ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອອສເຕຣເລຍ ຈະຍົກເລີກຂໍ້ຫ້າມ COVID-19 ລະຫວ່າງ ເຂດຊາຍແດນ ຂອງລັດທີ່ມີປະຊາກອນ ໜາແໜ້ນທີ່ສຸດ


ປະຊາຊົນຖ່າຍຮູບຢູ່ຕໍ່ໜ້າປ້າຍທີ່ຂຽນວ່າ “ຍິນດີຕ້ອນຮັບກັບຄືນ” ຫຼັງຈາກຂໍ້ຫ້າມ ໂຄວິດ-19 ຖືກຜ່ອນຜັນໃນນະຄອນ ແມລເບິນ, ອອສເຕຣເລຍ.
ປະຊາຊົນຖ່າຍຮູບຢູ່ຕໍ່ໜ້າປ້າຍທີ່ຂຽນວ່າ “ຍິນດີຕ້ອນຮັບກັບຄືນ” ຫຼັງຈາກຂໍ້ຫ້າມ ໂຄວິດ-19 ຖືກຜ່ອນຜັນໃນນະຄອນ ແມລເບິນ, ອອສເຕຣເລຍ.

ການຫ້າມຕ່າງໆຢູ່ເຂດຊາຍແດນຍ້ອນ COVID-19 ແມ່ນຈະຖືກຍົກ ເລີກ ລະຫວ່າງລັດທີ່ມີປະຊາ ກອນໜາແໜ້ນທີ່ສຸດຂອງ ອອສເຕຣເລຍ. ບັນດາເຈົ້າໜ້າທີ່ໃນລັດ ນິວ ຊາວ ເວລສ໌ ເວົ້າວ່າຊາຍ ແດນຕິດກັບລັດ ວິກຕໍເຣຍ ຈະຖືກໄຂຄືນໃນວັນທີ 23 ພະຈິກນີ້, ແຕ່ກໍໄດ້ເຕືອນວ່າມັນຈະເປັນ “ການຄຳນວນຄວາມສ່ຽງ.” ລັດ ວິກຕໍເຣຍ ໄດ້ເປັນຈຸດສູນກາງຂອງວິກິດການໄວຣັສ ໂຄໂຣນາຂອງ ອອສເຕຣເລຍ, ແຕ່ມາດຕະການກັກບໍລິເວນ ທີ່ເຄັ່ງຄັດປັດຈຸບັນນີ້, ປາກົດວ່າຈະໄດ້ຜົນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກ ນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.

ເມື່ອສີ່ເດືອນທີ່ຜ່ານມາ, ລັດ ນິວ ຊາວ ເວລສ໌ ໄດ້ປິດເຂດຊາຍແດນຂອງເຂົາເຈົ້າກັບລັດ ວິກຕໍເຣຍ ຍ້ອນການຕິດໄວຣັສໂຄຣນາຄື້ນທີສອງ. ການປິດເຂດຊາຍແດນດັ່ງກ່າວ ໄດ້ແບ່ງແຍກຄອບ ຄົວຢູ່ຫ່າງກັນ, ລົບກວນການເດີນທາງ ແລະ ທຸລະກິດຕ່າງໆ. ລັດ ວິກຕໍເຣຍ ໄດ້ເປັນຈຸດສູນກາງຂອງວິກິດການດ້ານ ສາທາລະນະສຸກແຫ່ງຊາດ. ເມືອງ ແມລເບິນ, ເຊິ່ງແມ່ນເມືອງຫຼວງຂອງລັດດັ່ງກ່າວ, ໄດ້ກຳນົດການກັກບໍລິເວນເປັນຄັ້ງທີສອງ, ແລະ ມາດຕະການທີ່ເຄັ່ງຄັດທີ່ວ່ານັ້ນ, ເຊິ່ງມີລາຍງານວ່າ ໄດ້ຖືກຜ່ອນຜັນເມື່ອບໍ່ດົນມານີ້, ໄດ້ເຮັດໃຫ້ການລະບາດຖືືກຄວບຄຸມໄດ້. ລັດ ວິກຕໍເຣຍ ໄດ້ບັນທຶກການບໍ່ມີກໍລະນີ COVID-19 ໃໝ່ໃນຊຸມຊົນເປັນເວລາ 5 ວັນຕິດຕໍ່ກັນ ແລະ ບໍ່ມີຜູ້ເສຍຊີວິດ.

ຄວາມສຳເລັດຂອງເຂົາເຈົ້າໃນການຫຼຸດຜ່ອນການລະບາດຂອງໄວຣັສໄດ້ເຮັດໃຫ້ລັດ ນິວ ຊາວ ເວລສ໌ ທີ່ຢູ່ໃກ້ຄຽງຕ້ອງຍົກເລີກການຫ້າມຕ່າງໆໃນວັນທີ 23 ພະຈິກ, ອະນຸຍາດການເດີນທາງລະຫວ່າງລັດທີ່ມີປະຊາກອນໜາແໜ້ນທີ່ສຸດຂອງ ອອສເຕຣເລຍ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ “ມັນດີແລ້ວທີ່ COVID-19 ໄດ້ບັງຄັບໃຫ້ພວກ ເຮົາປິດເຂດຊາຍ ແດນ.”

ຜູ້ປົກຄອງລັດ ນິວ ຊາວ ເວລສ໌ ທ່ານນາງ ແກຼດີສ໌ ເບເຣຈິຄລຽນ ເວົ້າວ່າມັນແມ່ນອີກບາດກ້າວນຶ່ງໃນການເປີດ ອອສເຕຣເລຍ ຄືນ.

ທ່ານນາງ ເບເຣາຈິຄລຽນ ກ່າວວ່າ “ນິວ ຊາວ ເວລສ໌ ຈະເປັນພຽງເຂດດຽວໃນ ອອສເຕຣເລຍ ທີ່ຈະຕ້ອນຮັບປະຊາຊົນຈາກທຸກລັດ, ຂອງທຸກໆເຂດ. ສະນັ້ນ, ນິວ ຊາວ ເວລສ໌ ຈະເປັນບ່ອນທີ່ປະຊາ ຊົນ ອອສເຕຣເລຍ ທຸກຄົນຖືກຕ້ອນຮັບ, ລວມທັງປະຊາຊົນ ນິວ ຊີແລນ ແລະ ນັ້ນແມ່ນສິ່ງທີ່ຂ້າ ພະເຈົ້າຄິດວ່າ ພວກເຮົາຄວນພາກພູມໃຈ. ແຕ່ດ້ວຍສິ່ງທີ່ວ່ານັ້ນມັນຈະມີຄວາມສ່ຽງໃນບາງລະ ດັບ ແລະ ພວກເຮົາກໍຍອມຮັບມັນ, ແຕ່ພວກເຮົາເຊື່ອວ່າມັນແມ່ນການລະວັງຄວາມສ່ຽງ, ມັນແມ່ນການຄຳນວນຄວາມສ່ຽງ.”

ອອສເຕຣເລຍ ມີ 6 ລັດ ແລະ ດິນແດນໃຫຍ່ 2 ເຂດ. ໂຣກລະາດ ໄດ້ນຳ ຄວາມແຕກແຍກ ມາສູ່ສະຫະພັນລັດທີ່ຖືກສ້າງຕັ້ງຂຶ້ນໃນປີ 1901 ດັ່ງກ່າວ. COVID-19 ໄດ້ຖືກຢືນຢັນໃນ ອອສເຕຣເລຍ ຄັ້ງທຳອິດໃນທ້າຍເດືອນມັງກອນທີ່ຜ່ານມາ, ແລະ ນັບຕັ້ງແຕ່ນັ້ນມາບັນດາເຈົ້າໜ້າທີ່ກໍໄດ້ປິດເຂດຊາຍ ແດນພາຍໃນປະເທດ ຫຼາຍແຫ່ງເພື່ອຫຼຸດຜ່ອນການລະບາດ.

ລັດ ຄວີນສແລນ ແລະ ອອສເຕຣເລຍຕາເວັນຕົກ ຍັງສືບຕໍ່ໃຊ້ຂໍ້ຫ້າມຢູ່ເຂດຊາຍແດນໃນພາກສ່ວນອື່ນໆຂອງປະເທດ, ເຊິ່ງມັນໄດ້ເຮັດໃຫ້ນາຍົກລັດຖະມົນ ຕີ ທ່ານ ສກັອດ ມໍຣິສສັນ ບໍ່ພໍໃຈ. ທ່ານໄດ້ກ່າວໃນເດືອນກັນຍາທີ່ຜ່ານມາວ່າ “ໃນເວລານີ້ມັນຮູ້ສຶກຄືວ່າ ອອສເຕຣເລຍ ອາດແຕກອອກຈາກກັນ.” ໃນຂະນະທີ່ອັດຕາການຕິດເຊື້ອໄດ້ຫຼຸດລົງ, ຄວາມເຄັ່ງຕຶງພາຍໃນ ລະຫວ່າງ ເຂດ ແດນກໍ ໄດ້ຫຼຸດລົງ.

ອອສເຕຣເລຍ ໄດ້ບັນທຶກໄວຣັສໂຄໂຣນາ 27,600 ກໍລະນີ ແລະ ປະຊາຊົນ 907 ໄດ້ເສຍຊີວິດ. ໄດ້ມີການດຳເນີນການກວດ COVID-19 ຫຼາຍກວ່າ 8 ລ້ານຄັ້ງ.

ເຂດຊາຍແດນພາຍໃນປະເທດ ໃນທີ່ສຸດແມ່ນໄດ້ເປີດຄືນ, ແຕ່ການເດີນທາງ ຕ່າງປະເທດແມ່ນມີຄວາມເປັນໄປໄດ້ວ່າຈະຍັງຄົງຖືກຫ້າມເປັນຢ່າງສູງອາດຈະຮອດປີໜ້າ.

ອອສເຕຣເລຍ ໄດ້ປິດເຂດຊາຍແດນຂອງເຂົາເຈົ້າ ຕໍ່ນັກເດີນທາງຕ່າງປະເທດໃນເດືອນມີນາທີ່ຜ່ານມາ, ແນວໃດກໍຕາມປະຊາຊົນ ນິວ ຊີແລນ ແມ່ນໄດ້ຮັບ ອະນຸຍາດໃຫ້ເດີນທາງເຂົ້າໄປໃນບາງພາກສ່ວນຂອງປະເທດ. ປະຊາຊົນ ແລະ ຜູ້ອາໄສຢູ່ຖາວອນກໍໄດ້ຮັບອະນຸຍາດໃຫ້ເດີນທາງກັບບ້ານ ແຕ່ຕ້ອງໄດ້ຖືກກັກບໍ ລິເວນກວດໂຣກຕາມຂໍ້ບັງຄັບຢູ່ໂຮງແຮມ ເວລາທີ່ເຂົາເຈົ້າເດີນທາງຮອດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG