ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດ-19 ເຮັດໃຫ້ຢ່າງໜ້ອຍ 1 ຄົນເສຍຊີວິດ ແລະຫລາຍກວ່າ 10 ຄົນປ່ວຍ ລວມທັງຄູບາ ໃນເຂດວອກກີຊາ, ມ. ມີລວອກກີ, ລັດວິສຄອນຊິນ


ຍາປ້າເລ່ງ (ນັ່ງຢູ່ເຄິ່ງກາງ) ແລະຍາເອື້ອຍພິໄລພອນ (ຢືນຢູ່ຂ້າງຊ້າຍຂອງຍາປ້າເລັ່ງ) ກັບໝູ່ເພື່ອນຂອງພວກເພິ່ນ
ຍາປ້າເລ່ງ (ນັ່ງຢູ່ເຄິ່ງກາງ) ແລະຍາເອື້ອຍພິໄລພອນ (ຢືນຢູ່ຂ້າງຊ້າຍຂອງຍາປ້າເລັ່ງ) ກັບໝູ່ເພື່ອນຂອງພວກເພິ່ນ

ກະແສຟອງການລະບາດຮອບໃໝ່ໃນລັດວິສຄອນຊິນ ໄດ້ເຮັດໃຫ້ຄົນໃນຄາວຕີ ວອກກີຊາ, ເຂດນະຄອນມີລວອກກີ, ລັດວິສຄອນຊິນເສຍຊີວິດໄປ 650 ກວ່າ ຄົນ ຊຶ່ງໃນນັ້ນແມ່ນລວມມີຄົນລາວ-ອາເມຣິກັນ ຢ່າງໜ້ອຍຄົນນຶ່ງ ທີ່ເສຍຊີວິດ ໄປໃນຕົ້ນເດືອນນີ້. ນອກຈາກນັ້ນມັນຍັງເຮັດໃຫ້ຫລາຍກວ່າ 10 ຄົນໃນປະຊາ ຄົມລາວຮວມທັງຄູບາອົງນຶ່ງຢູ່ວັດພຸດທະຮັກສາ ແລະນາຍຄູສອນ ໃນໂຮງຮຽນ ມັດທະຍົມແຫ່ງນຶ່ງຢູ່ໃນຄາວຕີດັ່ງກ່າວປ່ວຍອີກດ້ວຍ, ອີງຕາມຍາປ້າເລັ່ງ, ອາຍຸ 70 ກວ່າປີ ທີ່ເປັນພະຍາດນີ້ພ້ອມກັບສາມີຂອງເພິ່ນ. ໃນຂະນະທີ່ນັ່ງລໍຖ້າສາມີ ຂອງຍາປ້າທີ່ເຂົ້າໄປຫ້ອງສຸກເສີນ ຍ້ອນມີຄວາມອິດອ່ອນຫລາຍນັ້ນ, ຍາປ້າເລົ່າ ສູ່ຟັງວ່າ:

ຫລັງຈາກຮູ້ວ່າເປັນພະຍາດນີ້ແລ້ວພວກເພິ່ນກໍໄດ້ນອນພັກຢູ່ວັດໄດ້ 10 ມື້ແລ້ວຊຶ່ງ ຍາປ້າບອກວ່າ ສອງສາມີພັນລະຍາເພິ່ນເປັນຫ່ວງວ່າ ພວກຕົນອາດ ຈະນໍາເອົາພະຍາດໄປຕິດໃສ່ລູກ ແລະຫລານໆ ສະນັ້ນ ຈຶ່ງຈະສືບຕໍ່ພັກຢູ່ໃນ ວັດກ່ອນຈົນກວ່າຈະຫາຍດີ. ສ່ວນຜູ້ທີ່ເສຍຊີວິດໄປຍ້ອນພະຍາດນີ້ ແມ່ນບໍ່ໄດ້ມີ ການງັນເຮືອນດີ ແລະເອົາສົບໄປທໍາພິທີຢູ່ວັດ. ສ່ວນສະມາຊິກ 4 ຄົນຢູ່ໃນ ຄອບຄົວ ຂອງຜູ້ກ່ຽວແລະອີກຄອບຄົວຜູ້ເປັນເອື້ອຍທີ່ມີ 7 ຄົນນັ້ນ ກໍພາກັນຕິດ ພະຍາດນີ້ໝົດເລີຍ, ອີງຕາມຢາປ້າເລັ່ງ.

ພະຍາດໂຄວິດ-19 ປາກົດວ່າໄດ້ເປັນໄພຂົ່ມຂູ່ຕໍ່ສຸຂະພາບແລະຊີວິດຂອງປະ ຊາຄົມລາວໃນເຂດນະຄອນມີລວອກກີຢ່າງໜັກໜ່ວງດັ່ງຍາເອື້ອຍພິໄລພອນ, ປະທານສະມາຄົມສະຕີລາວ ປະຈໍາລັດວິສຄອນຊິນເປີດເຜີຍສູ່ຟັງວ່າ:

ລິງໂດຍກົງ

ຍາເອື້ອຍເອງກໍມີຄວາມໂສກເສົ້າງ່ວມເຫງົາຫລາຍເພາະໄດ້ຍິນຂ່າວວ່າມີຄົນທີ່ ຍາເອື້ອຍຮູ້ຈັກຮັກແພງຫລາຍຄົນ ໃນປະຊາຄົມລາວໃນເຂດນີ້ ເປັນພະຍາດ ໂຄວິດ-19 ຫລາຍ ໃນໄລຍະເດືອນກວ່າມານີ້.

XS
SM
MD
LG