ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາດຕະການ ຮັບມືກັບໂຄວິດ-19 ຢູ່ ແບລຈ້ຽມ ກໍເຄັ່ງຄັດ ອີກແບບນຶ່ງ


ແຜນທີ່ປະເທດເຢຍຣະມັນ ອີຕາລີ ເນເທີແລນ ແລະແບລຈ້ຽມ
ແຜນທີ່ປະເທດເຢຍຣະມັນ ອີຕາລີ ເນເທີແລນ ແລະແບລຈ້ຽມ

ແບລຈ້ຽມ ກໍຄືກັນກັບບັນດາປະເທດຕ່າງໆໃນຢູໂຣບ ໄດ້ອອກມາດຕະການທີ່ຄ້າຍຄືກັນກັບປະເທດເພື່ອນບ້ານ ໄພສານມີລາຍງານເລື້ອງນີ້:


ຊາວລາວຢູ່ໃນປະເທດແບລຈ້ຽມ ກໍປະສົບກັບຄວາມຫຍຸ້ງຍາກ ຄືກັນກັບຊາວລາວຢູ່ໃນປະເທດອື່ນໆທີ່ພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19. ເຈົ້າຄຳຜາຍ ກຸນລະວຸດກ່າວວ່າ ມາດຕະການປິດເມືອງຂອງແບລຈ້ຽມກໍມີລັກສະນະຄ້າຍຄືກັນ ກັບຂອງຝຣັ່ງ. ເຈົ້າຄຳຜາຍກ່ຽວກັບເລື້ອງນີ້ວ່າ:

ອີງຕາມໂຕເລກ ຂອງມະຫາວິທະຍາໄລຈອນສ໌ ຮອບກິນສ໌ ແລ້ວ ແບລຈ້ຽມມີຜູ້ຕິດເຊື້ອໂຄວິດ-19 ທັງໝົດປະມານ 41,000 ຄົນ ແລະມີຜູ້ເສຍຊີວິດແລ້ວ ໃນລະຫວ່າງ 6,000 ຄົນ. ເຈົ້າຄຳຜາຍເວົ້າວ່າ ເຖິງແມ່ນຢູ່ໃນປະເທດແບລຈ້ຽມ ບໍ່ເອົາມາດຕະການ ທີ່ເຄັ່ງຄັດປານໃດ ເມື່ອປຽບທຽບໃສ່ປະເທດຝຣັ່ງ. ແຕ່ເຈົ້າຄຳຜາຍກ່າວກ່ຽວກັບເລື້ອງນີ້ວ່າ:

ນອກນັ້ນແລ້ວ ເຈົ້າຄຳຜາຍກ່າວວ່າ ມາດຕະການຂອງແບລຈ້ຽມອະນຸຍາດໃຫ້ໄປຕະຫຼາດໄດ້ ແຕ່ໃຫ້ຮັກສາໄລຍະຫ່າງກັນ ຮ້ານອາຫານຕ່າງໆເປີດ ແຕ່ອະນຸຍາດໃຫ້ຊື້ເມືອກິນຢູ່ບ້ານຢູ່ເຮືອນໄດ້ເທົ່ານັ້ນ ຄອບຄົວໄປມານຳກັນໄດ້ ແຕ່ບໍ່ໃຫ້ເກີນ 3ຄົນ. ຮ້ານຊູເປີ້ມາກເກັດເປີດ ແຕ່ຮ້ານສັບພະສິນຄ້າອື່ນໆແມ່ນປິດໝົດ.

XS
SM
MD
LG