເອົາ​ພົນ​ລະ​ເມືອງ​ຂອງ​ຕົນ ແລະ​ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າຫລາຍ​ກວ່າ 300 ຄົນ ທີ່​ຢູ່​ໃນ​ກຳ​ປັ່ນດາຍ​ມັນ ພຣິນ​ແຊ​ສ (Diamond Princess) ນັ້ນ ຍົກ​ຍ້າຍ​ອອກ​ໄປ. ສາຍ​ການ​ບິນ​ນຶ່ງ​ທີ່​ຂົນ​ສົ່ງ​ຄົນ​ໂດຍ​ສານ​ເຫລົ່າ​ນັ້ນ ໄດ້​ມາ​ເຖິງ​ຄ້າຍ​ທະ​ຫານອາ​ກາດທ​ຣາ​ວິ​ສ (Travis) ໃນ​ລັດ​ຄາ​ລິ​ຟໍ​ເນຍໃນ​ຂະ​ນະ​ທີ່​ອີກ​ສາຍ​ການ​ບິນນຶ່ງ ​ກຳ​ລັງ​ຈະ​ລົງ​ຈອດ​ເດີ່ນ​ໃນ​ເວ​ລາບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ​ຢູ່​ຄ້າຍ​ທະ​ຫານອາ​ກາດ ແລກ​ແລນ​ດ໌ (Lackland) ໃນ​ລັດ​ເທັກ​ຊັ​ສ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG