ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານລາວ ພວມເລັ່ງສັກຢາວັກຊີນ ແກ່ປະຊາຊົນແລະບັນດາລັດຖະກອນ ໃຫ້ໄດ້ເຖິງ 70 ເປີເຊັນ ກ່ອນວັນຊາດ


ຍິງສາວຄົນນຶ່ງ ຮັບການສັກຢາວັກຊີນກັນພະຍາດໂຄວິດ-19 ໂດຍພະນັກງານແພດຈາກກະຊວງສາທາລະນະສຸກ ຢູ່ທີ່ສູນການຄ້າ ແຫ່ງນຶ່ງ ໃນນະຄອນວຽງຈັນ.
ຍິງສາວຄົນນຶ່ງ ຮັບການສັກຢາວັກຊີນກັນພະຍາດໂຄວິດ-19 ໂດຍພະນັກງານແພດຈາກກະຊວງສາທາລະນະສຸກ ຢູ່ທີ່ສູນການຄ້າ ແຫ່ງນຶ່ງ ໃນນະຄອນວຽງຈັນ.

ໃນຂະນະທີ່ທາງການລາວ ພະຍາຍາມທີ່ຈະສັກຢາໃຫ້ປະຊາຊົນແລະບັນດາພະນັກງານຂອງລັດ ໃນທົ່ວປະເທດໃຫ້ໄດ້ເຖິງ 70 ເປີເຊັນຂອງປະຊາກອນ ກ່ອນໜ້າ ວັນຊາດທີ 2 ທັນວາ ຈະມາເຖິງນີ້ ແລະເພື່ອຕ້ອນຮັບພິທີເປີດລົດ ໄຟຄວາມໄວສູງ ລາວ-ຈີນ ຂອງລາວ ຄັ້ງປະຫວັດສາດຢ່າງເປັນທາງການ ໃນວັນທີ 3 ທັນວາ ແລະຈະເປີດປະເທດໃຫ້ນັກທ່ອງທ່ຽວຈຳນວນນຶ່ງເຂົ້າມາໃນລາວ.

ໃນຂະນະດຽວກັນການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ຊຶ່ງປາກົດວ່າ ຍັງບໍ່ຫລຸດນ້ອຍຖອຍລົງເລີຍ ແລະມີກໍລະນີຕິດເຊື້ອໄວຣັສເພີ້ມຫຼາຍຂຶ້ນຕື່ມ ໂດຍສະເພາະຢູ່ໃນນະຄອນວຽງຈັນ.

ອີງຕາມລາຍງານຂ່າວຂອງວີໂອເອລາວໃນວັນຈັນວານນີ້ ທາງສະຖານທູດສະ ຫະລັດ ປະຈຳນະຄອນຫຼວງວຽງຈັນ ນຳພາໂດຍເອກອັກຄະລັັດຖະທູດ ສະຫະລັດ ດຣ. ປີເຕີ ເຮມອນ ໄດ້ມອບເງິນຊ່ອຍເຫຼືອ 2 ລ້ານ 4 ແສນໂດລາເພື່ອສ້າງຄວາມເຂັ້ມແຂງໃນວຽກງານການສັກຢາວັກຊີນກັພະຍາດ ໂຄວິດ-19 ແລະການຕິດຕາມອາການພາຍຫຼັງການສັກວັກຊີນຢູ່ໃນສປປ ລາວ ຢ່າງເປັນທາງການ ເມື່ອວັນຈັນ ທີ 29 ພະຈິກ ນີ້.

ວີໂອເອລາວ ກໍໄດ້ສອບຖາມພະນັກງານລັດຖະກອນທ່ານນຶ່ງ ກ່ຽວກັບມາດຕະການສັກຢາວັກຊີນປ້ອງກັນພະຍາດໂຄວິດ ຊຶ່ງທ່ານໄດ້ກ່າວວ່າ:

ສ່ວນປະຊາຊົນໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວສູ່ວີໂອເອລາວ ຟັງວ່າ ເພິ່ນໄດ້ສັກຢາວັກຊີນ ຊີໂນຟາມຂອງຈີນ ໄປແລ້ວສອງເຂັມໃນເບື້ອງຕົ້ນ ແລະໄດ້ສັກຕື່ມອີກເຂັມທີສາມ ແມ່ນ​ຢາອາສຕຣາເຊເນກາ ເພື່ອປ້ອງກັນຈາກພະຍາດໂຄວິດ-19 ນຳດ້ວຍ.

XS
SM
MD
LG