ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານທະຫານ ຢືນຢັນ ຄຳຕັດສິນ ລົງໂທດທະຫານ ອິສຣາແອລ ທີ່ໄດ້ສັງຫານ ຊາວປາແລັສໄຕນ໌


ທ້າວ Elor Azaria ຕິດຕາມໄປດ້ວຍແມ່ຂອງລາວ ໄປຮອດ
ສານທະຫານແຫ່ງນຶ່ງ ໃນນະຄອນຫຼວງ Tel Aviv, ວັນອາທິດ
ທີ 30 ກໍລະກົດ 2017.
ທ້າວ Elor Azaria ຕິດຕາມໄປດ້ວຍແມ່ຂອງລາວ ໄປຮອດ ສານທະຫານແຫ່ງນຶ່ງ ໃນນະຄອນຫຼວງ Tel Aviv, ວັນອາທິດ ທີ 30 ກໍລະກົດ 2017.

ສານທະຫານແຫ່ງນຶ່ງຂອງອິສຣາແອລ ໄດ້ປະຕິເສດ ການຂໍອຸທອນຂອງທະຫານຄົນນຶ່ງ
ຫຼັງຈາກຜູ້ກ່ຽວໄດ້ຖືກຕັດສິນ ໃຫ້ຈຳຄຸກ 18 ເດືອນ ຍ້ອນການສັງຫານຊາວປາແລັສໄຕນ໌
ຜູ້ນຶ່ງ.

ທ້າວ Elor Azaria ອາຍຸ 20 ປີ ໄດ້ຖືກຕັດສິນວ່າມີຄວາມຜິດ ໃນການຄາດຕະກຳ ເມື່ອ
ເດືອນມັງກອນຜ່ານມາ ຍ້ອນການຍິງຄົນຮ້າຍທີ່ເສຍອົງຄະຊາວປາແລັສໄຕນ໌ ຄົນນຶ່ງ
ຈົນເສຍຊີວິດ ຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດັນ ຫຼື West Bank ເມື່ອເກືອບ
ນຶ່ງປີກ່ອນ.

ຄະດີທີ່ໜ້າຈົດຈຳນີ້ ໄດ້ກໍ່ໃຫ້ເກີດການແບ່ງແຍກພາຍໃນປະເທດ ໂດຍເຮັດໃຫ້ມະຫາ
ຊົນອອກມາໂຈມຕີຕໍ່ຕ້ານ ກອງທັບອິສຣາແອລ ອັນເປັນທີ່ຫວງແຫນ ແລະ ເປັນສະຖາ
ບັນທີ່ນັບຖືທີ່ສຸດ. ໃນການເຄື່ອນໄຫວທີ່ບໍ່ຄ່ອຍມີນີ້ ກອງທັບໄດ້ປະນາມ ການກະທຳ
ຂອງທະຫານຕົນ ໃນລະຫວ່າງ ການໂຈມຕີຂອງຊາວປາແລັສໄຕນ໌ ຄົນນຶ່ງ ຂະນະດຽວ
ກັນ ປະຊາຊົນທຳມະດາທົ່ວໄປຫຼາຍຄົນ ກໍຕົກອົກຕົກໃຈ ທີ່ຊາວໜຸ່ມອິສຣາແອລ ຜູ້ທີ່
ຮັບໃຊ້ເປັນທະຫານຢູ່ແນວໜ້າ ໄດ້ຖືກລາກຂຶ້ນສານ ຄ້າຍຄືກັນກັບອາຊະຍາກອນ
ທົ່ວໄປ.

ນາຍົກລັດຖະມົນຕີ Benjamin Netanyahu ໄດ້ຂຽນລົງ Twitter ໃນວັນອາທິດ
ວານນີ້ ວ່າ ທ່ານຈະແນະນຳ ໃຫ້ອະໄພໂທດແກ່ທ້າວ Azaria.

Israili Soldier
please wait
Embed

No media source currently available

0:00 0:01:52 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG