ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດ-19 ມີຜົນກະທົບແນວໃດ ໃຫ້ແກ່ຂະແໜງການທ່ອງທ່ຽວ ໃນລາວ


ໂຮງແຮມວັນຊະນະຣີເວີຊາຍຕ໌.
ໂຮງແຮມວັນຊະນະຣີເວີຊາຍຕ໌.

ພາກການບໍລິການທ່ອງທ່ຽວຂອງລາວທີ່ກວາມເອົາປະມານ 7 ເປີເຊັນຂອງຍອດຜະລິດ
ຕະພັນລວມພາຍໃນຂອງປະເທດນັ້ນ ແມ່ນໄດ້ຮັບຜົນກະທົບຢ່າງໜັກ ເຖິງແມ່ນວ່າການ
ຫ້າມເດີນທາງຕ່າງໆ ເຂົ້າ-ອອກປະເທດຈະໄດ້ຮັບການໂຍະຍານລົງແດ່ແລ້ວກໍຕາມ. ບັນ
ດາໂຮງແຮມຕ່າງໆ ຕະຫລອດເຖິງບໍລິ ສັດ ໃຫ້ການບໍລິການການທ່ອງທ່ຽວໃນລາວລ້ວນ
ແຕ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ອີງຕາມການສໍາພາດ ຂອງພາກສ່ວນກ່ຽວຂ້ອງ ກັບນັກ
ຂ່າວວີໂອເອ ຊຶ່ງ ກິ່ງສະຫວັນ ຈະນໍາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ດັ່ງທີ່ວີໂອເອໄດ້ສະເໜີໄປເມື່ອມໍ່ໆ ມານີ້ ເນື່ອງຈາກການລະບາດຂອງພະຍາດໂຄວິດ
19, ທະນາຄານພັດທະນາເອເຊຍ ຫລື ADB ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງ
ເສດຖະກິດຂອງລາວ ໃນປີ 2020 ລົງຈາກລະດັບ 6.2 ເປີ ເຊັນເປັນ 3.5 ເປີເຊັນ. ໃນ
ນັ້ນພາກບໍລິການ ແລະທ່ອງທ່ຽວທີ່ກວາມເອົາປະ ມານ 7 ເປີເຊັນຂອງຍອດຜະລິດຕະ
ພັນລວມພາຍໃນຫລື GDP ຂອງລາວນັ້ນ ແມ່ນຖືກກະທົບໜັກໜ່ວງທີ່ສຸດ ແລະຄາດ
ວ່າຈະຂະຫຍາຍຕົວໄດ້ໃນອັດ ຕາສະເລ່ຍພຽງ 1.3 ເປີເຊັນເທົ່ານັ້ນເມື່ອທຽບໃສ່ປີ
2019 ແທນທີ່ຈະເປັນ 5 ເປີເຊັນ ທີ່ໄດ້ຕັ້ງໄວ້ໃນ ເມື່ອກ່ອນ.

ຜົນກະທົບຈາກການປິດປະເທດເພື່ອສະກັດກັ້ນການລະບາດຂອງພະຍາດໂຄວິດ-19
ທີ່ເຮັດໃຫ້ການບໍລິການໂດຍສາຍການບິນສາກົນຂອງລາວກັບປະເທດ ຕ່າງໆ ໂດຍສະ
ເພາະແມ່ນກັບຈີນ, ໄທ ແລະເກົາຫລີໃຕ້ ຫລຸດການບໍລິການ ຂອງຕົນລົງຢ່າງຫລວງ
ຫລາຍນັບແຕ່ເດືອນມີນາຜ່ານມາ. ພ້ອມກັນນັ້ນ ໃນໄລ ຍະສອງອາທິດຜ່ານມານີ້ ສາຍ
ການບິນລະຫວ່າງລາວກັບຕ່າງປະເທດ ກໍເລີ້ມ ເປີດຄືນມາແດ່ແລ້ວ ແຕ່ກໍມີຜູ້ໂດຍສານ
ໃນຈໍານວນຈໍາກັດຢູ່ ທັງນີ້ກໍເພາະ ຜູ້ ໂດຍສານເດີນທາງເຂົ້າປະເທດ ຕ້ອງໄດ້ທໍາການ
ກັກຕົນເອງເປັນເວລາ 14 ມື້ ຢູ່ ດັ່ງການບອກເລົ່າຂອງນັກທຸລະກິດທ່ານນຶ່ງ ທີ່ມີລູກຊາຍ
ຫາກໍ່ເດີນທາງກັບຈາກສະຫະລັດຜ່ານເກົາຫລີໃຕ້ເຂົ້າໄປລາວ ໂດຍສາຍການບິນລາວ
ໃນວັນສຸກຜ່ານມານີ້.

ເຊີນຊົມວີດີໂອ
please wait

No media source currently available

0:00 0:01:21 0:00

ລະບຽບການກັກຕົວຂອງຜູ້ເດີນທາງເຂົ້າມາລາວແລະຂອງປະເທດເພື່ອນບ້ານເຊັ່ນ ໄທ
ແລະຈີນ ໄດ້ເຮັດໃຫ້ແຂກທີ່ໃຊ້ບໍລິການທົວ ແລະໂຮງ ແຮມຕ່າງໆ ໃນລາວ ກໍຄືຢູ່ໃນນະ
ຄອນຫລວງວຽງຈັນ ຫລຸດລົງຢ່າງຫລວງ ຫລາຍ ອີງຕາມການເປີດເຜີຍຂອງພາກສ່ວນກ່ຽວຂ້ອງ ຊຶ່ງກໍຄືບໍລິສັດຈັດທົວບໍລິການນັກທ່ອງທ່ຽວ ຂອງຕ່າງປະເທດແຫ່ງນຶ່ງ ແລະຜູ້
ຕາງໜ້າໂຮງແຮມໃຫຍ່ແຫ່ງນຶ່ງ ທີ່ລົງທຶນໂດຍຕ່າງປະເທດ ໃນນະຄອນຫລວງວຽງຈັນ.
ດັ່ງການໃຫ້ສໍາພາດຂອງຜູ້ບໍລິຫານບໍລິສັດທົວຕ່າງປະເທດແຫ່ງນຶ່ງໃນນະຄອນຫຼວງວຽງ
ຈັນຕໍ່ວີໂອເອວ່າ ບໍລິສັດຂອງຜູ້ກ່ຽວຖືກລັດຖະບານສັ່ງໃຫ້ປິດໄວ້ ໃນຊ່ວງປິດປະເທດ
ເປັນໄລຍະສອງເດືອນຜ່ານມານັ້ນ ຊຶ່ງພາໃຫ້ມີຜົນກະທົບ ຫລາຍ ຊຶ່ງຜູ້ກ່ຽວບອກວ່າ:

“ເດືອນ 3 ຕົ້ນເດືອນ 4 ເພິ່ນສັ່ງປິດແຕ່ທີແລກພຸ້ນລະ ກະເລີ້ມວັນທີ 31 ເດືອນ 3 ກະໄລ່
ວັນທີ 1 ເດືອນ 4 ສາ ບາງໂຮງແຮມກະຊິເປີດນີ້ລະ ຊິເປີດເດືອນ 6 ນີ້ລະ ແຕ່ວ່າຫຼາຍ
ໂຮງແຮມກະຍັງບໍ່ເປີດ ເພາະມັນອີງໃສ່ສາຍການ ບິນຕ່າງປະເທດແມ່ນຫຍັງຕ່າງໆ ແມ່ນ
ຍັງບໍ່ໄດ້ບໍລິການເທື່ອ ແຫຼ່ງທ່ອງທ່ຽວຕ່າງໆກະຍັງຢູ່. ເວົ້າແລ້ວມັນບໍ່ມີແຂກໄປໄທ ກະຢູ່
ຊື່ໆ, ມັນບໍ່ພໍເທົ່າໃດແຂກພາຍໃນ. ສ່ວນຫຼາຍມັນກະຕ້ອງອີງໃສ່ແຂກພາຍນອກ, ແມ່ນ
ແມ່ນອີງໃສ່ເຄືອຂ່າຍອາດຈະປະມານນັ້ນ."

ຜູ້ກ່ຽວເວົ້າອີກວ່າ ສະພາບການອັນນີ້ ຍັງຈະແກ່ຍາດໄປອີກດົນ ອາດຈະຮອດທ້າຍປີນີ້
ທັງນີ້ກໍຍ້ອນວ່າ ລະບຽບການກັກກັກບໍລິເວນເປັນເວລາ 14 ມື້ ຢູ່ນີ້ ເຮັດໃຫ້ຄົນບໍ່ຢາກ
ເດີນທາງເຂົ້າລາວ ຫລືໄປປະເທດອື່ນຢູ່ໃນຂົງເຂດ.

ເມື່ອຖາມເຖິງການເປີດປະເທດຂອງປະເທດເພື່ອນບ້ານເຊັ່ນໄທ, ຈີນ ແລະ ຫວຽດນາມ
ນັ້ນວ່າ ຈະເຮັດໃຫ້ມີແຂກຕ່າງປະເທດເຂົ້າມາລາວເພີ້ມຂຶ້ນບໍ່ ຜູ້ກ່ຽວຕອບວ່າ:

“ເຂົາກະເປີດສະເພາະບ້ານເຂົາ ແຕ່ຄົນອື່ນເຂົ້າໄປມັນກະຕ້ອງໄດ້ກັກຕົວຄືເກົ່າ ເຂົາເອີ້ນ
ວ່າກັກຕົວ 14 ມື້ ນີ້ໜາ, ໃຜຊິໄປເຮັດຫຍັງ ຄັນບໍ່ມີຄວາມຈໍາເປັນ, ເຂົ້າມາລາວເຂົາກະ
ກັກຄືກັນ ມັນກະຍາກຫັ້ນແຫຼະ.”

ເຊັ່ນດຽວກັນ, ເມື່ອບໍ່ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າມາລາວ ບັນດາ ໂຮງແຮມ
ຕ່າງໆ ທັງໃຫຍ່ ແລະນ້ອຍໃນລາວຕ່າງກໍລ້ວນແຕ່ໄດ້ຮັບຜົນກະທົບ ໄປຕາມໆກັນ ເຖິງ
ແມ່ນວ່າໃນໄລຍະມໍ່ໆມານີ້ ທາງການລາວໄດ້ ເລີ້ມເປີດໃຫ້ ຄົນເດີນທາງເຂົ້າອອກໄດ້
ຫລາຍຂຶ້ນແລ້ວກວ່າເກົ່າແລ້ວກໍຕາມ ດັ່ງການ ໃຫ້ສໍາ ພາດຂອງພະນັກງານບໍລິຫານຂອງ
ໂຮງແຮມຄຣາວພລາຊາ ຊຶ່ງເປັນໂຮງແຮມ ໃຫຍ່ແຫ່ງນຶ່ງ ທີ່ລົງທຶນໂດຍຕ່າງປະເທດໃນ
ລາວກ່າວວ່າ:

“ແມ່ນລະເປີດແລ້ວ ກະບໍ່ທັນມີແຂກເທື່ອ, ເປີດ ເປີດ ມີແຕ່ແຂກພາຍໃນ, ຕ່າງປະເທດມີ
ແຕ່ແຂກຂອງບໍລິສັດທີ່ມີສັນຍາ ມີແຂກເຂົ້າມາ ກະກັກຕົວ.”

ຜູ້ກ່ຽວເວົ້າສູ່ຟັງອີກວ່າ ໃນຊ່ວງທີ່ປິດປະເທດໃນເດືອນເມສາຫາກາງເດືອນພຶດສະພາ
ຜ່ານມານັ້ນ ທາງໂຮງແຮມກໍຍັງເປີດເປັນບາງສ່ວນຢູ່ ແຕ່ກໍບໍ່ຄ່ອຍ ມີແຂກມາພັກຍ້ອນບໍ່
ມີຄົນເດີນທາງເຂົ້າອອກປະເທດ.

ນອກນັ້ນແລ້ວ ດັ່ງທີ່ທາງວີໂອເອໄດ້ສະເໜີໄປໃນຕົ້ນເດືອນມີນາຜ່ານມາວ່າການລະບາດ
ຂອງພະຍາດໂຄວິດ-19 ທີ່ໄດ້ເລີ້ມຕົ້ນຂຶ້ນຢູ່ຈີນນັ້ນ ມີຜົນກະທົບ ໜັກໜ່ວງເປັນພິເສດຕໍ່
ທຸລະກິດຂອງໂຮງແຮມທີ່ມີລູກຄ້າສ່ວນໃຫຍ່ເປັນຊາວຈີນ ເຊັ່ນໂຮງແຮມ Land Mark
ໃນນະຄອນຫລວງວຽງຈັນທີ່ລູກຄ້າຊາວຈີນຫລາຍກວ່າ 30,000 ຄົນພາກັນຍົກເລີກການ
ຈອງຫ້ອງໝົດເລີຍ.

ສະຫຼຸບແລ້ວ ການລະບາດຂອງພະຍາດໂຄວິດ-19 ແມ່ນມີຜົນກະທົບຢ່າງໜັກໜ່ວງທີ່ສຸດ
ຕໍ່ພາກບໍລິການທ່ອງທ່ຽວທີ່ມີບົດບາດສໍາຄັນຕໍ່ເສດຖະກິດຂອງຊາດ ເພາະມັນກວາມເອົາປະມານ 7 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນຂອງປະເທດ.

XS
SM
MD
LG