ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຊ່ຽວຊານເວົ້າວ່າ ໂຄວິດ-19 ແຜ່ຜາຍ ໄວຫຼາຍເກີນ ຄວາມສາມາດຈະ ຄວບຄຸມມັນໄດ້ຢູ່ໃນ ສຫລ


ທ່ານ Doug Ducey, ຜູ້ປົກຄອງລັດອາຣີໂຊນາ ແລະ ດຣ. Cara Christ ກໍາລັງພາການໜີໄປຫລັງຈາກໄດ້ລາຍງານສະພາບການ COVID-19 ຢູ່ໃນລັດດັ່ງກ່າວແລ້ວ ໃນວັນຈັນ, 29 ມິຖຸນາ, 2020 ໃນນະຄອນຟີນິກ.
ທ່ານ Doug Ducey, ຜູ້ປົກຄອງລັດອາຣີໂຊນາ ແລະ ດຣ. Cara Christ ກໍາລັງພາການໜີໄປຫລັງຈາກໄດ້ລາຍງານສະພາບການ COVID-19 ຢູ່ໃນລັດດັ່ງກ່າວແລ້ວ ໃນວັນຈັນ, 29 ມິຖຸນາ, 2020 ໃນນະຄອນຟີນິກ.

ໄວຣັສໂຄໂຣນາກໍາລັງແຜ່ຜາຍອອກຢ່າງວ່ອງໄວເກີນໄປ ແລະແຜ່ໄປຫາຫຼາຍໆ ລັດ ໃນສະຫະລັດຈົນເກີນກວ່າຄວາມສາມາດ ທີ່ຈະເອົາມັນໃຫ້ຢູ່ ພາຍໃຕ້ການຄວບຄຸມໄດ້, ອີງຕາມຫົວໜ້ານັກຊ່ຽວຊານດ້ານນີ້ ກ່າວໃນວັນຈັນວານນີ້ ໃນຂະ ນະທີ່ຢູ່ບາງລັດມີກໍລະນີຄົນປ່ວຍເປັນພະຍາດນີ້ລາຍໃໝ່ ໃນຈໍານວນສູງຢ່າງເປັນ ປະຫວັດການໃນທຸກໆມື້.

“ພວກເຮົາມີເຊື້ອໄວຣັສຫລາຍເກີນໄປຫລາຍ ຢູ່ໃນປະເທດໃນເວລານີ້, ສະນັ້ນ ມັນເປັນສິ່ງເຮັດໃຫ້ທໍ້ແທ້ໃຈຫລາຍ,” ນັ້ນຄືຄໍາເວົ້າຂອງ ດຣ. ແອນ ຊູຊາດ (Anne Schuchat) ຈາກສູນກາງຄວບຄຸມແລະປ້ອງກັນພະຍາດ ທີ່ກ່າວຕໍ່ໜັງ ສືພິມສະມາຄົມການແພດອາເມຣິກັນ.

ດຣ. ຊູຊາດ ເອີ້ນການພຸ້ງສູງຂຶ້ນຂອງຈໍານວນຄົນເປັນພະຍາດລາຍໃໝ່ນີ້ວ່າ ເປັນພຽງ “ຂັ້ນເລີ້ມຕົ້ນ,” ແລະເວົ້າວ່າ ກໍລະນີຄົນປ່ວຍລາຍໃໝ່ບໍ່ໄດ້ຖືກບົ່ງຕົວ ຢ່າງວ່ອງໄວ ແລະບໍ່ໄດ້ຖືກກັກໃຫ້ຢູ່ໂດດດ່ຽວໂດຍມີສືບທາວຫາຜູ້ທີ່ໄດ້ມີການ ສໍາພັດນໍາຢ່າງຖືກຕ້ອງ.

ທ່ານນາງກ່າວອີກວ່າ “ຂ້າພະເຈົ້າຄິດວ່າ ຄົນຄວາມຄິດຮູ້ສຶກດີໃຈຫລາຍຢູ່ໃນ ທົ່ວປະເທດນີ້ ທີ່ຄິດວ່າ ເຮີຍ ມັນຮອດລະດູຮ້ອນແລ້ວ. ທຸກສິ່ງທຸກຢ່າງຈະບໍ່ ມີບັນຫາຫຍັງ. ພວກເຮົາໄດ້ຜ່ານພົ້ນມັນໄປແລ້ວ ແລະພວກເຮົາຍັງບໍ່ທັນຮອດ ແມ່ນແຕ່ຂັ້ນເລີ້ມ ຈະຜ່ານພົ້ນບັນຫານີ້ໄປໄດ້ເທື່ອ. ມີປະເດັນໃຫ້ມີຄວາມເປັນ ຫ່ວງຢ່າງຫລວງຫລາຍຢູ່ໃນປະມານອາທິດແລ້ວນີ້ຫລືໄລຍະນີ້ໜີ້ຫລະ.”

ດຣ. ຊູຊາດຂໍຮ້ອງໃຫ້ຄົນໃສ່ໜ້າກາກປິດປາກ, ປະຕິບັດລະບຽບການຢູ່ຫ່າງກັນ ແລະບໍ່ຫວັງທີ່ຈະວາງໃຈໄດ້ຈົນກວ່າວ່າຈະມີຢາວັກຊິນອອກມາ.

ເມືອງແຈັກຊັນວີລ ໃນລັດຟລໍຣິດາ ບ່ອນທີ່ພັກຣີພັບບລິກັນຈະຈັດກອງປະຊຸມ ໃຫຍ່ໃນເດືອນສິງຫານັ້ນເວົ້າໃນວັນຈັນວານນີ້ວ່າ ລັດດັ່ງກ່າວຈະຮຽກຮ້ອງໃຫ້ ຄົນໃສ່ໜ້າກາກປິດປາກໄວ້ ຢູ່ໃນທຸກໆສະຖານທີ່ ທີ່ເປັນຂອງສ່ວນລວມ.

ບັນດາເຈົ້າໜ້າທີ່ຂອງລັດ ຍັງໄດ້ໃຫ້ງົດການດື່ມເຫລົ້າຢູ່ໃນບາຕ່າງໆ ເພາະ ເປັນຍ້ອນມີສິ່ງທີ່ຜູ້ປົກຄອງລັດຣອນ ເດິແຊນຕິສ (Ron DeSantis) ເອີ້ນວ່າ “ການບໍ່ປະຕິບັດຕາມລະບຽບແຜ່ຜາຍອອກຢ່າງກວ້າງຂວາງ.”

ທ່ານ ຟີລ ເມີຟີ (Phil Murphy), ຜູ້ປົກຄອງລັດນີວເຈີຊີ ກ່າວໃນວັນຈັນວານ ນີ້ວ່າ ການນັ່ງກິນຢູ່ໃນຮ້ານອາຫານ ຈະບໍ່ໄດ້ໃຫ້ມີອີກດັ່ງທີ່ໄດ້ວາງແຜນໄວ້ ໃນ ອາທິດນີ້ເພາະມີໄພຂົ່ມຂູ່ຈາກເຊື້ອໄວຣັສນີ້.

ລັດຖະບານທ່ານ ທຣໍາໄດ້ເວົ້າວ່າ ມີແຕ່ 4 ເປີເຊັນເທົ່ານັ້ນ ຂອງເມືອງທັງໝົດ ໃນສະຫະລັດ ທີ່ມີຈໍານວນຄົນຕິດໄວຣັສໂຄໂຣນາໃໝ່ພຸ້ງສູງຂຶ້ນ.

ອ່ານກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG