ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈະເປັນໂຣກອື່ນ ຫລື ໂຄວິດ-19 ກໍຕາມ ການທາວຫາຜູ້ທີ່ໄດ້ຕິດຕໍ່ ສໍາພັດກັບຜູ້ຕິດເຊື້ອ ແມ່ນສໍາຄັນ


ພໍ່ໄດ້ເອົາໜ້າກາກປິດປາກໃສ່ໃຫ້ລູກ ຢູ່ນະຄອນຫລວງ Antananarivo ຂອງ Madagascar ໃນວັນທີ 3 ສິງຫາ 2017
ພໍ່ໄດ້ເອົາໜ້າກາກປິດປາກໃສ່ໃຫ້ລູກ ຢູ່ນະຄອນຫລວງ Antananarivo ຂອງ Madagascar ໃນວັນທີ 3 ສິງຫາ 2017

ໃນວັນນຶ່ງ ຂອງເດືອນສິງຫາ ປີ 2017 ນັ້ນ, ຜູ້ຊາຍອາຍຸ 31 ປີ ທີ່ເປັນໄອ ໄດ້ຂຶ້ນຂີ່ລົດເມນ້ອຍຄັນນຶ່ງທີ່ມີຄົນນັ່ງເຕັມແໜ້ນ ຢູ່ໃນນະຄອນຫຼວງ ແອນຕານານາຣີໂວ ຂອງເກາະມາດາກາສກາ.

ຊາຍຄົນນັ້ນໄດ້ເສຍຊີວິດໄປ ກ່ອນລາວຈະໄປເຖິງຈຸດໝາຍປາຍທາງຂອງລາວ.

ລາວໄດ້ເຮັດໃຫ້ເລີ້ມມີການລະບາດຂອງພະຍາດປອດບວມທີ່ເປັນອັນຕະລາຍ ຮ້າຍແຮງທີ່ສຸດ ໃນຫລາຍທົດສະວັດຜ່ານມາ. ເມື່ອຮອດທ້າຍເດືອນພະຈິກ, ມີຫລາຍກວ່າ 2,400 ຄົນ ໄດ້ຕິດເຊື້ອພະຍາດນີ້ ແລະມີ 209 ຄົນເສຍຊີວິດ
ໄປ.

ທີມບານບ້ວງຢູ່ທົ່ວຂົງເຂດມະຫາສະໝຸດອິນເດຍ ໄດ້ໄປຍັງເກາະມາດາກາສກາໃນຕອນນັ້ນ
ເພື່ອແຂ່ງຂັນໃນຮອບຊະນະເລີດຂອງກິລານີ້. ຄູຝຶກຈາກເກາະ ເຊແຊລ (Seychelles)
ໄດ້ເສຍຊີວິດໄປ ແລະນັກກິລາມາຈາກອາຟຣິກາໃຕ້ ໄດ້ລົ້ມປ່ວຍລົງ. ຄວາມສ່ຽງໃນການມີ
ການລະບາດໃນລະດັບສາກົນໄດ້ປາກົດ ອອກມາ.

ເພື່ອສະກັດກັ້ນມັນໄວ້ ພວກເຈົ້າໜ້າທີ່ຕ້ອງໄດ້ຕັດຂອດ ຂອງການແຜ່ຜາຍພະຍາດໂດຍ
ການຊອກຫາຄົນທີ່ໄດ້ມີການຕິດຕໍ່ສໍາພັດ ກັບຄົນທີ່ຕິດເຊື້ອພະຍາດນີ້ແຕ່ລະຄົນ ແລະ
ປ້ອງກັນບໍ່ໃຫ້ພວກເຂົ້າເຈົ້າ ເອົາພະຍາດໄປແຜ່ຜາຍໃສ່ຄົນອື່ນໄດ້.

ມັນເອີ້ນວ່າການທາວຫາການຕິດຕໍ່ສໍາພັດ. ມັນເປັນວຽກຄືກັນກັບອັນທີ່ພວກນັກຊ່ຽວຊານ
ເວົ້າວ່າ ສະຫະລັດຕ້ອງໄດ້ເຮັດເພີ້ມຂຶ້ນຢ່າງຫລວງຫລາຍໃນະຂະນະທີ່ການປິດເມືອງຍ້ອນ
ໂຄວິດ-19 ໄດ້ເລີ້ມຜ່ອນລົງຢູ່ນີ້. ໂຄວິດ-19 ແມ່ນພະຍາດທີ່ເກີດມາຈາກໄວຣັສໂຄໂຣນາ.

ພວກເຂົາເຈົ້າເວົ້າວ່າ ການຕິດພະຍາດໂຄວິດ-19 ຈະເພີ້ມຂຶ້ນໃນຫລາຍອາທິດຂ້າງໜ້າ
ນີ້ຢ່າງແນ່ນອນ ແລະຕ້ອງມີກໍາລັງແຮງງານ ກຽມພ້ອມໄວ້ ເພື່ອເຮັດ ໃຫ້ຄົນປ່ວຍໃໝ່
ບໍ່ສາມາດເຮັດໃຫ້ມີການແຜ່ຜາຍພະຍາດອອກໄປ ຢ່າງກວ້າງ ຂວາງໄດ້. ປະສົບການ
ອັນນ້ອຍໆ ຂອງເກາະມາດາກາສກາ ອາດສາມາດເປັນບົດຮຽນອັນລໍ້າຄ່າ ແລະຄວາມ ຮູ້ໃຫ້ແກ່ສະຫະລັດ ແລະປະເທດອື່ນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG