ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດທີ່ຕິດເຊື້ອໄວຣັສໂຄໂຣນາ ລາຍທໍາອິດ ແລະຮ້າຍແຮງ ຂອງຝຣັ່ງ ເລີ້ມເປີດເມືອງແລ້ວ ແຕ່ການເດີນທາງ ຍັງຈໍາກັດ ຢູ່


ທ່ານ ກວງ ແລະຍານາງ ບຸນມີ ບັກກໍາ ທີ່ເມືອງມູລູສ, ທາງພາກຕາເວັນອອກສຽງເໜືອຂອງຝຣັ່ງ ທີ່ມີຊາຍແດນຕິດກັບປະເທດເຢຍຣະມັນ ແລະສະວິດເຊີແລນ
ທ່ານ ກວງ ແລະຍານາງ ບຸນມີ ບັກກໍາ ທີ່ເມືອງມູລູສ, ທາງພາກຕາເວັນອອກສຽງເໜືອຂອງຝຣັ່ງ ທີ່ມີຊາຍແດນຕິດກັບປະເທດເຢຍຣະມັນ ແລະສະວິດເຊີແລນ

ພາກຕາເວັນອອກສຽງເໜືອຂອງປະເທດຝຣັ່ງທີ່ເປັນເຂດທີ່ມີກໍລະນີຂອງການຕິດເຊື້ອພະຍາດ ໂຄວິດ-19 ລາຍທໍາອິດໃນທ້າຍເດືອນມັງກອນ ແລະແຜ່ລາມໄປຢ່າງໄວວາຈົນພາໃຫ້ປະທານາທິບໍດີ ຝຣັ່ງ, ທ່ານ ມານູ ແອລ ມາກຣົງ ອອກ ຄໍາສັ່ງໃຫ້ປິດປະເທດໄວ້ ນັບແຕ່ກາງເດືອນມີນານັ້ນໄດ້ເລີ້ມໃຫ້ຄົນ ໄປເຮັດການ ແລ້ວ ແຕ່ການເດີນທາງໄກຍັງຈໍາກັດຢູ່, ອີງຕາມການເປີດເຜີຍຂອງທ່ານ ກວງ ບັກກໍາແລະພັນລະຍາຂອງເພິ່ນທີ່ອາໄສຢູ່ເຂດນັ້ນ. ທ່ານເວົ້າວ່າ ການລະບາດ ຂອງພະຍາດແມ່ນຫລຸດລົງແລ້ວ ແລະມາດຕະການປິດເມືອງ ຊຶ່ງເປັນສ່ວນນຶ່ງ ໃນການເຮັດໃຫ້ການຕິດເຊື້ອພະຍາດດັ່ງກ່າວຫລຸດລົງນັ້ນ ກໍໄດ້ຜ່ອນເບົາລົງແລ້ວ ແຕ່ວ່າກໍຍັງມີຂໍ້ຈໍາກັດຢູ່, ຊຶ່ງທ່ານເລົ່າສູ່ຟັງ ດັ່ງນີ້:


ແຕ່ວ່າເລື້ອງການໄປເຮັດວຽກເຮັດການຂອງຄົນສ່ວນໃຫຍ່ຢູ່ໃນເຂດດັ່ງກ່າວ ຊຶ່ງເມື່ອກ່ອນແມ່ນເຮັດວຽກຢູ່ເຮືອນ ຫລືພັກການນັ້ນ ທ່ານຜູ້ເປັນຊາວລາວ, ສັນຊາດ ຝຣັ່ງທີ່ອາໄສຢູ່ ເມືອງມູລູສ໌ (Mulhouse) ທ່ານນີ້ ກ່າວວ່າ ລັດ ຖະບານ ໄດ້ເລີ້ມໃຫ້ຄົນໄປເຮັດວຽກໃນໂຮງການ ແລະໂຮງງານຕ່າງ ໃນວັນຈັນວານນີ້ ແຕ່ວ່າ ພວກທີ່ໄປນັ້ນ ຕ້ອງໃຫ້ມີການປ້ອງກັນຕ່າງໆ ເຊັ່ນການໃສ່ໜ້າກາກ ປິດປາກ ແລະອື່ນໆ ຢູ່.

XS
SM
MD
LG