ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລະບາດ ຂອງໂຄວິດ-19 ເຮັດໃຫ້ນັກສຶກສາຈົບໃໝ່ 5 ພັນກວ່າຄົນ ມີຄວາມສ່ຽງສູງ ທີ່ຈະບໍ່ມີວຽກເຮັດ


ມະຫາວິທະຍາໄລແຫ່ງຊາດ
ມະຫາວິທະຍາໄລແຫ່ງຊາດ

ທ້າມການລະບາດຂອງພະຍາດໂຄວິດ-19 ທີ່ກະທົບໃສ່ເສດຖະກິດຢ່າງໜັກໜ່ວງ ທັງຢູ່ນອກ ແລະໃນປະເທດນັ້ນ ເຮັດໃຫ້ນັກສຶກສາລາວຮຽນຈົບໃໝ່ ຊຶ່ງຕາມປົກກະຕິ ກໍປະສົບຄວາມຫຍຸ້ງຍາກ ໃນການຊອກຫາວຽກເຮັດງານທໍາຢູ່ ແລ້ວນັ້ນ ຍິ່ງມີຄວາມຫວັງໜ້ອຍທີ່ສຸດ ທີ່ຈະໄດ້ເຂົ້າເຮັດວຽກເຮັດການໃນອະນາ ຄົດອັນໃກ້ໆນີ້. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນ ນັກຂ່າວຂອງພວກເຮົາມີລາຍງານກ່ຽວກັບເລື້ອງນີ້ ແລະໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ການສະຫລອງວັນຄູແຫ່ງຊາດລາວແລະການມອບໃບປະກາດແກ່ນັກສຶກສາທີ່ຮຽນຈົບປະລິນຍາຕ່າງໆ ຈາກມະຫາວິທະຍາໄລແຫ່ງຊາດ ສໍາລັບສົກຮຽນປີ 2019-2020 ຫາກໍ່ຜ່ານພົ້ນ ໄປໃນອາທິດແລ້ວນີ້. ນັກສຶກສາ ທີ່ຮຽນຈົບໃໝ່ ຫລາຍກວ່າ 5,500 ຄົນຊຶ່ງສ່ວນໃຫຍ່ແມ່ນຮຽນຈົບປະລິນຍາຕີນັ້ນ ກໍຕ້ອງໄດ້ ເລີ້ມດີ້ນຮົນຊອກຫາວຽກຫາການເຮັດ. ທ້າມກາງເສດຖະກິດໂລກທີ່ພວມມີສະ ພາບຖົດຖອຍຍ້ອນພະຍາດໂຄວິດ-19 ທີ່ສົ່ງຜົນກະທົບໂດຍກົງຕໍ່ ສປປ ລາວ ໃນຫຼາຍດ້ານ. ຄວາມບໍ່ແນ່ນອນ ໃນເລື້ອງໄລຍະເວລາ, ລະດັບຂອງການແຜ່ລະບາດ ແລະ ຄວາມຮ້າຍແຮງຂອງພະຍາດດັ່ງກ່າວ ທັງຢູ່ໃນ ແລະນອກປະ ເທດ ກໍສົ່ງຜົນເຮັດໃຫ້ທຸລະກິດມີຄວາມສ່ຽງສູງທີ່ຈະປິດກິດຈະການລົງ ຊຶ່ງສົ່ງ ຜົນເຮັດມີການເລີກຈ້າງພະນັກງານ ແລະກໍາມະກອນຢ່າງຫລວງຫລາຍ. ສະ ພາບການນີ້ເຮັດໃຫ້ເປັນການຍາກທີ່ສຸດ ທີ່ນັກສຶກສາທີ່ຮຽນຈົບໃໝ່ໃນປີນີ້ ຈະຖືກບັນຈຸເຂົ້າເຮັດວຽກເຮັດການ ດັ່ງທ່ານນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາ ແລະກິລາຖະແຫລງຕໍ່ຊື່ມວນຊົນເມື່ອມໍ່ໆມານີ້ວ່າ “ມີຄວາມສ່ຽງສູງຂອງນັກສຶກສາຈົບໃໝ່ ທີ່ຈະບໍ່ໄດ້ເຂົ້າສູ່ພາກແຮງງານ.”

ຕໍ່ບັນຫານີ້ທາງວີໂອເອກໍໄດ້ສໍາພາດນັກສຶກສາຍິງຜູ້ນຶ່ງ ທີ່ຫາກໍຮຽນຈົບປະລິນ ຍາຕີ ວິຊາປະຫວັດສາດຈາກມະຫາວິທະຍາໄລແຫ່ງຊາດ ເຖິງຄວາມເປັນໄປ ໄດ້ ໃນການທີ່ຈະໄດ້ວຽກເຮັດ ຊຶ່ງນາງຕອບວ່າ:

“ແບບທີ່ວ່າເຮົາຮຽນຈົບແລ້ວຊິມີບ່ອນໄປເຂົ້າເຮັດວຽກ ເຮັດຫຍັງຫັ້ນ ບໍ່ ບໍ່ມີ ບໍ່ມີ ເກືອບວ່າບໍ່ມີຄວາມຫວັງເລີຍໜາ ເອີແບບວ່າບໍ່ມີຄວາມຫວັງຫັ້ນແຫລະ ໄປຊອກ ກະມີແຕ່ໄປສົ່ງ cv ຢູ່ຫັ້ນຢູ່ໜີ້ ແຕ່ກະວ່າ ຍັງຖ້າເຂົາຕິດຕໍ່ມາຢູ່ ກາຄືວ່າ ຫັ້ນຫລະມັນຍາກ… ສົ່ງຢູ່ຫັ້ນຢູ່ໜີ້ແບບບ່ອນໃດທີ່ເຂົາເຈົ້າຕ້ອງການ.”

ນອກຈາກ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ໂດຍລວມແລ້ວຢູ່ໃນວົງການລັດຖະບານນັ້ນ ການຫຼິ້ນພັກ-ຫຼິ້ນພວກ ແລະການຊື້ເອົາຕຳແໜ່ງແມ່ນເກີດຂຶ້ນຢູ່ໃນທຸກພາກສ່ວນທົ່ວປະເທດ ດັ່ງທີ່ ທ່ານທອງລຸນ ໃຫ້ການຢືນຢັນວ່າ:

“ຍັງມີທ່າອ່ຽງບ່ອນວ່າ ຮັບພະນັກງານເຂົ້ານີ້ ແມ່ນອ່ຽງໄປ ທາງດ້ານການຈຸ້ມເຈື້ອ ເຊື້ອສາຍ ຄຸນນະພາບ ຫຼືບໍ່ຄຸນນະພາບ ບໍ່ທັນຄຶດ ມີລັກສະນະຊື້ຂາຍຕຳແໜ່ງ ຊື້ຂາຍຄົນ ອັນທີ່ເຂົ້າລັດຖະກອນ ໂຕນີ້ ເຖິງວ່າບໍ່ທັນຫຼາຍແທ້ ແຕ່ມີປາກົດການ ຕັ້ງແຕ່ຂັ້ນເມືອງ ຂັ້ນແຂວງ ມາຫາສູນກາງ ອັນນີ້ ແມ່ນມັນບໍ່ງາມມັນຜິດ ແລະກະມັນຈະບໍ່ໄດ້ຄຸນນະພາບແລ້ວ ລັດຖະກອນຂອງພວກເຮົາ.”

ສະນັ້ນເມື່ອຖາມວ່ານາງມີຍາດພີ່ນ້ອງພໍຈະຊ່ວຍໄດ້ຫລືບໍ່ ໃນການເອົາເຂົ້າເປັນ ພະນັກງານລັດ ນັກສຶກສາຈົບໃໝ່ ຜູ້ນີ້ບອກວ່າ:

“ອຶ ບໍ່ມີ ບໍ່ມີ ບໍ່ມີ ມີແຕ່ຊອກເອງ…ພີ່ນ້ອງກະເອົາຕົວເອງບໍ່ລອດແລ້ວຫລະ… ຄວາມໝາຍຄືເຮົາຕ້ອງຊອກເອງຫັ້ນໜະ.”

ດັ່ງທີ່ວີໂອເອໄດ້ສະເໜີໄປຫວ່າງມໍ່ໆມານີ້ວ່າ ໃນປີນີ້ ເນື່ອງ​ຈາກ​ລັດ​ຖະ​ບານ​ມີ​ ງົ​ບປະ​ມານຈຳກັດ ສະນັ້ນ ໃນທົ່ວປະເທດ, ທາງພາກລັດ ມີໂຄຕາໃຫ້ຮັບເອົາພະນັກງານໃໝ່ໄດ້ 2,000 ຄົນ ຊຶ່ງໃນນັ້ນ 1,070 ຄົນ ແມ່ນໃຫ້ ສໍາລັບກະ ຊວງສຶກສາທິການ ແລະກິລາ, ອີກ 300 ຄົນ ແມ່ນເອົາໃຫ້ແກ່ກະຊວງສາທາ ລະນະສຸກ. ນອກນັ້ນແລ້ວ ກໍອະນຸຍາດໃຫ້ບັນຈຸລັດຖະກອນໃໝ່ໃນຂັ້ນສູນກາງໃນຈໍານວນແຕ່ 3 ຫາ 24 ຄົນ. ສ່ວນຢູ່ໃນອົງການລັດຂັ້ນທ້ອງຖິ່ນ ຊຶ່ງລວມມີນະຄອນຫລວງວຽງຈັນ ກັບ 17 ແຂວງນັ້ນ ກໍມີໂຄຕາ ລວມກັນທັງໝົດໄດ້ 213 ຄົນ.

New Graduates
please wait
Embed

No media source currently available

0:00 0:00:53 0:00
ລິງໂດຍກົງ

ເຊັ່ນດຽວກັນພະນັກງານຂັ້ນສູງຫ້ອງການຈັດຕັ້ງ ຂອງມະຫາວິທະຍາໄລແຫ່ງຊາດ ໃນນະຄອນຫລວງວຽງຈັນ ກ່າວເຖິງບັນຫາການສັບຊ້ອນວຽກຂອງນັກ ສຶກສາໂດຍລວມ ແມ່ນຍັງໃຊ້ລະບົບນັ້ນຢູ່ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ໂອຍຍັງບໍ່ຮູ້ໃດນະ ຊອກໃຜຊອກມັນ ຄັນນັກຮຽນຈົບນະ, ພວກມາໃນແຜນຕ່າງແຂວງ ກະກັບໄປແຂວງໃຜແຂວງລາວ ພວກມານອກແຜນ ກະໄປຕາມນອກແຜນ ຄືກັນໝົດ. ມັນກະຂຶ້ນກັບເມືອງໃຜເມືອງລາວ ໂຄຕາມັນກະມີແຕ່ ແຕ່ລະເມືອງກະມີໂຄຕາ ມັນກະມີໂຄຕາຂອງເມືອງ ໃຜມັນກະມີ ສໍາລັບກົມກອງກະຊວງມັນກະມີ ແຕ່ກະມີນ້ອຍ. ຈົບລະກະຊອກວຽກເອົາ ເຮັດວຽກເອົາ ຊອກໃຜຊອກລາວ. ພວກຮຽນຄູກະຂຶ້ນກັບເມືອງເຂົາ ຄັນພວກໃດເຄີຍເປັນຄູ ມາຮຽນຕໍ່ເປັນພະນັກງານ ກະກັບໄປຢູ່ກົມກອງເກົ່າ ພວກໃໝ່ ກະລໍຖ້າໂຄຕາ ຈົບໄປຖ້າມີໂຄຕາ ກະໄດ້ເຮັດ ຄັນບໍ່ມີໂຄຕາກະບໍ່ໄດ້ເຮັດ.”

ສ່ວນເລື້ອງຕະຫລາດແຮງງານໃນລາວນັ້ນ ກໍແມ່ນຢູ່ໃນສະພາບຖົດຖອຍ ເມື່ອ ບັນດາທຸລະກິດຕ່າງໆໃນລາວ ປະສົບກັບຄວາມສ່ຽງໃນການປິດກິດຈະການລົງ ຊຶ່ງສົ່ງຜົນໃຫ້ມີການເລີກຈ້າງງານ ດັ່ງຜົນສໍາຫລວດຂັ້ນຕົ້ນຂອງຜົນກະທົບຂອງ ພະຍາດໂຄວິດ-19 ໃນລະດັບທຸລະກິດ ໂດຍອົງການພັດທະນາອຸດສາຫະກໍາ ຂອງສະຫະປະຊາຊາດ ທີ່ພິມເຜີຍແຜ່ໃນວັນທີ 27 ກໍລະກົດຜ່ານມານີ້ ພົບວ່າ 50 ເປີເຊັນຂອງບໍລິສັດທີ່ເຂົ້າຮ່ວມການສໍາຫຼວດທີ່ມີຢູ່ 102 ບໍລິສັດນັ້ນ ແມ່ນບອກວ່າ ກໍາລັງພິຈາລະນາຕັດຈໍານວນພະນັກງານແລະກໍາມະກອນລົງ. ນອກ ຈາກນັ້ນ ການສໍາຫລວດດັ່ງກ່າວຍັງພົບອີກວ່າ ຍ້ອນສະພາບຫຍຸ້ງຍາກຕ່າງໆ ທີ່ມີສາເຫດຕົ້ນຕໍມາຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ -19 ເກືອບຮອດ 70 ເປີເຊັນ ກໍຄື 98 ບໍລິສັດໃນນັ້ນ ບອກວ່າ ອາດຈະໄປບໍ່ລອດ ແລ້ວ ຕ້ອງໄດ້ປິດກິດຈະການລົງ ພາຍໃນນຶ່ງເດືອນຕໍ່ມາ ກໍຄືໃນຊ່ວງໄລຍະນັບແຕ່ເດືອນສິງຫາຜ່ານມານີ້ເອງ.

ສະຫລຸບແລ້ວ ການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ເສດຖະ ກິດຂອງລາວກໍຄືຂອງໂລກນັ້ນ ແມ່ນມີຜົນກະທົບໂດຍກົງ ຕໍ່ຕະຫລາດແຮງງານ ໃນລາວ ຊຶ່ງເຮັດໃຫ້ນັກສຶກສາຮຽນຈົບໃໝ່ໃນລາວຕາມປົກກະຕິກໍປະສົບຄວາມ ຫຍຸ້ງຍາກ ໃນການຊອກວຽກເຮັດງານທໍາຢູ່ແລ້ວນັ້ນ ກໍຍິ່ງມີຄວາມຫວັງໜ້ອຍທີ່ສຸດ ທີ່ຈະໄດ້ວຽກເຮັດງານທໍາ.

XS
SM
MD
LG