ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູດມົນ ຢູ່ທີ່ໂບດຄຣິສຕຽນ ລາວອາເມຣິກັນ ໃນຍຸກໂຄວິດ-19 ແມ່ນເຄັ່ງຄັດ ເປັນພິເສດ


ອາຈານອີນຕາ ຈັນທະວີສຸກ
ອາຈານອີນຕາ ຈັນທະວີສຸກ

ການລະບາດຂອງໂຄວິດ-19 ຍັງມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນທົ່ວສະຫະລັດອາເມຣິກາ ເຖິງແມ່ນມີກົດລະບຽບໃຫ້ໃສ່ໜ້າກາກ ແລະຢູ່ຫ່າງກັນກໍຕາມ ແຕ່ຍັງມີຜູ້ຕິດເຊື້ອໂຄວິດ-19 ນັ້ນຢູ່ ໂດຍສະເພາະບັນດາຜູ້ທີ່ຄິດວ່າ ເປັນການລະເມີດຕໍ່ສິດທິຂອງພວກເຂົາເຈົ້າ.

ວີໂອເອ ໄດ້ໂອ້ລົມກັບອາຈານອິນຕາ ຈັນທະວີສຸກ ຊຶ່ງເປັນພາສເຕີ (Pastor) ທີ່ສອນສາດສະໜາຢູ່ໂບດຄຣິສຕະຈັກ ໃຫ້ແກ່ປະຊາຄົມລາວອາເມຣິກັນ ຢູ່ໃນ ສອງລັດ ຊຶ່ງທ່ານໄດ້ສັບປ່ຽນໄປມາທຸກໆສອງເດືອນ ລະຫວ່າງລັດຄາລິຟໍເນຍ ແລະລັດຟລໍຣິດາ. ຢູ່ທີ່ລັດຄາລີຟໍເນຍນັ້ນ ອາຈານອິນຕາກ່າວວ່າ ພິທີຕ້ອງໄດ້ ຈັດຢູ່ນອກໂບດ ເພື່ອປ້ອງກັນການຕິດໂຄວິດ-19 ສ່ວນຢູ່ລັດຟລໍຣິດາ ກໍຕ້ອງ ໄດ້ປະຕິບັດຕາມຄໍາສັ່ງທາງການເຊັ່ນກັນ ຊຶ່ງທ່ານກ່າວສູ່ ວີໂອເອ ຟັງດັ່ງນີ້ :

ກົດລະບຽບຢູ່ໃນແຕ່ລະລັດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ນັ້ນ ແມ່ນຄ້າຍໆຄືກັນ ແຕ່ມີຄວາມເຄັ່ງຄັດບໍ່ຄືກັນ. ອີງຕາມລາຍງານຫລ້າສຸດຂອງ ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ກ່າວວ່າ ປັດຈຸບັນນີ້ ມີຜູ້ຕິດເຊື້ອໂຄວິດ-19 ຢູ່ໃນທົ່ວໂລກ ຫລຍາຍກວ່າ 29 ລ້ານຄົນ ສ່ວນຢູ່ໃນສະຫະລັດ ມີຜູ້ເສຍ ຊີວິດໄປແລ້ວຫຼາຍກວ່າ 194,536 ຄົນ ພ້ອມທັງຄາດວ່າລະດູໃບໄມ້ຫລົ່ນແລະ ລະດູໜາວຈະມາເຖິງນີ້ຈະມີຄົນຕິດໄວຣັສໂຄວິດ-19 ແລະເສຍຊີວິດຍອນພະ ຍາດດັ່ງກ່າວເພີ້ມຂຶ້ນ.

XS
SM
MD
LG