ສານອຸທອນແຫ່ງນຶ່ງຂອງສະຫະລັດໄດ້ຕັດສິນວ່າ ລັດເທັກຊັສ ສາມາດນຳໃຊ້ກົດໝາຍ
ອອກບັດປະຈຳໂຕໃຫ້ຜູ້ປ່ອນບັດ ທີ່ໄດ້ສັ່ງໃຫ້ໂຈະໂດຍສານຊັ້ນຕົ້ນ ບົນພື້ນຖານທີ່ວ່າ ກົດໝາຍດັ່ງກ່າວຈຳແນກກີດກັນທາງດ້ານຜິວພັນຕໍ່ພວກຊົນກຸ່ມນ້ອຍ.
ຢູ່ໃນການຕັດສິນ 2 ຕໍ່ 1 ນັ້ນ ສານອຸທອນເຂດ 5 ຂອງສະຫະລັດ ທີ່ຕັ້ງຢູ່ນະຄອນນິວ
ອໍລິນສ໌ ໄດ້ຕັດສິນວ່າ ກົດໝາຍລັດເທັກຊັສ ແມ່ນເໝາະສົມທີ່ຈະໃຊ້ທົດແທນກົດໝາຍ
ສະບັບຕົ້ນຕໍໃນປີ 2011 ທີ່ວ່າ ຜູ້ພິພາກສາລັດຖະບານກາງໄດ້ເຊື່ອມຕໍ່ເຂົ້າກັບ “ພາສີ
ປ່ອນບັດ" ສຳລັບຜູ້ປ່ອນບັດຊົນກຸ່ມນ້ອຍ.
ສານກ່າວວ່າ ຮ່າງກົດໝາຍສະບັບໃໝ່ໄດ້ “ປັບປຸງໃຫ້ດີຂຶ້ນສຳລັບບັນດາຜູ່ປ່ອນບັດ
ຊົນກຸ່ມນ້ອຍ.” ບັນດາຜູ້ປ່ອນບັດຜູ້ທີ່ບໍ່ມີບັດປະຈຳໂຕທີ່ມີຮູບນັ້ນ ຍັງສາມາດປ່ອນບັດ
ໄດ້ ຖ້າຫາກເຂົາເຈົ້າເຊັນໃບຢັ້ງຢືນ.
ບັນດາຜູ້ຕ້ອງຕິກ່າວວ່າ ກົດໝາຍສະບັບໃໝ່ອາດໃຊ້ເພື່ອຂົ່ມຂູ່ຕໍ່ບັນດາຜູ້ປ່ອນບັດ ທີ່
ອາດຈະຕິດຄຸກຫຼາຍປີ ຖ້າຫາກເຂົາເຈົ້າພົບເຫັນວ່າ ໄດ້ຕົວະຢູ່ໃນໃບຢັ້ງ ຢືນ.
ໂຄສົກຂອງກະຊວງຍຸຕິທຳ ທ່ານເດວິນ ໂອມອລລີ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ
ວ່າ ພະແນການຂອງທ່ານມີຄວາມພໍໃຈກັບການຕັດສິນຂອງສານອຸທອນ.
ບັນດານັກວິເຄາະກ່າວວ່າ ກົດໝາຍທີ່ສານອຸທອນໄດ້ໃຫ້ການອະນຸມັດສຳລັບ ລັດ
ເທັກຊັສ ແມ່ນນຶ່ງໃນກົດໝາຍປ່ອນບັດທີ່ເຄັ່ງຄັດທີ່ສຸດຢູ່ໃນປະເທດ.
ເທັກຊັສ ເປັນລັດທີ່ມີປະຊາຊົນຮຫຼາຍທີ່ສຸດ ທີ່ຄວບຄຸມໂດຍພັກຣີພັບບລິກັນ.
ພັກເດໂມແຄຣັດກ່າວວ່າ ການສໍ້ໂກງກ່ຽວກັບການລົງຄະແນນສຽງມັກບໍ່ຄ່ອຍມີ ແລະ
ພັກຣີພັບບລິກັນ ກຳລັງຊອກທາງບໍ່ໃຫ້ຜູ້ປ່ອນບັດຊົນກຸ່ມນ້ອຍ ທີ່ມັກຈະໃຫ້ການສະ
ໜັບສະໜູນພັກເດໂມແຄຣັດນັ້ນ ປ່ອນບັດໄດ້ ແລະບໍ່ມີທ່າທາງວ່າ ຈະບັງຄັບໃຫ້ມີບັດ
ປະຈຳໂຕ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ