ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສັງຄົມລາວອາເມຣິກັນ ປະເຊີນໜ້າ ກັບການລະບາດ ຂອງພະຍາດໂຄວິດ-19 ຢູ່ທົ່ວປະເທດ


ພະນັກງານການແພດຄົນນຶ່ງ ກຳລັງເຮັດວຽກ ຢູ່ບ່ອນກວດ COVID-19 ທີີ່ເຂດ Brooklyn ນະຄອນນິວຢອກ ວັນທີ 11 ພະຈິກ 2020.
ພະນັກງານການແພດຄົນນຶ່ງ ກຳລັງເຮັດວຽກ ຢູ່ບ່ອນກວດ COVID-19 ທີີ່ເຂດ Brooklyn ນະຄອນນິວຢອກ ວັນທີ 11 ພະຈິກ 2020.

ຄວາມຮ້າຍແຮງ ໃນການລະບາດ ຂອງໂຄວິດ-19 ຢູ່ໃນສະຫະລັດອາເມຣິກາ ຍິ່ງເພີ້ມ
ຂຶ້ນນຳນັບມື້ ຢູ່ເກືອບທຸກໆລັດ. ລາຍງານຂ່າວໂທລະພາບໄດ້ເຕືອນໃຫ້ ປະຊາຊົນຊາບ
ຢູ່ເປັນໄລຍະເຖິງໂຕເລກຂອງຜູ້ຕິດເຊື້ອໂຄວິດ-19 ແລະຈຳນວນ ຜູ້ເສຍຊີວິດຢ່າງໜ້າ
ຢ້ານກົວ.

ຢູ່ທາງພາກກາງຂອງສະຫະລັດ ໃນລັດມິນນິໂຊຕາ (Minnesota) ປະທານສະມາຄົມ
ຍິງລາວ ໄດ້ຕິດເຊື້ອໂຄວິດ-19. ພຽງແຕ່ສອງອາທິດຕໍ່ມາເທົ່ານັ້ນ ຍານາງກໍໄດ້ເສຍຊີວິດ
ແລະໄດ້ສົ່ງກະແສຄວາມຕື່ນຕົກໃຈມາສູ່ບັນດາສະມາ ຊິກຢູ່ໃນຂົງເຂດ ແລະຍາດມິດທີ່
ຢູ່ໃກ້ ແລະໄກ.

ທ່ານອາຈານໂນ ຈັນທະນະຄອນ ປະທານສັງຄົມລາວເຂດເມືອງ ອາມາຣິນໂລ
(Amarillo) ແຄນຍອນ (Canyon) ແລະດູມັສ (Dumas) ມີສະມາຊິກຮວມ ກັນທັງໝົດ
412 ຄອບຄົວ. ທ່ານອາຈານໂນ ໄດ້ສະແດງຄວາມເປັນຫ່ວງ ແລະ ເຫັນຄວາມບໍ່ເອົາໃຈ
ໃສ່ຂອງ ສະມາຊິກສັງຄົມລາວ ທີ່ໄດ້ເສຍຊີວິດໄປຫົກຄົນ ແລ້ວຫວ່າງອາທິດຜ່ານມານີ້
ຊຶ່ງ ທ່ານໄດ້ກ່າວວ່າ

ຢູ່ທີ່ເມືອງວອກກີຊາ (Waukesha) ລັດວິສຄອນຊິນ (Wisconsin) ຕັ້ງຢູ່ທາງ ພາກກາງ
ເໜືອສຸດຂອງສະຫະລັດ ບັນດາຜູ້ເຖົ້າຜູ້ແກ່ທີ່ພາກັນໄປວັດ ທຳບຸນສິນ ກິນທານ ພ້ອມ
ດ້ວຍຄູບາອາຈານ ໄດ້ຕິດເຊື້ອໂຄວິດ-19 ໄປຕາມໆກັນ. ເຫດ ການດັ່ງກ່າວນີ້ ພວກລູກ
ເຕົ້າໄດ້ຫ້າມບໍ່ໃຫ້ພໍ່ແມ່ ຜູ້ຕິດເຊື້ອນັ້ນກັບມາບ້ານແລະ ໃຫ້ຢູ່ວັດຈົນກວ່າວ່າພະຍາດເຫືອດ
ຫາຍລົງ. ປັດຈຸບັນນີ້ໂຮງໝໍທັງຫຼາຍຢູ່ໃນສະ ຫະລັດ ແມ່ນບໍ່ມີບ່ອນໃຫ້ຄົນເຈັບນອນ ແລະ
ຖ້າບໍ່ເຖິງຂັ້ນ ເຈັບໜັກທີ່ສຸດແລ້ວ ແມ່ນບໍ່ຮັບເອົາ ຊຶ່ງທ່ານສີລະວັນ ອິນທະວົງ ກ່າວວ່າ:

ລິງໂດຍກົງ

ປັດຈຸບັນນີ້ມີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນສະຫະລັດກວ່າ 11 ລ້ານຄົນ ແລະໄດ້ ເສຍຊີວິດໄປ
ແລ້ວກວ່າ 240,000 ຄົນ. ຢາວັກຊິນປ້ອງກັນໂຄວິດ-19 ທີ່ໄດ້ ຖືກທົດລອງວ່າໄດ້ຜົນຂອງ
ບໍລິສັດຢູ່ໃນສະຫະລັດ ຄາດວ່າຈະນຳອອກມາໃຊ້ ໃນລະດູບານໃໝ່ປີ 2021 ຈະມາເຖິງນີ້.

XS
SM
MD
LG