ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັນທຶກກ່ຽວກັບ ໂຄວິດ-19: ວຽກງານການທູດ ມີການປ່ຽນແປງໃໝ່ ທ້າມກາງການລະບາດ ຢ່າງໜັກ ຂອງພະຍາດ


ບໍ່ມີນັກຂ່າວເລີຍຢູ່ໃນຊັ້ນລຸ່ມ ບ່ອນທີ່ເຄີຍເປັນຫ້ອງສໍາພາດ ແລະອອກໂທລະພາບຢູ່ໃນກະຊວງການຕ່າງປະເທດສະຫະລັດ. (ພາບຖ່າຍໂດຍ Nike Ching/VOA)
ບໍ່ມີນັກຂ່າວເລີຍຢູ່ໃນຊັ້ນລຸ່ມ ບ່ອນທີ່ເຄີຍເປັນຫ້ອງສໍາພາດ ແລະອອກໂທລະພາບຢູ່ໃນກະຊວງການຕ່າງປະເທດສະຫະລັດ. (ພາບຖ່າຍໂດຍ Nike Ching/VOA)

ຂ້ອຍຮູ້ດີວ່າ ມັນບໍ່ສຸພາບປານໃດ ທີ່ຈະໄປຈ້ອງຕາເບິ່ງຄົນອື່ນ ແຕ່ວ່າ ການ ກວດເບິ່ງໜ້າກາກປິດປາກ ແລະຜ້າຄຸຸມໜ້າ ທີ່ຄົນໃສ່ຢູ່ໃນກະຊວງການຕ່າງ ປະເທດ ເຮັດໃຫ້ຂ້ອຍຍິ້ມຫົວ ແລະເປັນວິທີທີ່ດີ ໃນການເລີ້ມການໂອ້ລົມສົນ ທະນາກັບ ຄົນ.

ບາງຄົນກໍໃຊ້ຜ້າປົກສີດໍາແບບນິນຈາ. ສ່ວນຄົນອື່ນໆ ໃສ່ຜ້າປິດປາກທີ່ເປັນຄືຄໍ ເສື້ອກັນໜາວໃສ່ຍາມໄປຫລິ້ນສະກີ້. ມີບາງຄົນກໍໃສ່ຜ້າສີຂາວ ແລະຜ້າລາຍ ດອກໄມ້ ຊຶ່ງປາກົດວ່າມັນເປັນຜ້າທີ່ເຮັດເອົາເອງ. ຫລາຍຄົນກໍໃສ່ໜ້າກາກປິດ ປາກແບບທໍາມະດາສີຟ້າ ຫລືສີຂາວ.

ໃນຕອນທີ່ໄປຫ້ອງອາຫານປະຈໍາຫ້ອງການຢູ່ໃນຕຶກແຮຣີ ເອສ ທຣູມແມນ (Harry S. Truman) ຂອງກະຊວງການຕ່າງປະເທດນັ້ນ ຂ້ອຍເຫັນວ່າ ເຂດ ທີ່ຕາມປົກກະຕິແລ້ວ ມີຄົນອັ່ງອໍຍ່າງສວນກັນໄປກັນມານັ້ນ ສ່ວນໃຫຍ່ແມ່ນ ມິດງຽບ ແລະບໍ່ມີຄົນດັ່ງທີ່ມັນໄດ້ເປັນມາ ນັບຕັ້ງແຕ່ເລີ້ມມີການລະບາດຂອງ ໄວຣັສໂຄໂຣນາໃໝ່ໆນັ້ນ.

“ເພື່ອຮັກສາການຢູ່ຫ່າງກັນ ສະນັ້ນບ່ອນທີ່ໃຫ້ຄົນນັ່ງຢູ່ໃນຫ້ອງອາຫານຍັງຈະຖືກປິດໄວ້ ຢູ່ໃນເວລານີ້. ພວກເຮົາຂໍໃຫ້ທ່ານຈົ່ງຢ່າໄດ້ນັ່ງໃນເຂດນີ້,” ນັ້ນຄືປ້າຍ ຂຽນບອກ ວາງຢູ່ເທິງໂຕະໜ່ວຍນຶ່ງ ໃນບັນດາໂຕະທັງຫລາຍທີ່ໄດ້ຖືກກັນບໍ່ໃຫ້ ຄົນນັ່ງມາໄດ້ ຫລາຍອາທິດແລ້ວ. ປ້າຍອີກອັນນຶ່ງກໍເວົ້າວ່າ ລະດັບຄວາມສ່ຽງ ຢູ່ໃນຕຶກນີ້ ຍັງສູງຢູ່.

ຜູ້ຈັດການຫ້ອງອາຫານທີ່ໃສ່ໜ້າກາກປິດປາກບອກຂ້ອຍວ່າ ອາຫານຈະຖືກປິດ ໃນຕອນບ່າຍສອງໂມງ. ຢູ່ບ່ອນໃຫ້ຄົນນັ່ງເປັນບໍລິເວນທີ່ນ້ອຍກວ່າ ທີ່ໂຕະບໍ່ໄດ້ ຖືກກັນໄວ້ນັ້ນ ຂ້ອຍເຫັນເຈົ້າໜ້າທີ່ຮັກສາຄວາມປອດໄພ 6 ຄົນນັ່ງພັກຜ່ອນໃນ ຕອນກາງວັນ ໂດຍທີ່ໄດ້ຢູ່ຫ່າງກັນຫລາຍຟຸດ.

ໃນຂະນະທີ່ພວກພະນັກງານຍັງເຮັດວຽກເຮັດການຢູ່ບ້ານນັ້ນ ກະຊວງການຕ່າງປະເທດ ກໍເລີ້ມປະຕິບັດແຜນການທີ່ໄດ້ວາງໄວ້ເປັນໄລຍະໃນການຜ່ອນຜັນຂໍ້ຈໍາກັດ ໃນການເດີນທາງ ແລະເລີ້ມເອົາຄົນເຂົ້າມາເຮັດວຽກຢູ່ໃນໂຮງການຄືນແບບ ຊ້າໆ ທັງ “ຢູ່ໃນປະເທດ” ແລະ “ຫ້ອງການຢູ່ຕ່າງປະເທດ”.

“ໃນວັນທີ 1 ພຶດສະພາ ກະຊວງການຕ່າງປະເທດ ໄດ້ເປີດເຜີຍວິທີການທາງການທູດທີ່ແຂງຂັນ, ແບ່ງເປັນໄລຍະອີງຕາມສະພາບການ ເພື່ອດັດປັບຈໍານວນ ພະນັກງານທີ່ໄປເຮັດວຽກຢູ່ໃນຫ້ອງການໃຫ້ເໝາະກັບສະພາບທີ່ປ່ຽນໄປເລື້ອຍໆ ຂອງພະຍາດໂຄວິ-19,” ນັ້ນຄືຄໍາເວົ້າຂອງໂຄສົກ ປະຈໍາກະຊວງຕ່າງປະເທດ ທີ່ກ່າວຕໍ່ວີໂອເອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG