ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ຕ້ອງເລັ່ງການສັກຢາວັກຊີນ ໃຫ້ປະຊາຊົນກຸ່ມເປົ້າໝາຍ ໃນນະຄອນຫຼວງວຽງຈັນ ໃຫ້ຄົບຖ້ວນ ໃນທ້າຍເດືອນຕຸລານີ້


ຮູບພາບ ການສັກຢາວັກຊີນຢູ່ສະຖາບັນການແພດແຫ່ງນຶ່ງໃນລາວ
ຮູບພາບ ການສັກຢາວັກຊີນຢູ່ສະຖາບັນການແພດແຫ່ງນຶ່ງໃນລາວ

ການລະບາດຢ່າງໜັກຂອງໄວຣັສ COVID-19 ສາຍພັນ ແດລຕ້າ ເຮັດໃຫ້ທາງການ ລາວ ຕ້ອງເລັ່ງການສັກຢາວັກຊີນໃຫ້ປະຊາຊົນກຸ່ມເປົ້າໝາຍໃນນະຄອນຫຼວງວຽງຈັນ ໃຫ້ຄົບຖ້ວນໃນທ້າຍເດືອນຕຸລານີ້.

ທ່ານນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການຖະແຫຼງຢືນຢັນວ່າບັນຫາການລະບາດພະຍາດໄວຣັສ COVID-19 ທີ່ເຮັດໃຫ້ມີຈຳນວນຜູ້ຕິດໄວຣັສເພີ່ມຂຶ້ນນັບມື້ໂດຍສະເພາະແມ່ນເຂດນະຄອນຫຼວງວຽງຈັນ ທີ່ມີຈຳນວນຜູ້ຕິດໄວຣັສຫຼາຍທີ່ສຸດໃນ ລາວ ນັ້ນກໍເພາະວ່າໄວຣັສ COVID-19 ທີ່ລະບາດຢູ່ໃນ ລາວ ເວລານີ້ກໍຄືສາຍພັນ ແດລຕ້າ ທີ່ສາມາດຕິດຕໍ່ກັນໄດ້ງ່າຍ ແລະ ຢ່າງກວ້າງຂວາງທັງຍັງເປັນໄວຣັສທີ່ສາມາດລອຍໄປໃນອາກາດໄດ້ໄກອີກດ້ວຍ ສະນັ້ນຈຶ່ງເຮັດໃຫ້ສະຖານທີ່ໆມີຜູ້ຄົນຢູ່ຮ່ວມກັນເປັນຈຳນວນຫຼາຍເຊັ່ນໂຮງງານຕ່າງໆມີຄວາມສ່ຽງສູງທີ່ຈະຕິດໄວຣັສສາຍພັນແດລຕ້າ ທັງຍັງໄດ້ລະບາດເຂົ້າໄປໃນຊຸມຊົນຕ່າງໆອີກດ້ວຍ ດັ່ງທີ່ທ່ານນາງ ບົວເທບ ໄດ້ໃຫ້ການຢືນຢັນວ່າ

“ມີຂໍ້ມູນອອກມາວ່າໃນຂະນະທີ່ເຮົາແລ່ນອອກກຳລັງກາຍ ແລະ ເຮົາຫາຍໃຈເອົາອາກາດຢູ່ລຸ່ມສຸດຂອງຖົງປອດອອກມານີ້ ມັນສາມາດກະຈາຍເຊື້ອໄດ້ຮອດ 4 ແມັດຈາກຜູ້ທີ່ໄປອອກກຳລັງກາຍ ແລ້ວແລ່ນສວນທາງກັນ 4 ແມັດຍັງສາມາດຕິດຈາກແດລຕ້າແລ້ວ ດັ່ງນັ້ນຈຶ່ງເວົ້າໄດ້ວ່າຄວາມອັນ ຕະລາຍໂຕນີ້ ມັນເປັນແນວໃດບ່ອນທີ່ມີຊຸມຊົນຫຼາຍ ຍົກຕົວຢ່າງວ່າຢູ່ບັນດາໂຮງຈັກໂຮງງານທີ່ມີອ້າຍ, ເອື້ອຍ, ນ້ອງກຳມະກອນຢູ່ຮວມກັນຫຼາຍໆຄົນຫັ້ນ ກໍຈະເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ.”

ພາຍໃຕ້ສະພາບການທີ່ນະຄອນຫຼວງວຽງຈັນເປັນເຂດທີ່ມີປະຊາຊົນຕິດໄວຣັສ COVID-19 ຫຼາຍທີ່ສຸດໃນ ລາວ ປະກອບກັບເຊື້ອໄວຣັສໄດ້ລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວກໍຍັງເຮັດໃຫ້ຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດໃນເຂດນະຄອນຫຼວງວຽງຈັນພາຍໃນທ້າຍປີ 2021 ສ່ວນປະຊາ ຊົນທີ່ຈັດຢູ່ໃນກຸ່ມສ່ຽງກໍຄືຜູ້ທີ່ອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈຳຕົວນັ້ນຈະຕ້ອງໄດ້ຮັບການສັກຢາວັກຊີນທຸກຄົນພາຍໃນເດືອນຕຸລາ 2021 ນີ້ ດັ່ງທີ່ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ການຢືນຢັນວ່າ

“ໃຫ້ຄະນະຮັບຜິດຊອບໃນການໃຫ້ວັກຊີນກັນພະຍາດ COVID-19 ຂອງນະຄອນຫຼວງຮີບຮ້ອນຂຶ້ນແຜນແຈກຢາຍ ແລະ ໃຫ້ວັກຊີນໃຫ້ບັນດາກຸ່ມເປົ້າໝາຍ-ປະຊາຊົນຊັ້ນຄົນຕ່າງໆຢ່າງທົ່ວເຖິງຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ໃຫ້ສຳເລັດພາຍໃນເດືອນຕຸລາ 2021 ພ້ອມກັນນັ້ນກໍໃຫ້ສ້າງກົນໄກທີ່ສອດຄ່ອງຮ່ວມກັບຂະແໜງສາທາລະນະສຸກຂັ້ນສູນກາງ ແລະ ອົງການປົກຄອງເມືອງຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳຜູ້ສຳຜັດໃກ້ຊິດມາກວດຫາເຊື້ອ ແລະ ຈຳກັດບໍລິເວນໃຫ້ຖືກຕ້ອງຕາມຫຼັກວິຊາການ.”

ສ່ວນທ່ານ ພັນ​ຄຳ ວິ​ພາ​ວັນ, ນາຍົກລັດຖະມົນຕີກໍຢືນຢັນວ່າ ລັດຖະບານລາວຈະສາມາດ ບັນລຸເປົ້າໝາຍໃນການສັກຢາວັກຊີນ COVID-19 ໄດ້​ເຖິງ 50 ເປີເຊັນ ຂອງປະຊາກອນທັງໝົດພາຍ ໃນທ້າຍປີ 2021 ນີ້ ຢ່າງ​ແນ່ນອນ ໝາຍຄວາມວ່າປະຊາຊົນລາວ 3 ລ້ານ 7 ແສນ ຄົນ ຈະໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ -19 ຄົນລະສອງ​ໂດ​ສ​ຢ່າງ​ຄົບ​ຖ້ວນ, ທັງ​ໝັ້ນໃຈວ່າ ນານາຊາດຈະໃຫ້ການຊ່ວຍເຫຼືອດ້ານການສັກຢາປ້ອງກັນພະຍາດໃຫ້ແກ່ລັດຖະບານລາວຢ່າງພຽງພໍສຳ​ລັບເປົ້າໝາຍດັ່ງ​ກ່າວນີ້ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ເນື່ອງຈາກວ່າການລະບາດຂອງໄວຣັ​ສໂຄວິດ-19 ທີ່ ປະ​ຊາ​ຊົນລາວ ກໍາລັງປະ ເຊີນຢູ່ໃນປັດຈຸບັນ ນັບ​ວ່າເປັນການລະບາດຮອບທີ 3 ທີ່ມີຄວາມຮຸນແຮງຫຼາຍກວ່າສອງຮອບກ່ອນໜ້ານີ້ ເພາະວ່າມັນເປັນໄວຣັສກາຍພັນທີ່ເອີ້ນ​ວ່າ ແດ​ລ​ຕາ (Delta) ທີ່ສາມາດຕິດຕໍ່ກັນໄດ້ຢ່າງວ່ອງໄວ ແລະແຜ່ລະ​ບາດ​ອອກໄປໄດ້​ຢ່າງກວ້າງຂວາງກວ່າໄວ​ຣັ​ສໂຄວິດ-19 ຊະ​ໜິດ​ອື່ນ ເພາະ​ສະນັ້ນ, ເພື່ອເປັນ​ການ​ຮັກສາຊີວິດຂອງປະຊາຊົນລາວ ຈາກການລະບາດດັ່ງກ່າວ ຈຶ່ງຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສ​ໂຄວິດ-19 ໃຫ້ໄດ້​ເກີນກວ່າເປົ້າໝາຍ 50 ເປີເຊັນ ຂອງປະຊາກອນລາວດັ່ງ​ກ່າວ ​ກໍ​ຄືເພີ່ມຂຶ້ນເປັນ 70 ເປີເຊັນ ຂອງປະຊາກອນລາວໃຫ້ໄດ້ໄວທີ່ສຸດ ໂດຍກຸ່ມເປົ້າໝາຍແມ່ນເຍົາ​ວະ​ຊົນ ອາຍຸລະຫວ່າງ 12-17 ປີ ເພາະວ່າເປັນ​ກຸ່ມສ່ຽງສູງ ທີ່ຈະຕິດເຊື້ອໄວຣັສໂຄວິດ- 19 ຈາກການໄປຮຽນໜັງຢູ່ທີ່ໂຮງຮຽນນັ່ນ.

ທັງນີ້ອົງການອະນາໄມໂລກ (WHO) ແລະ​ນາໆ​ຊາດກໍຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ດ້ານຢາວັກຊີນ 7.5 ລ້ານໂດສ ຊຶ່ງພຽງພໍສຳລັບ 50 ເປີເຊັນຂອງປະຊາກອນ ລາວ ສ່ວນເປົ້າໝາຍຈະສັກຢາວັກຊີນໃຫ້ໄດ້ 70 ເປີເຊັນຂອງປະຊາກອນໃນປີ 2022 ນັ້ນກໍຈະຕ້ອງຈັດຫາຢາວັກຊີນອີກກວ່າ 3 ລ້ານໂດສ.

XS
SM
MD
LG