ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະຍາດ COVID-19 ສູ້ກັບ ການຄ້າຂາຍ ຢາເສບຕິດ ທີ່ກຳລັງຂະຫຍາຍຕົວ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ບໍ່ໄດ້


ແປວໄຟ ແລະຂວັນໄຟ ຈາກກອງຢາເສບຕິດຜິດກົດໝາຍ ທີ່ໄດ້ຖືກເຜົາຖິ້ມ ໃນລະຫວ່າງ ພິທີການທຳລາຍຢາເສບຕິດ ເພື່ອເປັນຂີດໝາຍ ວັນຕໍ່ຕ້ານຢາເສບຕິດ ແລະການລັກລອບຄ້າຢາເສບຕິດ ຢູ່ຊານເມືອງຂອງນະຄອນຢາງກຸງ ຂອງມຽນມາ, ວັນສຸກ ທີ 26 ມິຖຸນາ 2020.
ແປວໄຟ ແລະຂວັນໄຟ ຈາກກອງຢາເສບຕິດຜິດກົດໝາຍ ທີ່ໄດ້ຖືກເຜົາຖິ້ມ ໃນລະຫວ່າງ ພິທີການທຳລາຍຢາເສບຕິດ ເພື່ອເປັນຂີດໝາຍ ວັນຕໍ່ຕ້ານຢາເສບຕິດ ແລະການລັກລອບຄ້າຢາເສບຕິດ ຢູ່ຊານເມືອງຂອງນະຄອນຢາງກຸງ ຂອງມຽນມາ, ວັນສຸກ ທີ 26 ມິຖຸນາ 2020.

ການຈັບຢາເສບຕິດຢ່າງມະຫາສານໄດ້ຫຼາຍຮອບ ແລະລາຄາຢາເສບຕິດ methamphetamines ຫຼືຢາບ້າ ໃນຕະຫຼາດມືດທີ່ຕ່ຳ ໃນທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນປີນີ້ ສະແດງໃຫ້ເຫັນວ່າ ພະຍາດ COVID-19 ກໍບໍ່ໄດ້ມີຜົນກະທົບຫຍັງຫຼາຍທີ່ຈະເຮັດໃຫ້ການລັ່ງໄຫລເຂົ້າມາຂອງຢາເສບຕິດໃນຂົງເຂດຫລຸດລົງ ເຖິງແມ່ນວ່າ ດ່ານຂ້າມຊາຍແດນຫຼາຍແຫ່ງໄດ້ຖືກປິດໄວ້ຍ້ອນການລະບາດລະດັບໂລກຂອງພະຍາດນີ້ຢູ່ນັ້ນກໍຕາມ.

ຖ້າຫາກບໍ່ມີສິ່ງອື່ນ ກໍແມ່ນມີແຕ່ໄວຣັສໂຄໂຣນາເທົ່ານນັ້ນທີ່ພິສູດໃຫ້ເຫັນໄດ້ ເຖິງຄວາມທົນທານຂອງພວກກຸ່ມຄ້າຢາເສບຕິດຂ້າມຊາດທີ່ຄອບງຳການຄ້າຂາຍຢາບ້າອອກມາຈາກມຽນມາ ແມ່ນມີຄວາມຈິງແທ້, ອີງຕາມການກ່າວຂອງບັນດານັກວິຊາການ.

ທ່ານເຈີຣມີ ດັກກລັດສ໌, ຫົວໜ້າສຳນັກງານດ້ານຢາເສບຕິດແລະອາຊະຍາກຳປະຈຳເຂດເອເຊຍຕາເວັນອອກສຽງໃຕ້ແລະປາຊີຟິກຂອງອົງການສະຫະປະຊາຊາດ ຫຼື UNODC ໄດ້ກ່າວຕໍ່ວີໂອເອວ່າ “ພວກເຮົາຄຶດວ່າ ມັນເປັນທຸລະກິດຕາມປົກກະຕິໃນປີ 2020 ຊຶ່ງເວົ້າໄດ້ວ່າ ການສະໜອງຕະຫຼາດແມ່ນຍັງສູງຂຶ້ນ ດັ່ງທີ່ມັນເຄີຍເປັນມາເມື່ອບໍ່ເທົ່າປີຜ່ານມານີ້.”

ທ່ານໄດ້ກ່າວຜ່ານທາງໂທລະສັບຈາກບາງກອກອີກວ່າ “ຖ້າຂໍ້ມູນຂອງ ມຽນມາ ໄທ ຫວຽດນາມ ກຳປູເຈຍ ເປັນການບົ່ງບອກສິ່ງໃດໆ-ແລະພວກເຮົາຄຶດວ່າ ມັນເປັນແນວນັ້ນ-ຕໍ່ໄປ ຢ່າງໜ້ອຍພາຍໃນຂົງເຂດແມ່ນ້ຳຂອງ ການສະໜອງຢາເສບຕິດ ແມ່ນສູງຫຼືສູງກວ່າປີກາຍນີ້ ຢູ່ໃນປະເທດເຫຼົ່ານັ້ນ.”

ລາຄາຢາບ້າ ຢູ່ໃນທົ່ວຂົງເຂດ ເມື່ອປີກາຍນີ້ ແມ່ນຖືວ່າ ຕ່ຳທີ່ສຸດຢູ່ແລ້ວ ໃນຮອບທົດສະວັດ ເຖິງແມ່ນວ່າ ລິດຂອງຢາບ້ານັ້ນສູງຂຶ້ນ ກໍຕາມ.

ຂໍ້ມູນທີ່ໄດ້ຖືກເກັບກຳໂດຍ UNODC ໃນລະຫວ່າງ ການລະບາດລະດັບໂລກຂອງໄວຣັສໂຄໂຣນາ ສະແດງໃຫ້ເຫັນສ່ວນລາຄາຕໍ່ກິໂລກຣາມຂອງຢາບ້າ ຫຼື ໄອສ໌ ຢູ່ໃນມຽນມາ ແລະຫວຽດນາມ ແມ່ນເທົ່າກັບໃນປີ 2019. ສ່ວນຢູ່ໃນກຳປູເຈຍ ລາຄາຂອງ “ຢາບ້າ” ທີ່ເປັນຢາປະສົມປະສານກັນຂອງ meth ແລະ caffeine ແທ້ຈິງແລ້ວແມ່ນໄດ້ຕົກລົງປະມານເຄິ່ງນຶ່ງ ໃນລາຄາຕ່ຳກວ່າ 1 ໂດລາຕໍ່ເມັດ. ອົງການ UNODC ກ່າວວ່າ ໄທ ຍັງໄດ້ລາຍງານເຖິງການຫລຸດລົງໃນລາຄາ ທັງຢາໄອສ໌ ແລະຢາບ້າ ໃນທ້າຍປີ 2019 ແລະຕົ້ນປີ 2020 ເມື່ອທຽບກັບ ໃນຊ່ວງເວລາປີດຽວກັນນີ້ ໃນເມື່ອກ່ອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG