ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ພາກັນໄປສັກຢາວັກຊີນ ປ້ອງກັນໂຄວິດ-19 ຫຼັງຈາກໄດ້ຮັບຢາວັກຊີນ ຈາກ ໂຄງການ COVAX ຂອງ ສປຊ ແລະ ສຫລ


ກະຊວງສາທາລະນະສຸກຂອງ ສປປ ລາວ ໃຫ້ບໍລິການສັກຢາວັກຊີນປ້ອງກັນ ໂຄວ້ດ-19 ແກ່ບັນດາເຈົ້າໜ້າທີ່ທະຫານຂອງລາວ ແລະປະຊາຊົນທົ່ວໄປ.
ກະຊວງສາທາລະນະສຸກຂອງ ສປປ ລາວ ໃຫ້ບໍລິການສັກຢາວັກຊີນປ້ອງກັນ ໂຄວ້ດ-19 ແກ່ບັນດາເຈົ້າໜ້າທີ່ທະຫານຂອງລາວ ແລະປະຊາຊົນທົ່ວໄປ.

ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກແຫ່ງ ສປປ ລາວ ໃນວັນທີ 14 ມິຖຸນາ 2021 ໄດ້ບະບຸວ່າ ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2,010 ຄົນ ໂດຍມີຜູ້ຕິດເຊື້ອລາຍໃໝ່ເພີ້ມຂຶ້ນ14 ຄົນ ໃນຈໍານວນຜູ້ທີ່ໄດ້ຮັບການກວດ 272,882 ຄົນ ແລະມີຜູ້ເສຍຊີວິດແລ້ວ 3 ຄົນ.

ໃນຂະນະດຽວກັນ ທາງກະຊວງສາທາລະນະສຸກຂອງລາວ ກໍໄດ້ຮັບຢາວັກຊີນຈາກໂຄງການ COVAX ຂອງອົງການສະຫະປະຊາຊາດ ແລະຈາກລັດຖະບານສະຫະລັດ ໂດຍຜ່ານສະຖານທູດສະຫະລັດປະຈຳນະຄອນວຽງຈັນ ຈຳນວນຫຼວງຫຼາຍ ດັ່ງນັ້ນກະຊວງດັ່ງກ່າວ ຈຶ່ງໄດ້ເລັ່ງປຸກລະດົມໃຫ້ປະຊາຊົນພາກັນໄປສັກຢາວັກຊີນກັນພະຍາດໂຄວິດ-19 ຕາມສະຖານທີ່ແຫ່ງຕ່າງໆ ທີ່ທາງການໄດ້ແຈ້ງໃຫ້ຊາບໂດຍຜ່ານສື່ມວນຊົນແລະສື່ສັງຄົມ ດັ່ງທີ່ປະຊາຊົນໃນນະຄອນວຽງຈັນ ທ່ານນຶ່ງ ຜູ້ທີ່ໄດ້ເຮັດວຽກກັບບໍລິສັດເອກະຊົນຂອງຕ່າງປະເທດ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນວຽງຈັນ ກ່າວກ່ຽວກັບການສັກຢາວັກຊີນກັນໂຄວິດ-19 ຕໍ່ວີໂອເອລາວ ວ່າ:

ທ່ານນາງກ່າວອີກວ່າ ທາງການໄດ້ເລື່ອນການປິດເມືອງອອກໄປຕື່ມອີກຈົນເຖິງວັນທີ 19 ມິຖຸນາ ແລະຜູ້ກ່ຽວໄດ້ເຮັດວຽກຢູ່ບ້ານ ຕັ້ງແຕ່ໄດ້ມີມາດຕະການປິດເມືອງເປັນຕົ້ນມາຈົນເຖິງປັດຈຸບັນນີ້ ເຖິງແມ່ນວ່າ ຕົນຈະໄດ້ສັກຢາວັກຊີນກັນໂຄວິດ-19 ຂອງອາສຕຣາເຊນິກາ ໂດສທຳອິດແລ້ວກໍຕາມ ແລະກຳລັງລໍຖ້າອີກ 8 ອາທິດສຳລັບໂດສທີສອງ. ທ່ານນາງກ່າວວ່າ ພະນັກງານລັດຖະກກອນຈຳນວນນຶ່ງ ກໍໄດ້ກັບຄືນໄປເຮັດວຽກແລ້ວ ແລະບາງບໍລິສັດກໍອະນຸຍາດໃຫ້ກັບຄືນໄປເຮັດວຽກໄດ້ ແຕ່ຕ້ອງໄດ້ປະຕິບັດຕາມຂໍ້ຊີ້ນຳທາງການແພດຢ່າງເຂັ້ມງວດ ສ່ວນທາງບໍລິສັດຂອງລາວ ຍັງບໍ່ທັນໃຫ້ພະນັກງານທີ່ມີຢູ່ປະມານ 60 ກວ່າຄົນ ກັບຄືນໄປເຮັດວຽກເທື່ອ ເພາະທາງບໍລິສັດມີມາດຕະການທີ່ເຄັ່ງຄັດໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ.

XS
SM
MD
LG