ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວມີຄວາມເຫັນແຕກຕ່າງກັນ ໃນເລື້ອງເປີດປະເທດຄືນ ຂະນະທີ່ລະບາດຂອງໂຄວິດ-19 ໃນໂລກ ຍັງໜັກໜ່ວງຢູ່


ກະຊວງສາທາລະນະສຸກ ສປປ ລາວ
ກະຊວງສາທາລະນະສຸກ ສປປ ລາວ

ການຊັ່ງຊາເບິ່ງລະຫວ່າງຜົນກະທົບອັນໃຫຍ່ຫລວງຈາກການປິດປະເທດ ແລະປິດເມືອງ
ໄວ້ຍ້ອນການລະບາດຢ່າງໜັກ ຕໍ່ເສດຖະກິດຢູ່ທົ່ວໂລກ ກັບການສະກັດບໍ່ໃຫ້ມີການຕິດ
ເຊື້ອໄວຣັສໂຄໂຣນາເພີ້ມຂຶ້ນນັ້ນເປັນບັນຫາຖົກຖຽງກັນຢູ່ ໃນຫລາຍລະດັບບໍລິຫານຂອງ
ປະເທດຕ່າງໆຕະຫລອດທັງໃນສັງຄົມ. ຢູ່ໃນລາວເອງກໍຫລີກລຽງບັນຫານີ້ບໍ່ໄດ້ ດັ່ງການ
ໃຫ້ສໍາພາດຂອງນັກທຸລະກິດ ແລະພະນັກງານລາວ ທີ່ນັກຂ່າວຂອງພວກເຮົາໄດ້ລາຍ
ງານມາວ່າຄວາມເປັນຫ່ວງທັງສອງຢ່າງນີ້ ແມ່ນຍັງເປັນບັນຫາຖົກຖຽວກັນທີ່ມີຢູ່ທົ່ວໄປໃນ
ສັງຄົມລາວ. ອັນດັບຕໍ່ໄປຂໍເຊີນທ່ານຮັບຟັງລາຍລະອຽດກ່ຽວກັບເລື້ອງຈາກນັກຂ່າວຂອງ
ພວກເຮົາຊຶ່ງ ກິ່ງສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.


ຂະນະທີ່ພະຍາດໂຄວິດ-19 ຍັງລະບາດຢ່າງໜັກຢູ່ໃນຫລາຍພາກຂອງໂລກ ໂດຍສະ
ເພາະໃນທະວີບອາເມຣິກາ ແລະບາງພາກໃນຢູໂຣບ ແລະເອເຊຍຢູ່ນີ້ ສປປ ລາວ ກໍຍັງ
ສືບຕໍ່ໃຊ້ມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວໃນລະດັບໃດນຶ່ງ.
ແນ່ນອນ ສິ່ງທີ່ຫລີກລ້ຽງບໍ່ໄດ້ກໍຄືຜົນກະທົບທາງເສດ ຖະກິດຂອງການປິດປະເທດຢູ່ໃນ
ພາກພື້ນຕ່າງໆ ຂອງໂລກ ແລະຢູ່ໃນລາວເອງຊຶ່ງ ໄດ້ມີຄວາມເຄັ່ງຄັດທີ່ສຸດໃນໄລຍະນຶ່ງ.
ມາດຕະການຕ້ານການລະບາດຂອງເຊື້ອໄວຣັສໂຄໂຣນາດັ່ງກ່າວໄດ້ສົ່ງຜົນສະທ້ອນຕໍ່
ເສດຖະກິດ ແລະສະພາບຊີວິດ ການເປັນຢູ່ຂອງປະຊາຊົນຢູ່ທົ່ວປະເທດ. ຕໍ່ບັນຫານີ້ທາງ
ວີໂອເອກໍໄດ້ສໍາພາດນັກ ທຸລະກິດທ່ານນຶ່ງ ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ເຂົາຢ້ານເສດຖະກິດສູ່ມື້ນີ້ ຈີນມັນບໍ່ມາ ມັນບໍ່ໄປບໍ່ມາຫຍັງ ມັນບໍ່ມີເງິນກິນເຂົ້າກິນ
ນໍ້າເຂົາຢ້ານໂຕນີ້ ຕິດພະຍາດນີ້ເຂົາບໍ່ຢ້ານ, ຕິດແລ້ວກະໄປໂຮງໝໍມີທ່ານໝໍປົວ ເບິ່ງ
ອັນວຽກມັນບໍ່ໄປ ຄືຍີ່ປຸ່ນເຫັນບໍ່ປິດປະເທດ ມີແຕ່ບໍ່ໃຫ້ຄົນໃກ້ກັນ ຄົນສໍາຜັດກັນໃສ່ໜ້າ
ກອກໜ້າກາກ, ນາຍົກມັນວ່າ ມັນບໍ່ຢ້ານໂຄວອກໂຄວິດ ມັນບໍ່ຢ້ານ ມັນຢ້ານແຕ່ເສດ
ຖະກິດຕາຍ, ມີຈັກປະເທດເສດຖະກິດເສດຖະກິດຕາຍລົ້ມລະລາຍເປັນເສດຖີບໍ່ກາຍ

3 ມື້ຕາຍ, ຢູ່ໄທເຫັນບໍ ເຖົ້າແກ່ເຟີນີເຈີຜົວກັບເມຍຍິງໂຕຕາຍເລີຍ, ໂຄວິດມັນບໍ່ໄດ້
ຕາຍໃດ
ເປັນໜີ້ເປັນສິນ ເງິນໄປປ່ອຍເຄື່ອງບໍ່ໄດ້ເງິນເຈົ້າໜີ້ມາທວງ ສູ່ມື້ສູ່ມື້ ກົດດັນກັນ
ຫລາຍ
ຂ້າໂຕເອງຕາຍຕາມນໍາ.”

ແຕ່ຢ່າງໃດກໍຕາມການເປີດໃຫ້ຄົນໄປມາຫາສູ່ກັນ ແລະເຮັດທຸລະກິດ ເພື່ອໃຫ້ການດໍາ
ລົງຊີວິດຂອງປະຊາຊົນເລີ້ມກ້າວໄປສູ່ສະພາບປົກກະຕິນັ້ນ ກໍຂ້ອນຂ້າງວ່າ ເປັນການເປີດ
ຮັບເອົາຄວາມສ່ຽງຕໍ່ການຕິດເຊື້ອພະຍາດຫລາຍຂຶ້ນ ດັ່ງຄໍາຖະແຫລງຜ່ານທາງໂທລະ
ພາບຂອງດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະຜູ້
ນໍາພາຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມໂຄວິດ-19 ກ່າວຢູ່ໃນຖະແຫລງ
ການກ່ຽວກັບໂຄວິດ-19 ປະຈໍາວັນທີ 24 ກໍລະກົດຜ່ານມາວ່າ:
“ຊຶ່ງວ່າເປັນຜູ້ທີ 20 ນໍາເຂົ້າມາຈາກຕ່າງປະເທດນີ້, ສະນັ້ນເພື່ອເຮັດໃຫ້ຜູ້ຊົມທາງບ້ານ
ຮັບຮູ້ຂໍ້ມູນຂ່າວສານຕົວຈິງ ໂດຍອີງໃສ່ສະພາບຂອງໂລກຄືແນວນັ້ນ ການລະບາດຍັງ

ເປັນວົງກວ້າງ ບາງປະເທດຕິດເຊື້ອໜ້ອຍດຽວ ປະເທດໃກ້ຄຽງເຮົາກະຕິດເຊື້ອ 40ພັນ
ກວ່າຄົນເຊັ່ນປະເທດອິນເດຍໃນເຂດອາຊີ ຢູ່ທາງອະເມລິກາຕິດເຊື້ອ 50-60ພັນຄົນຕໍ່
ມື້,
ເສຍຊີວິດຢູ່ບາງປະເທດ ມື້ດຽວ 5ພັນຄົນ ຫາ 6ພັນຄົນ ຖືວ່າການລະບາດຍັງເປັນວົງ
ກວ້າງຢູ່ໃນບາງປະເທດໃນໂລກ, ສະເພາະຢູ່ ສປປ ລາວ ເປັນຂໍ້ມູນທີ່ສໍາຄັນທີ່ສຸດທີ່
ຈະລາຍງານໃຫ້ທ່ານຊາບໃນມື້ນີ້, ຖືວ່າພວກເຮົາເວັ້ນໄລຍະຫ່າງນີ້ 3 ເດືອນກວ່າແລ້ວ
ຖືວ່າ 102
ວັນແລ້ວບໍ່ພົບຜູ້ຕິດເຊື້ອຢູ່ໃນປະເທດຂອງພວກເຮົາ ຈັ່ງຊັ້ນໃນວັນທີ 23 ເດືອນ
ກໍລະກົດ
ຈັ່ງມີຜູ້ຕິດໃໝ່.”

ສະນັ້ນທ່ານຈຶ່ງກ່າວຕໍ່ໄປອີກວ່າ:


“ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນພວກເຮົາສືບຕໍ່ປະຕິບັດມາດຕະການທີ່ທາງສະເພາະກິດ
ພວກເຮົາໄດ້ວາງອອກ ໄລຍະນີ້ຍັງແມ່ນໄລຍະ ປະຕິບັດປະຕິບັດແຈ້ງການຂອງສໍານັກ
ງານນາຍົກລັດຖະມົນຕີ ເລກທີ 697, ໂຍະຍານຫລາຍອັນ ແຕ່ກະມີຂໍ້ຫ້າມ ຂໍ້ຈໍາກັດ, ຂ້າ
ພະເຈົ້າກໍຄືຄະນະສະເພາະກິດຈິ່ງຮຽນສະເໜີບັນດາທ່ານ ຍິ່ງເຮົາເປີດກວ້າງເທົ່າໃດ ພວກ
ເຮົາຈະມີຮັບຄວາມສ່ຽງຫລາຍເທົ້ານັ້ນ.”

ປ້າຍຊົຊົມເຊີຍການແພດ
ປ້າຍຊົຊົມເຊີຍການແພດ

ເຊັ່ນດຽວກັນປະຊາຊົນລາວຫລາຍຄົນ ໂດຍສະເພາະພວກທີ່ເຮັດວຽກທີ່ກ່ຽວ ຂ້ອງກັບການທ່ອງທ່ຽວ ຫລືການຂົນສົ່ງກໍມີຄວາມເປັນຫ່ວງຫລາຍ ດັ່ງການ ໃຫ້ສໍາພາດຂອງພະນັກງານ
ບໍລິສັດການບິນລາວ ທີ່ເປີດເຜີຍກ່ຽວກັບຄວາມຢ້ານ ກົວໂຄວິດສູ່ວີໂອເອຟັງວ່າ:

“ກະເພິ່ນແລ່ນປົກກະຕິ ກະມີການປ້ອງກັນຢູ່ຈ້າວ, ເພີ່ນກະມີການກວດຢູ່ ເວລາຊິຂຶ້ນຍົນ
ຂຶ້ນຫຍັງຫັ້ນນະ ຄັນເພີ່ນມີອາການເຂົາກະມີແພດປະຈໍາສະໜາມບິນ ເວລາຊິຂຶ້ນໄປຫັ້ນ
ນະ ກະຢ້ານຢູ່ ກະຮັກສາເອົາຫັ້ນລະ.”

ສະນັ້ນ ຜູ້ກ່ຽວຄິດວ່າທຸກຄົນຄວນສືບຕໍ່ປະຕິບັດຕາມຄໍາແນະນໍາຫລືຕາມມາດຕະການສະ
ກັດກັ້ນການລະບາດຂອງພະຍາດ Covid19 ຊຶ່ງລວມມີການລະມັດລະ ວັງ ໂດຍການໃສ່
ໜ້າກາກປິດປາກ ແລະການຢູ່ຫ່າງກັນຢ່າງໜ້ອຍ 2 ແມັດ.

ສະຫລຸບແລ້ວການເລີ້ມເປີດໃຫ້ຄົນເຮັດທຸລະກິດ ແລະກັບໄປສູ່ສະພາວະປົກກະຕິດັ່ງທີ່
ເຄີຍເປັນມາ ກ່ອນເກີດການລະບາດຢ່າງໜັກຂອງພະຍາດໂຄວິດ-19 ຢູ່ທົ່ວໂລກນັ້ນ ຍັງ
ເປັນການຖົກຖຽງກັນຢູ່ໃນລາວເວລານີ້.

XS
SM
MD
LG