ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄວິດ-19 ມີຜົນກະທົບ ຢ່າງໜັກໜ່ວງ ເປັນພິເສດ ຕໍ່ຊີວິດການເປັນຢູ່ ຂອງຄົນພິການ ໃນລາວ


ສູນການແພດຟື້ນຟູໜ້າທີ່ການ
ສູນການແພດຟື້ນຟູໜ້າທີ່ການ

ການລະບາດຂອງໂຄວິດ-19 ທີ່ສົ່ງຜົນກະທົບແກ່ຄົນລາວ ແລະ ປະຊາຊົນພົນລະເມືອງ ເກືອບໝົດທຸກຄົນຢູ່ທົ່ວໂລກນັ້ນ ແມ່ນມີຜົນກະທົບໜັກເປັນພິເສດ ແກ່ຄົນພິການຢູ່ໃນລາວ ໂດຍສະເພາະແມ່ນຄົນພິການຕາ ທີ່ອາໃສຢູ່ໃນຕົວເມືອງໃຫຍ່ຕ່າງໆຂອງລາວ ທີ່ມີລາຍຮັບຕົ້ນຕໍມາຈາກການໃຫ້ບໍລິການນວດແກ່ລູກຄ້າເມື່ອມີຄໍາສັ່ງຈາກທາງການສັ່ງໃຫ້ປິດເມືອງ ແລະທຸລະກິດທີ່ບໍ່ສາມາດໃຫ້ຄົນຢູ່ຫ່າງກັນຢ່າງໜ້ອຍ 2 ແມັດ ໄດ້. ນັກຂ່າວຂອງພວກເຮົາ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງໄພສານຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ້າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກ ຢູ່ໃນທົ່ວໂລກກໍຄື ຢູ່ໃນບັນດາປະເທດເພື່ອນບ້ານຂອງລາວນັ້ນ ໄດ້ເຮັດໃຫ້ລັດຖະບານລາວຕ້ອງຕັດ ສິນໃຈອອກຄໍາສັ່ງປິດປະເທດ, ປິດເມືອງ ແລະກິດຈະການຕ່າງໆ ທີ່ບໍ່ສາມາດໃຫ້ຄົນຢູ່ຫ່າງກັນ 2 ແມັດຂຶ້ນເມືອນັ້ນ ໄວ້ເປັນ 2 ໄລຍະ. ໄລຍະທີ 1 ກໍຄືແຕ່ວັນທີ 1 ເມສາ ຮອດທ້າຍເດືອນພຶດສະພາ ຊຶ່ງໃນຕອນນັ້ນກໍມີຄົນລາວຕິດເຊື້ອ ພະຍາດນີ້ ຢູ່ 19 ຄົນ ແລະກໍສາມາດປິ່ນປົວຫາຍດີໝົດທຸກຄົນ. ໄລຍະທີ 2 ກໍແມ່ນນັບແຕ່ວັນທີ 1 ສິງຫາ ກໍຄືເດືອນນີ້ ຈົນຮອດທ້າຍເດືອນ. ສະພາບການດັ່ງກ່າວແມ່ນໄດ້ສົ່ງຜົນກະທົບ ໃຫ້ແກ່ເກືອບໝົດທຸກກຸ່ມຄົນທົ່ວປະເທດ ແຕ່ວ່າມັນກະທົບຕໍ່ຄົນລາວ ທີ່ພິການຫລາຍທີ່ສຸດ, ອີງຕາມທ່ານແກ້ວ ຫົວໜ້າສູນບໍລິ ການຄົນພິການ ທີ່ນະຄອນຫລວງວຽງຈັນ. ທ່ານແກ້ວບອກວ່າ ອີງຕາມການສໍາຫລວດໃນ ປີ 2015 ຄົນພິການ ໃນປະເພດຕ່າງໆ ກວາມເອົາ 2.8% ເປີເຊັນ ຂອງພົນລະເມືອງລາວທັງໝົດ ຫລື ປະມານກວ່າ 1 ແສນ 60 ພັນຄົນ ແລະຫລາຍໆຄົນໃນນີ້ ກໍພະຍາຍາມຫາລ້ຽງຊີບຕົນເອງ ໃນຫລາຍຂະແໜງວິຊາຊີບເທົ່າທີ່ຈະເຮັດໄດ້ ແຕ່ເມື່ອ ມີການລະບາດ ຂອງພະຍາດດັ່ງທີ່ເປັນຢູ່ໃນທຸກມື້ນີ້ເຂົາເຈົ້າກໍຂາດລາຍໄດ້ ດັ່ງການໃຫ້ສໍາພາດ ຂອງທ່ານແກ້ວ ກ່ຽວກັບບັນຫານີ້ວ່າ:

“ວິຊາຊີບສ່ວນຫລາຍ ປະກອບມີ ກະສ່ວນຈໍານວນນຶ່ງ ທີ່ມີອາຊີບຕັດຫຍິບ. ຈໍານວນນຶ່ງກະເຮັດພວກໄອທີຄອມພິວເຕີ. ຄົນພິການຈໍານວນນຶ່ງແມ່ນເປັນໝໍນວດເນາະ. ອາຊີບກະຈັ່ງຊີ້ເນາະ ອາຊີບຄົນພິການນະ. ກະບໍ່ມີຂໍ້ມູນ ເພາະບໍ່ໄດ້ສໍາຫລວດເປັນຈິງເປັນຈັງ ກະມີແຕ່ສໍາຫລວດ ແຕ່ປະລິມານ, ກະຊ່ວງໂຄວິດກະຄືກັນໝົດທຸກຄົນພິການຫລືືບໍ່ພິການ ຕ່າງແຕ່ວ່າ ຄົນພິການກະລໍາບາກຕື່ມໜ້ອຍນຶ່ງ ເພາະເຂົາເຈົ້າໄດ້ໃຊ້ເງິນຫລາຍ ເຊັ່ນຕ້ອງໄດ້ຈ້າງຄົນມາເບິ່ງ ຫລື ວ່າຕ້ອງໄດ້ໃຊ້ຍວດຍານພາຫະນະເນາະມັນກະດີຂຶ້ນແລ້ວເດ ເສດຖະກິດກະເລີ້ມຈະໃກ້ ຈະກັບມາປົກກະຕິ ໃນທີ່ສຸດກະລໍາບາກ ບໍ່ມີຄົນໃຊ້ບໍລິການ ບໍ່ມີຄົນຈ້າງງານ.”

ບໍລິການບີບເສັ້ນແຜນໂບຮານ
ບໍລິການບີບເສັ້ນແຜນໂບຮານ

ຂະນະທີ່ການລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຂອງປະເທດ ກໍຄືທຸກໆ ຂະແໜງການຢູ່ນີ້ ຂະແໜງການບໍລິການນວດ ທີ່ລູກຄ້າ ແລະຜູ້ໃຫ້ບໍລິ ການຕ້ອງໄດ້ໃຊ້ເວລາ ຢູ່ນໍາກັນເປັນຊົ່ວໂມງ ຫລືຫລາຍຊົ່ວໂມງນັ້ນ ແມ່ນ ຖືກກະທົບໜັກທີ່ສຸດ ເມື່ອມີລະບຽບການ ໃຫ້ຮັກສາໄລຍະຢູ່ຫ່າງກັນ 2 ແມັດ ຂຶ້ນເມືອ. ສະນັ້ນຄົນພິການຕາ ຜູ້ທີ່ມີເງື່ອນໄຂ ທີ່ສາມາດເຮັດວີຊາຊີບດ້ານນີ້ ໄດ້ແມ່ນປະສົບຄວາມຫຍຸ້ງຍາກຫລາຍເມື່ອຂາດລາຍຮັບ ແລະບໍ່ມີເງິນທ້ອນຫອມຮິບໂຮມເອົາໄວ້ຫລາຍມາແຕ່ກ່ອນ ດັ່ງທີ່ໝໍນວດທີ່ເປັນຄົນພິການຕາ ຢູ່ໃນສະ ຖານທີ່ນວດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນເລົ່າສູ່ຟັງວ່າ:

“ຊ່ວງໂຄວິດມານີ້ພວກເຮົາກະຫຍຸ້ງຍາກທໍາມາຫາກິນຕ່າງໆເນາະ ຕົວຢ່າງແຕ່ກ່ອນມີລູກຄ້າມານວດ ດຽວນີ້ກະຫຼຸດລົງຫລາຍ ມື້ລະຄົນສອງຄົນຊື້ກິນກະບໍ່ພໍ ແຕ່ຄ່ານໍ້າ ຄ່າໄຟ ຮູ້ສຶກວ່າສູງເນາະ ເຮົາກະເລີຍບໍ່ມີເງິນຊິລ້ຽງກັນເນາະ ກະເລີຍຈູນເຈືອກັນໄປ ຊິວ່າຈັ່ງໃດກະຈູນເຈືອໄປນີ້ລະ ເຮົາກະວ່າຫຍຸ້ງຍາກນະ ຊ່ວງນີ້ ລັດຖະບານເພິ່ນກະສັ່ງປິດ ແຕ່ວ່າຖ້າຜູ້ໃດເປີດກະຮັບຜິດຊອບເອົາເອງ ລ້າງໄມ້ລ້າງມື ລະມັດລະວັງຕົວເອງສໍາລັບລູກຄ້າ ເລື່ອງປິດເພິ່ນກະສັ່ງປິດ ຫັ້ນແລ້ວແນວເພິ່ນປະກາດແລ້ວ.”

ບໍລິການບີບເສັ້ນແຜນໂບຮານ
ບໍລິການບີບເສັ້ນແຜນໂບຮານ

ເມື່ອຖາມເຖິງແຜນການໃນການຮັບມືກັບຜົນກະທົບຂອງພະຍາດໂຄວິດນັ້ນ ພະ ນັກງານທີ່ຄວບຄຸມການນວດ ການໃຫ້ບໍລິການລູກຄ້າ ຂອງຄົນພິການຕອບວ່າ:

“ແຜນຂອງເຮົາເນາະໃນອະນາຄົດ ຄັນວ່າໂຄວິດຍັງຄືຈັ່ງຊີ້ ໜ້າຈະປິດກິດຈະ ການໄວ້ກ່ອນ ຊິເມືອຢູ່ໃຜຢູ່ມັນກ່ອນ ເພາະວ່າມັນບໍ່ໄຫວລ້ຽງເຂົ້າກັນບໍ່ໄຫວ ກະຜູ້ໃດໃຈດີ ມີໃຈໃສສັດທາກະມາຊ່ວຍ ຄັນມາຊ່ວຍກະຊິໄດ້ຢູ່ນໍາກັນຕໍ່ເດ ໃຜກະຢູ່ຕ່າງແຂວງ ພໍ່ແມ່ກະບໍ່ມີ ໃຜກະບ້ານໄກເດ ຖ້າມີຜູ້ມາຊ່ວຍຄັນເປັນໄປໄດ້ກະຢາກໃຫ້ຢູ່ນໍາກັນຫັ້ນລະ.”

ພ້ອມກັນນັ້ນ ທ່ານກໍໄດ້ຮ້ອງຂໍໃຫ້ສັງຄົມຄົນລາວທັງຢູ່ໃກ້ ແລະຢູ່ໄກທີ່ມີນໍ້າໃຈ ໃຫ້ຊ່ວຍເຫລືອຄົນພິການພໍໃຫ້ຜ່ານພົ້ນວິກິດການອັນນັ້ນໄປດ້ວຍກັນ ຊຶ່ງ ທ່ານກ່າວຂໍຮ້ອງດັ່ງນີ້.

“ໃນຂະນະກໍາລັງພົບພໍ້ບັນຫານີ້ ກະມີຝາກຂໍຊ່ວຍເຫລືອຊຶ່ງກັນ ແລະກັນ ມີແຕ່ຝາກໃຫ້ສັງຄົມຊ່ວຍເຫລືອ ຊ່ວຍເບິ່ງຄົນພິການຕື່ມ.”

Disability Massage Clinic
please wait

No media source currently available

0:00 0:00:51 0:00
ລິງໂດຍກົງ

ສະຫລຸບແລ້ວ ສະພາບລະບາດຢ່າງໜັກຂອງພະຍາດໂຄວິດ-19 ທີ່ມີຜົນກະທົບຢ່າງໜັກຕໍ່ທຸກຂະແໜງການເສດຖະກິດ ແລະເກືອບໝົດທຸກຄົນ ໃນທົ່ວປະເທດນັ້ນ ກຸ່ມຄົນພິການທີ່ຕາມປົກກະຕິກໍພົບຄວາມຫຍຸ້ງຍາກໃນການທໍາມາຫາລ້ຽງຊີບຕົນເອງຢູ່ແລ້ວ ແມ່ນໄດ້ຮັບຜົນກະທົບໜັກໜ່ວງຫລາຍເປັນພິເສດໂດຍ ສະເພາະພວກທີ່ໃຫ້ບໍລິການນວດທີ່ເຄີຍມີລາຍໄດ້ເປັນປະຈໍານັ້ນ ເມື່ອກິດຈະການ ຖືກສັ່ງປິດໄວ້ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ- 19 ດັ່ງກ່າວ.

XS
SM
MD
LG