ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງ ສຫລ ຮັບຜ່ານຊຸດມາດຕະການ ຊ່ວຍເຫຼືອທາງເສດຖະກິດ ທີ່ໄດ້ຮັບຜົນກະທົບໜັກ ຈາກການລະບາດ ຂອງ ໄວຣັສໂຄໂຣນາ


ກອງປະຊຸມກ່ຽວກັບຮ່າງມາດຕະການຊຸດເງິນຊ່ວຍເຫລືອ ທາງເສດຖະກິດ ທີ່ຖືກກະທົບໜັກ ໂດຍການລະບາດຂອງ ໄວຣັສ ໂຄໂຣນາ ຢູ່ໃນຫ້ອງການຂອງລັດຖະສະພາ ສະຫະລັດ, ວັນທີ 25, ມີນາ, 2020 (ພາບໂດຍ REUTERS/Tom Brenner)
ກອງປະຊຸມກ່ຽວກັບຮ່າງມາດຕະການຊຸດເງິນຊ່ວຍເຫລືອ ທາງເສດຖະກິດ ທີ່ຖືກກະທົບໜັກ ໂດຍການລະບາດຂອງ ໄວຣັສ ໂຄໂຣນາ ຢູ່ໃນຫ້ອງການຂອງລັດຖະສະພາ ສະຫະລັດ, ວັນທີ 25, ມີນາ, 2020 (ພາບໂດຍ REUTERS/Tom Brenner)

ສະພາສູງຂອງສະຫະລັດ ໄດ້ຮັບຜ່ານຊຸດມາດຕະການຊ່ວຍເຫລືອທາງເສດຖະກິດທີ່ ບໍ່ເຄີຍມີມາກ່ອນໃນຕອນເດິກຂອງວັນພຸດວານນີ້ ເພື່ອແນໃສ່ເຮັດໃຫ້ເສດ ຖະກິດຂອງອາເມຣິກາທີ່ເກືອບວ່າຢູ່ໃນສະພາບທີ່ບໍ່ມີການເໜັງຕີງໄດ້ຍ້ອນການ ດໍາເນີນຄວາມພະຍາຍາມຕ້ານກັບໄວຣັສໂຄໂຣນານັ້ນໃຫ້ເລີ້ມເໜັງຕົວຂຶ້ນມາໄດ້

ຮ່າງມາດຕະການດັ່ງກ່າວ ຈະຕ້ອງໄດ້ໄປຮັບຜ່ານສະພາຕໍ່າ ທີ່ພັກເດໂມແຄຣັດ ກຳສຽງສ່ວນຫລາຍນັ້ນເສຍກ່ອນ ຈຶ່ງເອົາໃຫ້ປະທານາທິບໍດີ ດໍໂນລ ທຣໍາເຊັນ ໃຫ້ກາຍເປັນກົດໝາຍໄດ້. ພວກຜູ້ນໍາຂອງສະພາຕໍ່າເວົ້າວ່າ ພວກເພິ່ນຄາດວ່າ ຮ່າງມາດຕະການດັ່ງກ່າວ ຈະໄດ້ຮັບການອະນຸມັດ ໂດຍການລົງຄະແນນສຽງ ໃນວັນສຸກມື້ອື່ນນີ້.

ຕະຫລາດຮຸ້ນໄດ້ຕົກລູບລົງອີກໃນຕົ້ນອາທິດນີ້ ພາຍຫລັງທີ່ມີການຂາດທຶນຢູ່ໃນ ອາທິດແລ້ວ ທີ່ໄດ້ກວດເອົາກໍາໄລ ທີ່ໄດ້ຮັບຢູ່ໃນສະໄໝທ່ານທຣໍາ ດໍາລົງຕໍາ ແໜ່ງເປັນປະທານາທິບໍດີຢູ່ນີ້ ໄປເກືອບໝົດ ໃນຂະນະທີ່ການເຄື່ອນໄຫວ ຢູ່ ໃນສະຖານທີ່ສາທາລະນະຊົນຢູ່ທົ່ວປະເທດໄດ້ຢຸດນິ້ງຢູ່.

ໂດຍທີ່ໂຮງງານ, ທຸລະກິດ, ຮ້ານອາຫານ ແລະໂຮງຮຽນຕ່າງໆ ປິດລົງ ແລະ ອຸດສາຫະກໍາທັງໝົດເໜັງຕີງໄດ້ຢ່າງເຊື່ອງຊ້າຢູ່ນີ້ ພວກຜູ້ອອກແຮງງານ ແມ່ນ ປະເຊີນກັບບັນຫາຖືກບອກໃຫ້ອອກການ, ຕັດຊົ່ວໂມງເຮັດການລົງ ຫຼືບໍ່ກໍຕ້ອງ ທໍາການຕັດສິນໃຈຍາກທີ່ຈະໄປເຮັດການໃນຂະນະທີ່ເຈັບປ່ວຍຢູ່ ຖ້າຫາກເຂົາ ເຈົ້າບໍ່ມີວັນລາປ່ວຍ ທີ່ໄດ້ຮັບເງິນເດືອນ.

ຊຸດມາດຕະການຊ່ວຍເຫລືອທາງເສດຖະກິດ 2 ພັນຕື້ ໂດລາທີ່ວ່ານີ້ ຈະສົ່ງຜົນ ໂດຍກົງຕໍ່ປະຊາຊົນອາເມຣິກັນ, ອີງຕາມຄໍາເວົ້າຂອງທ່ານ ຈຊັກຊຸມເມີ (Chuck Schumer), ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງໃນວັນພຸດວານນີ້ ແລະ “ສາມາດ ທີ່ ຈະເຮັດໃຫ້ເກີດຄວາມປ່ຽນແປງ ຢູ່ໃນສອງສາມເດືອນຂ້າງ ໜ້ານີ້ ລະຫວ່າງການມີອາຫານກິນວາງຢູ່ເທິງໂຕະກັບຄວາມອຶດຫິວ, ລະຫວ່າງ ການມີຊີວິດລອດ ຢູ່ໃນຊ່ວງເວລາທີ່ຫວ່າງງານແລະມີຄວາມເສຍຫາຍທາງການ ເງິນຢູ່ນີ້.”

ບັນດາສະມາຊິກລັດຖະສະພາ ແລະທໍານຽບຂາວໄດ້ເຄື່ອນໄຫວຜ່ານຫລາຍໄລ ຍະໃນການກອບກູ້ເອົາເສດຖະກິດໄວ້. ອັນນີ້ຄືສະຫລຸບຫຍໍ້ຂອງແຕ່ລະໄລຍະ ວ່າໄດ້ອອກແບບມາໃຫ້ເຮັດຫຍັງແດ່.

ພວກສະມາຊິກລັດຖະສະພາ ທໍາອິດໄດ້ເພັ່ງເລັງໃສ່ໃຫ້ທຶນຊ່ວຍເຫລືອແກ່ການ ດໍາເນີນຄວາມພະຍາຍາມ ດ້ານສາທານະສຸກ ເພື່ອຕໍ່ສູ້ກັບໄວຣັສໂຄໂຣນາ, ໂດຍການຮັບຜ່ານຊຸດມາດຕະການຊ່ວຍເຫລືອມູນຄ່າ 8.3 ໃນຕົ້ນເດືອນນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG