ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວລາວດີໃຈ ທີ່ໄດ້ຮັບການຊ່ວຍເຫຼືອ ຢາວັກຊີນກັນໂຄວິດ ຈອນສັນແລະຈອນສັນ 1 ລ້ານກວ່າໂດສ


ພິທີມອບຮັບຢາວັກຊີນກັນໂຄວິດ-19 ພາຍໃຕ້ການເປັນປະທານ ຂອງທ່ານນາງປານີ ຢາທໍຕູ້ ຮອງປະທານປະເທດ ສປປ ລາວ.
ພິທີມອບຮັບຢາວັກຊີນກັນໂຄວິດ-19 ພາຍໃຕ້ການເປັນປະທານ ຂອງທ່ານນາງປານີ ຢາທໍຕູ້ ຮອງປະທານປະເທດ ສປປ ລາວ.


ຢາວັກຊີນ ກັນໂຄວິດ-19 ຈອນສັນແລະຈອນສັນ 1 ລ້ານ 8 ພັນໂດສ ທີ່ບໍລິຈາກໂດຍສະຫະລັດອາເມຣິກາ ຜ່ານອົງການໂຄແວັກສ໌ (COVAX) ເຖິງແມ່ນໄດ້ມີການຊັກຊ້າເລັກນ້ອຍ ໃນທີ່ສຸດກໍມາຮອດນະຄອນຫຼວງວຽງຈັນ ໃນອາທິດແລ້ວນີ້​. ປະຊາຊົນຜູ້ນຶ່ງໄດ້ສະແດງຄວາມດີໃຈ ທີ່ການຊ່ວຍເຫຼືອດັ່ງກ່າວ ເຮັດໃຫ້ລາວມີທາງເລືອກຫຼາຍຂຶ້ນໃນການເຂົ້າເຖິງຢາວັກຊີນກັນໂຄວິດ-19.


“ຂ້າພະເຈົ້າໃນນາມປະຊາຊົນຄົນລາວຜູ້ນຶ່ງ ຮູ້ສຶກດີໃຈ ແລະຂອບໃຈຢ່າງສຸດ ຊຶ້ງ ທີ່ລັດຖະບານປະເທດອາເມຣິກາໄດ້ບໍລິຈາກວັກຊີນໃຫ້ກັບປະຊາຊົນລາວ ຊຶ່ງຈະເຮັດໃຫ້ປະຊາຊົນລາວ ມີໂອກາດເຂົ້າເຖິງວັກຊີນ ປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍຂຶ້ນ.”

ຂະນະດຽວກັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນກ່າວວ່າ ໂດຍຜ່ານການມອບຮັບ ຢາວັກຊີນກັນໂຄວິດ-19 ຈອນສັນແລະຈອນສັນໃນມື້ນີ້​ ສະຫະລັດມີຄວາມພາກພູມໃຈ ທີ່ໄດ້ເປັນຜູ້ບໍລິຈາກຢາວັກຊີນລາຍໃຫຍ່ທີ່ສຸດໃຫ້ແກ່ລາວ. ໃນໄວໆນີ້ ປະຊາຊົນລາວອີກນຶ່ງລ້ານຄົນກໍຈະໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນ. ພວກເຮົາດີໃຈທີ່ໄດ້ມີບົດບາດໃນການຊ່ວຍຊີວິດແລະໃຫ້ການຊ່ວຍເຫຼືອເພື່ອເຮັດໃຫ້ໂຣກລະບາດດັ່ງກ່າວນີ້ສິ້ນສຸດລົງ.

Secretary Blinken Posting
Secretary Blinken Posting

ເຖິງແມ່ນໄດ້ມີການຊັກຊ້າ ແຕ່ຢາວັກຊີນຈອນສັນແລະຈອນສັນ ໃນທີ່ສຸດ ກໍໄດ້ຖືກສົ່ງມາຮອດປະເທດລາວແລ້ວ ແລະການຊ່ວຍເຫຼືອດັ່ງກ່າວນີ້ ຈະເຮັດໃຫ້ ສປປ ລາວ ຫຍັບເຂົ້າໄປໃກ້ເປົ້າໝາຍຫຼາຍຂຶ້ນ ທີ່ຈະໃຫ້ປະຊາຊົນຂອງຕົນ ໄດ້ຮັບການສັກຢາວັກຊີນ ກັນໂຄວິດ-19 ໄດ້ເຖິງ 50 ເປີເຊັນຂອງປະຊາກອນທັງໝົດພາຍໃນທ້າຍປີນີ້.

ໂຄງການໂຄແວັກສ໌ ແມ່ນການຊ່ວຍເຫຼືອປະເທດທີ່ມີລາຍໄດ້ຕ່ຳຫາປານກາງເພື່ອໃຫ້ ສາມາດເຂົ້າເຖິງຢາວັກຊີນກັນໂຄວິດ-19. ເວລານີ້ ສະຫະລັດໄດ້ໃຫ້ທຶນສະໜັບສະໜຸນໂຄງການດັ່ງກ່າວໄປແລ້ວ 2 ຕື້ໂດລາ ແລະຍັງມີຄວາມໝັ້ນໝາຍທີ່ຈະໃຫ້ການຊ່ວຍຕື່ມອີກ 2 ຕື້ໂດລາ.

XS
SM
MD
LG