ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມີຈໍານວນຄົນ ຕິດໄວຣັສໂຄໂຣນາ ກາຍຂີດໝາຍ 2 ລ້ານຄົນ ຢ່າງເປັນທາງການແລ້ວ


ພວກເຈົ້າໜ້າທີ່ດ້ານຄວາມປອດໄພ ໃນສະໜາມບິນສາກົນແດນເວີ ກວດຄົນໂດຍສານ ໃນວັນພຸດທີ 10 ມິຖຸນາ, 2020 (AP Photo/David…)
ພວກເຈົ້າໜ້າທີ່ດ້ານຄວາມປອດໄພ ໃນສະໜາມບິນສາກົນແດນເວີ ກວດຄົນໂດຍສານ ໃນວັນພຸດທີ 10 ມິຖຸນາ, 2020 (AP Photo/David…)

ສະຫະລັດໄດ້ມີຈໍານວນຄົນຕິດໄວຣັສໂຄໂຣນາສາຍພັນໃໝ່ກາຍຂີດໝາຍ ສອງ ລ້ານຄົນຢ່າງເປັນທາງການແລ້ວ.

ອີງຕາມຕົວເລກທີ່ພິມເຜີຍແຜ່ອອກມາໃນວັນພະຫັດມື້ນີ້ ຢູ່ໃນເວັບໄຊທ໌ ຂອງ ສູນການແຫລ່ງຊ່ວຍເຫລືອດ້ານໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ແລ້ວ ສະຫະລັດດຽວນີ້ມີ 2,000,464 ຄົນທີ່ໄດ້ຮັບການຢືນຢັນວ່າ ເປັນພະຍາດໂຄວິດ-19 ໂດຍໃນນັ້ນມີ 112,924 ຄົນເສຍຊີວິດໄປ ຊຶ່ງໄດ້ຍັງ ມີຖານະ ທີ່ເປັນປະເທດນໍາໜ້າໝູ່ໃນດ້ານການມີຈໍານວນກໍລະນີຄົນປ່ວຍ ແລະ ເສຍຊີວິດຍ້ອນພະຍາດນີ້ຫລາຍກວ່າໝູ່ຢູ່.

ໃນຂະນະທີ່ມີຫລາຍຮອດ 21 ລັດ ທີ່ໄດ້ບັນທຶກວ່າມີກໍລະນີຄົນເປັນພະຍາດ ໂຄວິດ-19 ສູງທີ່ສຸດໃນອາທິດນີ້, ໂດຍທີ່ຫຼາຍກໍລະນີຄົນປ່ວຍແມ່ນເຕົ້າໂຮມ ກັນຢູ່ໃນລັດ ອາຣີໂຊນາ, ນິວແມັກຊິໂກ, ເທັກຊັສ, ແລະຢູທາ ທີ່ຢູ່ພາກຕາ ເວັນຕົກ ແລະພາກຕາເວັນຕົກສຽງໃຕ້ຂອງປະເທດ. ການເພີ້ມຂຶ້ນຂອງຈໍານວນ ຄົນປ່ວຍ ແມ່ນມີຂຶ້ນທ້າມກາງການຜ່ອນຄາຍຂໍ້ຈໍາກັດກ່ຽວກັບໄວຣັສໂຄໂຣນາ ໃນຊຸມອາທິດມໍ່ໆມານີ້ ຊຶ່ງລວມທັງການສະຫລອງວັນບຸນປະຈໍາປີ ລະນຶກເຖິງ ທະຫານເສຍຊີວິດໃນສົງຄາມ ທີ່ເປັນສັນຍານບົ່ງບອກເຖິງລະດູການແຫ່ງການ ພັກຜ່ອນຕາມປະເພນີໃນລະດູຮ້ອນໄດ້ເລີ້ມຕົ້ນຂຶ້ນແລ້ວ.

ການພຸ້ງຂຶ້ນຄັ້ງຫລ້າສຸດຂອງຈໍານວນຄົນຕິດພະຍາດນີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ ການແພດຂອງລັດຄາລິຟໍເນຍຕ້ອງໄດ້ຍົກເລີກງານບຸນປະຈໍາປີສະແດງດົນຕີ ແລະງານສະແດງສິນລະປະໂຄດແຊລລາ (Coachella) ແລະງານສະແດງ ດົນຕີລູກທົ່ງຫລື country music ສເຕຈ໌ໂຄສ (Stagecoach) ທີ່ຈະຈັດຂຶ້ນ ໃນເດືອນຕຸລາປີນີ້. ງານບຸນທີ່ຈັດຢູ່ກາງແຈ້ງທັງສອງງານນີ້ທໍາອິດໄດ້ມີກໍານົດ ວ່າຈະຈັດຂຶ້ນໃນເດືອນເມສາຜ່ານມາ ແຕ່ວ່າ ໄດ້ຖືກເລື່ອນໄປຍ້ອນການລະ ບາດຂອງພະຍາດໄດ້ເລີ້ມແຜ່ລາມອອກໄປ.

ບັນດານັກຊ່ຽວຊານຢ້ານວ່າ ການປະທ້ວງທີ່ເກີດຂຶ້ນຢູ່ທົ່ວປະເທດ ສືບເນື່ອງ ມາຈາກການຕາຍຂອງຊາຍອາເມຣິກັນເຊື້ອສາຍອາຟຣິກາຄົນນຶ່ງໃນນະຄອນ ມິເນອາໂພລິສ ໃນຂະນະທີ່ຢູ່ໃນການຄຸມຕົວຂອງຕໍາຫລວດຈະພາໃຫ້ການຕິດ ພະຍາດໂຄ ວິດ-19 ເພີ້ມສູງຂຶ້ນ. ພວກປະທ້ວງໄດ້ເຫັນຢູ່ໃນພາບຖ່າຍທາງວີດິໂອວ່າພາກັນຍ່າງບ່າໄຫລ່ຕິດກັນ ເຖິງແມ່ນວ່າ ຫລາຍຄົນໃນນັ້ນ ຈະໃສ່ໜ້າກາກປິດປາກໄວ້ກໍຕາມ.

ເຖິງຢ່າງໃດກໍຕາມ, ພວກເຈົ້າໜ້າທີ່ຢູ່ສວນສະໜຸກດິສນີແລນ (Disneyland) ທີ່ໂດ່ງດັງໃນເມືອງອະນາແຮມຂອງລັດຄາລິຟໍເນຍກໍໄດ້ປະກາດໃນວັນພຸດວານ ນີ້ວ່າ ເຂົາເຈົ້າມີແຜນທີ່ຈະເລີ້ມເປີດສວນສະໜຸກດິສນີແລນ (Disneyland) ແລະສວນສະໜຸກດິສນີແລນຄາລິຟໍເນຍແອດແວນເຈີ (Disney California Adventure) ທີ່ເປັນເຄືອຂ່າຍກັນນັ້ນຄືນແບບເປັນຂັ້ນໆໄປ ໃນວັນທີ 17 ກໍລະກົດ ຊຶ່ງເປັນວັນຄົບຮອບ 65 ປີຂອງການເປີດສວນສະໜຸກດິສນີແລນ (Disneyland). ບໍລິສັດດ້ານບັນເທີງຍັກໃຫຍ່ດັ່ງກ່າວ ຍັງໄດ້ປະກາດ ທີ່ຈະ ເລີ້ມເປີດສວນສະໜຸກຂອງຕົນຢູ່ເມືອງໂອແລນໂດໃນລັດຟລໍຣິດາ ຄືນແບບເປັນ ຂັ້ນໆໄປໃນກາງເດືອນກໍລະກົດ ອີງຕາມປະກາດຂອງສວນສະໜຸກວອລທ໌ດິສນີ ເວີລດ໌ (Walt Disney World).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG