ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຣກລະບາດ ໂຄວິດ-19 ປ່ຽນທັດສະນະແນວຄິດຂອງປະຊາຊົນ ກ່ຽວກັບ ວຽກງານ


ປ້າຍໂຄສະນາງານສະແດງວຽກງານ ຢູ່ຖະໜົນ 5th Avenue ໃນເຂດ ແມນແຮັດຕັນ, ນະຄອນ ນິວຢອກ, 3 ກັນຍາ, 2021.
ປ້າຍໂຄສະນາງານສະແດງວຽກງານ ຢູ່ຖະໜົນ 5th Avenue ໃນເຂດ ແມນແຮັດຕັນ, ນະຄອນ ນິວຢອກ, 3 ກັນຍາ, 2021.

ໂຣກລະບາດ ໂຄວິດ-19 ໄດ້ປ່ຽນແປງແນວຄິດຂອງປະຊາຊົນ ກ່ຽວກັບ ການຊອກວຽກເຮັດງານທຳ. ຫຼາຍຄົນໄດ້ລາອອກຈາກວຽກ ຍ້ອນຄວາມຢ້ານກົວວ່າຈະຕິດພະຍາດໂຄວິດ-19, ມີການຮາວີຈາກລູກຄ້າ ພ້ອມກັບການລ່ວງລະເມີດທາງເພດ ແລະ ອື່ນໆ.

ຫຼາຍຄົນໄດ້ຊອກຫາວຽກເຮັດທີ່ມີທາງເລືອກໃຫ້ເຮັດວຽກຢູ່ບ້ານ ແທນທີ່ຈະເຂົ້າໄປເຮັດວຽກຢູ່ຫ້ອງການທຸກມື້, ສ່ວນອີກຈຳນວນນຶ່ງໄດ້ຕັດສິນໃຈທີ່ຈະບໍ່ກັບໄປສະໝັກວຽກ ແຕ່ເປີດທຸລະກິດເປັນຂອງຕົນເອງ.

ແມ່ຍິງລາວຄົນນຶ່ງໃນລັດຄາລິຟໍເນຍ ໄດ້ອອກຈາກວຽກ ໃນລະຫວ່າງໂຣກລະ ບາດໂຄວິດ-19 ແລະ ໄດ້ຫັນມາເຮັດທຸລະກິດສ່ວນຕົວ. ລາວໄດ້ກ່າວຕໍ່ພວກເຮົາວ່າ “ຂະນ້ອຍເຮັດວຽກຢູ່ບໍລິສັດແຫ່ງນຶ່ງແຕ່ອອກແລ້ວ, ເພາະຮູ້ສຶກວ່າບໍ່ປອດໄພປານໃດ. ມີລູກຄ້າມາໂວຍວາຍ ເຮັດແນວເປັນຕາຢ້ານຫຼາຍຄັ້ງ. ແຕ່ຂະນ້ອຍມີຄວາມຄິດຢາກເຮັດທຸລະກິດຂອງຕົນເອງຢູ່ແລ້ວ. ກໍເລີຍອອກມາເຮັດທຸລະກິດຂາຍອາຫານ ກັບໝູ່. ເຮັດມາໄດ້ເຄິ່ງປີແລ້ວ, ລາຍໄດ້ກໍດີຢູ່. ຂ້ານ້ອຍມັກເຮັດວຽກນີ້ເພາະວ່າມັນຮູ້ສຶກສະບາຍໃຈ.”

ບັນດານັກເສດຖະສາດຄາດວ່າ ການວ່າຈ້າງງານໃນປີນີ້ຈະດີຂຶ້ນຢ່າງຫຼວງຫຼາຍ, ໃນຂະນະທີ່ການຕິດໄວຣັສໂຄໂຣນາ ໄດ້ຫຼຸດລົງຢ່າງວ່ອງໄວ ແລະ ຫຼາຍຕົວເມືອງໄດ້ປະກາດ ການປ່ຽນແປງສຳລັບມາດຕະການຫ້າມໄວຣັສໂຄໂຣນາ.

XS
SM
MD
LG