ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍ້ອນການລະບາດ ຂອງ COVID-19 ຈຶ່ງເຮັດໃຫ້ 2 ສະໂມສອນໃຫຍ່ໆ ຂອງນັກກິລາມະຫາວິທະຍາໄລ ໂຈະການແຂ່ງຂັນ ໃນປີ 2020


ປະທານຄະນະກຳມະການ ສະໂມສອນ Big Ten ທ່ານ ແຄວິນ ວໍເຣນ ກ່າວຖະແຫລງຕໍ່ສື່ມວນຊົນ ໃນນະຄອນ ອິນດຽນນາໂປລິສ, ເມື່ອວັນພະຫັດ ທີ 12 ສິງຫາ 2020. (AP Photo/Michael Conroy)
ປະທານຄະນະກຳມະການ ສະໂມສອນ Big Ten ທ່ານ ແຄວິນ ວໍເຣນ ກ່າວຖະແຫລງຕໍ່ສື່ມວນຊົນ ໃນນະຄອນ ອິນດຽນນາໂປລິສ, ເມື່ອວັນພະຫັດ ທີ 12 ສິງຫາ 2020. (AP Photo/Michael Conroy)

ການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຍັງສືບຕໍ່ສົ່ງຜົນກະທົບຕໍ່ວົງການກິລາໃນໂລກ ໃນຂະນະທີ່ສອງສະໂມສອນ ນັກກິລາມະຫາວິທະຍາໄລທີ່ສຳຄັນຂອງສະຫະລັດ ໄດ້ປະກາດ ໃນວັນອັງຄານວານນີ້ ວ່າ ພວກເຂົາເຈົ້າ ຈະໂຈະລະດູການແຂ່ງຂັນອາເມຣິກັນຟຸດບອລ ໃນລະດູໃບໄມ້ຫລົ່ນ ທີ່ຈະມາເຖິງນີ້.

ປະທານຄະນະກຳມະການຂອງສະໂມສອນ Big Ten ທ່ານແຄວິນ ວໍເຣນ (Kevin Warren) ໄດ້ກ່າວຫຼັງຈາກທີ່ປຶກສາຫາລືກັບຄະນະທີ່ປຶກສາດ້ານການແພດຂອງສະໂມສອນແລ້ວ ວ່າ “ມັນໄດ້ເປັນທີ່ຈະແຈ້ງຢ່າງຄັກແນ່ວ່າ ມີຄວາມບໍ່ແນ່ນອນຫຼາຍເກີນໄປ ກ່ຽວກັບຄວາມສ່ຽງສູງ ໃນດ້ານການແພດ ທີ່ຈະອະນຸ ຍາດໃຫ້ພວກນັກສຶກສາ ທີ່ເປັນກິລາຂອງພວກເຮົາ ແຂ່ງຂັນໃນລະດູໃບໄມ້ຫລົ່ນນີ້.” ສ່ວນປະທານຄະນະກຳມະການ ສະໂມສອນ Pac-12 ທ່ານ ແຣຣີ ສະກັອດ ໄດ້ກ່າວວ່າ ບັນດາປະທານ ແລະອະທິການບໍດີ ໝົດທຸກຄົນ ທີ່ເປັນສະມາຊິກ ຂອງມະຫາວິທະຍາໄລ ເຫັນດີນຳວ່າ ໂຄງການຂອງເຂົາເຈົ້າ “ເປັນພາກສ່ວນນຶ່ງຂອງຊຸມຊົນໃນວິທະຍາເຂດທີ່ກວ້າງຂວາງ ບ່ອນທີ່ໃນຫຼາຍໆກໍລະ ນີ ທີ່ມີການລະບາດຂອງພະຍາດ Covid-19 ນັ້ນ ແມ່ນສໍາຄັນຍິ່ງ.”

ສະໂມສອນ Big Ten ປະກອບດ້ວຍ ໂຄງການຟຸດບອລມະຫາວິທະຍາໄລ ທີ່ມີຊື່ສຽງ ເຊັ່ນລັດໂອໄຮໂອ ມິຊິແກັນ ແລະເພັນສະເຕດ ໃນຂະນະດຽວກັນ ສະໂມສອນ Pac-12 ໂດຍຕົ້ນຕໍແມ່ນຕັ້ງຢູ່ເຂດພາກຕາເວັນຕົກຂອງສະຫະລັດ ທີ່ປະກອບດ້ວຍ ມະຫາວິທະຍາໄລໃຫຍ່ໆ ເຊັ່ນສະແຕນຟອດ ມະຫາວິທະຍາໄລພາກໃຕ້ລັດຄາລີຟໍເນຍ ຫຼື USC ແລະມະຫາວິທະ ຍາໄລຄາລີຟໍເນຍ ທີ່ນະຄອນລອສແອນເຈີລິສ ຫຼື UCLA.

ນອກເໜືອຈາກຟຸດບອລແລ້ວ ສະໂມສອນ Big Ten ກ່າວວ່າ ຕົນຈະໂຈະກິດຈະກຳດ້ານກິລາທຸກຊະນິດ ໃນລະດູໃບໄມ້ຫລົ່ນ ທີ່ປະກອບດ້ວຍ ແລ່ນແລະລານ ເພດຊາຍ ແລະຍິງ ແລະກິລາເຕະບານແບບອາເມຣິກັນ. ສ່ວນສະໂມສອນ Pac-12 ໄດ້ກ່າວວ່າ ຕົນຈະບໍ່ຈັດການແຂ່ງຂັນກິລາໃດໆ ສໍາລັບຊ່ວງໄລຍະທີ່ເຫຼືອຂອງສົກປີ 2020.

ທັງສອງສະໂມສອນດັ່ງກ່າວ ພ້ອມດ້ວຍ ສະໂມສອນ ເຂດແຄມຝັ່ງແອັດແລນຕິກ, ເຂດພາກຕາເວັນອອກສຽງໃຕ້ ແລະ Big 12 ທີ່ລວມເຂົ້າກັນ ເອີ້ນວ່າ “ກໍາລັງຫ້າ” ທີ່ເປັນສະໂມສອນຂອງນັກກິລາມະຫາວິທະຍາໄລ ທີ່ສໍາຄັນ ຊຶ່ງໂຄງການກິລາຟຸດບອລ ຂອງພວກເຂົາເຈົ້ານັ້ນ ແມ່ນບໍ່ພຽງແຕ່ລວມມີນັກກິລາທີ່ດີເດັ່ນທີ່ສຸດໃນປະເທດ ແຕ່ຍັງນຳເອົາເງິນລາຍໄດ້ຫຼາຍພັນລ້ານໂດລາ ຈາກການຂາຍປີ້ແລະສັນຍາການຖ່າຍທອດຜ່ານໂທລະພາບ ໃນທົ່ວປະເທດນຳດ້ວຍ.

ຄາດກັນວ່າ ການຫຼິ້ນກິລາຟຸດບອລ ຂອງມະຫາວິທະຍາໄລສະຫະລັດ ໃນລະ ຫວ່າງລະດູໃບໄມ້ຫຫລົ່ນຕາມປະເພນີ ທ່າມກາງການລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ຢູ່ໃນພາວະທີ່ບໍ່ມີຄວາມແນ່ນອນ ກ່ອນໜ້າທີ່ສະໂມສອນ Big Ten ແລະ Pac-12 ໄດ້ໂຈະລະດູການແຂງຂັນ ຂອງພວກເຂົາເຈົ້າໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG