ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຄາດຄະເນວ່າ ຈະມີຢາວັກຊີນ COVID-19 ພາຍໃນທ້າຍປີນີ້


ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວຢູ່ເດີນຫຍ້າກ້ຳໃຕ້ຂອງທຳນຽບຂາວ. 14 ພຶດສະພາ, 2020.
ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວຢູ່ເດີນຫຍ້າກ້ຳໃຕ້ຂອງທຳນຽບຂາວ. 14 ພຶດສະພາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານໝັ້ນໃຈວ່າ ມັນຈະມີຢາວັກຊີນ COVID-19 ພາຍໃນທ້າຍປີນີ້, ແລະ ການສັກຢາໃຫ້ປະຊາຊົນຈຳນວນຫຼາຍກໍຈະເກີດຢ່າງວ່ອງ ໄວ.

ທ່ານ ທຣຳ ໄດ້ອະທິບາຍໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າຄິດວ່າການແຈກ ຢາຍຈະເກີດຂຶ້ນເກືອບວ່າໃນເວລາດຽວກັນ ເພາະວ່າ ພວກເຮົາຕ້ອງກຽມພ້ອມ ທະຫານຂອງພວກເຮົາ,”​ ທ່ານເວົ້າຕື່ມວ່າລາຍລະອຽດເພີ່ມເຕີມຈະຖືກເປີດເຜີຍ ໃຫ້ຊາບ ໃນວັນສຸກມື້ນີ້.

ການຄາດຄະເນຂອງທ່ານປະທານາທິບໍດີ ແມ່ນກົງກັນຂ້າມກັບຄຳໃຫ້ການຢູ່ຫໍລັດຖະສະພາ ແຄັບ ປິຕອລ ຮິລ ບໍ່ດົນກ່ອນທ່ານ ທຣຳ ກ່າວຄຳປາໄສຢູ່ເດີ່ນຫຍ້າກ້ຳໃຕ້ຂອງທຳນຽບຂາວ.

ຜູ້ອຳນວຍການຂອງອົງການຢາວັກຊີນ ຂອງລັດຖະບານກາງທີ່ຖືກປົດອອກຈາກ ຕຳແໜ່ງ ດຣ. ຣິກ ໄບຣທ໌ (Rick Bright) ເວົ້າວ່າ “ພວກເຮົາບໍ່ມີແຜນການ” ທີ່ຈະຜະລິດ ແລະແຈກຢາຍວັກຊີນ ໄວຣັສໂຄໂຣນາຈຳນວນຫຼາຍ. ຄວາມຫວັງສຳລັບການມີຢາວັກຊີນດັ່ງກ່າວ ພາຍໃນ​ 12 ຫາ 18 ເດືອນ ເບິ່ງຄືວ່າ “ທຸກຢ່າງແມ່ນດຳເນີນໄປດ້ວຍດີ. ພວກເຮົາບໍ່ເຄີຍເຫັນທຸກຢ່າງ ດຳເນີນໄປຢ່າງສົມ ບູນແບບ.”

ຢາວັກຊີນຫຼາຍກວ່າ 90 ຊະນິດສຳລັບໄວຣັສໂຄໂຣນາສາຍພັນໃໝ່ ແມ່ນກຳລັງຖືກພັດທະນາໃນ ທົ່ວໂລກ. ບໍລິສັດ CureVac ຂອງ ເຢຍຣະມັນ ໄດ້ກ່າວໃນວັນພະຫັດວານນີ້ວ່າ ນຶ່ງໃນໂມເລກູນ mRNA ທີ່ກຳລັງຖືກພັດທະນາຢູ່ຂອງເຂົາເຈົ້າ ໄດ້ປົກປ້ອງພວກສັດຈາກໄວຣັສດັ່ງກ່າວດ້ວຍຢາຂະໜາດນ້ອຍ. ການ ທົດລອງທາງການແພດ ແມ່ນຄາດວ່າຈະເລີ່ມຂຶ້ນໃນເດືອນໜ້າ.

ທ່ານ ໄບຣທ໌ (Bright) ຖືກປົດອອກຈາກຕຳແໜ່ງຜູ້ອຳນວຍການຂອງອົງການຄົ້ນຄວ້າ ແລະ ພັດ ທະນາຊີວະການແພດທີ່ກ້າວໜ້າ ຫຼື BARDA, ເຊິ່ງຢູ່ພາຍ ໃຕ້ກະຊວງສາທາລະນະສຸກ ແລະ ການບໍລິການມະນຸດ, ເປັນການດຳເນີນການທີ່ໄດ້ພາໃຫ້ຜູ້ຊ່ຽວຊານ ກ່ຽວກັບ ພູມຄຸ້ມກັນ ຕ້ອງຍື່ນຄຳຮ້ອງລາຍງານການກະ ທຳຜິດ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານໄດ້ເບິ່ງການໃຫ້ການໂດຍທ່ານ ໄບຣທ໌ ໜ້ອຍນຶ່ງ ແລະ ເວົ້າວ່າ “ລາວເບິ່ງຄືພະນັກງານທີ່ໃຈຮ້າຍ, ບໍ່ພໍໃຈ ຜູ້ທີ່ເວົ້າຕາມຄວາມຈິງແລ້ວ, ອີງຕາມຄົນບາງຄົນວ່າ, ລາວເຮັດວຽກບໍ່ໄດ້ດີ.”

ທ່ານ ໄບຣທ໌ ໄດ້ກ່າວຕໍ່ອະນຸກຳມະການສາທາລະນະສຸກສະພາຕໍ່າວ່າ ບັນດາ ເຈົ້າໜ້າທີ່ລະດັບສູງ, ລວມທັງໃນທຳນຽບຂາວ, ໄດ້ເມີນເສີຍກັບການເຕືອນ ລ່ວງໜ້າຂອງທ່ານ ກ່ຽວກັບ COVID-19, ແລະ ລັດຖະບານກາງ ແມ່ນໄດ້ບໍ່ໄດ້ມີຄວາມພ້ອມ ໃນການຮັບມືກັບໂຣກລະບາດນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG