ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈົນເຖິງປັດຈຸບັນນີ້ ຍັງມີບາງຄອບຄົວ ປະຕິເສດທີ່ຈະຮັບການສັກຢາວັກຊີນ ກັນໂຄວິດ-19


ແຟ້ມຮູບ-ຜູ້ຊາຍຄົນນຶ່ງຍ່າງຜ່ານກ້ອງກະໂຈມຂອງໂຮງລະຄອນ ອເລັກສ໌ ຢູ່ໃນເມືອງເກລັນເດລ, ລັດຄາລິຟໍເນຍ, ເຊິ່ງມີຂໍ້ຄວາມສົ່ງເສີມໃຫ້ທຸກຄົນໄປສັກຢາວັກຊີນໂຄວິດ-19 ເຂັມເພີ້ມເຕີມ ຫຼື ບູສເຕີ້, ໃນມື້ວັນຈັນ, ວັນທີ 24 ມັງກອນ 2022.
ແຟ້ມຮູບ-ຜູ້ຊາຍຄົນນຶ່ງຍ່າງຜ່ານກ້ອງກະໂຈມຂອງໂຮງລະຄອນ ອເລັກສ໌ ຢູ່ໃນເມືອງເກລັນເດລ, ລັດຄາລິຟໍເນຍ, ເຊິ່ງມີຂໍ້ຄວາມສົ່ງເສີມໃຫ້ທຸກຄົນໄປສັກຢາວັກຊີນໂຄວິດ-19 ເຂັມເພີ້ມເຕີມ ຫຼື ບູສເຕີ້, ໃນມື້ວັນຈັນ, ວັນທີ 24 ມັງກອນ 2022.

ເຖິງວ່າສະຖານະການຂອງໂຄວິດ-19 ຈະເລີ້ມເບົາບາງລົງແດ່ແລ້ວ ໂດຍຈະເຫັນໄດ້ໃນບາງສະຖານທີ່ ຫຼືໂຮງຮຽນ ໄດ້ເລີ້ມຍົກເລີກມາດຕະການການຄວບຄຸມການແຜ່ລະບາດຂອງພະຍາດໂຄວີດ-19 ລົງ ເຊັ່ນ: ການໃສ່ໜ້າກາກ ເວັ້ນໄລຍະຫ່າງ, ໂດຍທີ່ຫຼາຍໆຄົນກໍໃຫ້ຄວາມສົນໃຈໃນການປ້ອງກັນໂຕເອງ ແລະຄອບຄົວດ້ວຍການສັກຢາວັກຊີນກັນພະຍາດໂຄວິດ ນັບຕັ້ງແຕ່ພໍ່ແມ່ ລວມເຖິງ ລູກໆທີ່ມີອາຍຸຕັ້ງແຕ່ 5 ປີຂຶ້ນໄປ.

ແຕ່ສິ່ງນຶ່ງທີ່ພວກເຮົາຍັງເຫັນໄດ້ຢູ່ກໍຄື ຍັງມີບາງຄອບຄົວທີ່ຍັງຄົງປະຕິເສດຕໍ່ຢາວັກຊີນດັ່ງກ່າວນັ້ນ. ຊາວອາເມຣິກັນເຊື້ອສາຍລາວຄອບຄົວນຶ່ງ ທີ່ຍັງບໍ່ມີຄວາມປະສົງໃນການສັກຢາວັກຊີນເລີຍ, ແລະເມື່ອບໍ່ດົນມານີ້ ໝົດທຸກຄົນໃນຄອບຄົວຂອງນາງ ລວມເຖິງແອນ້ອຍທີ່ມີອາຍຸ 6 ເດືອນ ກໍ່ຕິດໂຄວິດໝົດເຊັ່ນກັນ, ແຕ່ກໍໂຊກດີ ທີ່ບໍ່ມີໃຜເປັນຫຍັງຫຼາຍ ເພາະຕິດຕາມອາການ ໄດ້ທັນເວລາ ແລະກໍ່ປິ່ນປົວດີຂຶ້ນແລ້ວ. ເມື່ອພວກເຮົາໄດ້ຖາມເຖິງຄວາມຮູ້ສຶກວ່າ ດ້ວຍເຫດໃດນາງ ພ້ອມດ້ວຍສາມີ ແລະລູກໆຈຶ່ງບໍ່ຢາກສັກຢາວັກຊີນ ໂດຍສະເພາະຢ່າງຍິ່ງລູກໆຂອງນາງທີ່ຍັງມີອາຍຸນ້ອຍ ແລະຢາກໍມີອອກມາໃຫ້ໄດ້ສັກແລ້ວ, ນາງກໍ່ໄດ້ກ່າວໃຫ້ຟັງວ່າ:

“ມັນກໍຂຶ້ນຢູ່ກັບສຸຂະພາບຂອງເດັກເນາະ ວ່າສຸຂະພາບຂອງເດັກແຂງແຮງຊໍ່າໃດຫັ້ນນະ, ມັນກໍບໍແນ່ຫັ້ນນະ ເພາະວ່າ ການສັກຢາວັກຊີນມັນກໍ່ບໍ່ໄດ້ແມ່ນຊິປ້ອງກັນລ້ອຍເປີເຊັນ, ພະຍາດຫຍັງຕ່າງໆມັນຂຶ້ນຢູ່ໃນກະໂຕເຈົ້າ ຖ້າເຈົ້າມີພູມຕ້ານທານດີ ເຈົ້າກໍຄົງຊິບໍ່ໄຂ້ຫັ້ນໜາ, ເຂົາເຈົ້າກໍໄດ້ແນະນໍາໃຫ້ຂ້ອຍສັກຢາຕອນຂ້ອຍຖືພາພຸ້ນ ຫາກແຕ້ວ່າຂ້ອຍບໍ່ໄດ້ສັກ ເພາະຂ້ອຍບໍ່ຮູ້ວ່າມັນຊິມີຜົນກະທົບໃສ່ລູກຂ້ອຍໃນທ້ອງບໍຫັ້ນນະ”

ຢ່າງໃດກໍຕາມ, ທີ່ຜ່ານມາ ອົງການ FDA ກໍເຄີຍໄດ້ອອກມາອະທິບາຍວ່າ ກ່ອນຈະມີການອະນຸມັດຢາອອກມາໃຫ້ສັກແຕ່ລະຄັ້ງ ແມ່ນໄດ້ຜ່ານການທົດລອງຫຼາຍຄັ້ງ ແລະພິສູດຈາກນັກຊ່ຽວຊານມາແລ້ວ ເຊິ່ງທຸກຄົນສາມາດສັກ
ວັກຊີນໄດ້ຢ່າງປອດໄພ.

ອີງຕາມສູນຂໍ້ມູນໄວຣັສໂຄໂຣນາແຫ່ງມະຫາວິທະຍາໄລ Johns Hopkin ປະຈໍາວັນທີ 25 ມີນາ 2022 ພົບວ່າ ທົ່ວສະຫະລັດ ມີຜູ້ສັກຢາວັກຊີນຄົບຖ້ວນແລ້ວ 66 ເປີເຊັນ ຂອງປະຊາກອນພາຍໃນປະເທດ ຫຼືປະມານ 217 ລ້ານ 3 ແສນຄົນ. ເດັກນ້ອຍທີ່ໄດ້ຮັບການສັກຢາວັກຊີນ ກັນໂຄວິດ-19 ແຕ່ 5-11 ປີ ຈໍານວນ 255,056,551 ຄົນ, 12-17 ປີຈໍານວນ 245,234,700 ຄົນ.

XS
SM
MD
LG