ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Navalny ຖືກຕັດສິນ ຝາກ​ໂທດ ​ເປັນ​ເວລາ 5 ປີ ໃນຖານ ຍັກ​ຍອກ ສໍ້​ໂກງ


​ຜູ້ນຳ​ຝ່າຍ​ຄ້ານ ທ່ານ Navalny Alexei ກ່າວໃນສານ ທີ່ນະຄອນ Kirov, 8 ກຸມພາ, 2017.
​ຜູ້ນຳ​ຝ່າຍ​ຄ້ານ ທ່ານ Navalny Alexei ກ່າວໃນສານ ທີ່ນະຄອນ Kirov, 8 ກຸມພາ, 2017.

ຜູ້​ພິພາກສາ​ຣັດ​ເຊຍຄົນ​ນຶ່ງ ໄດ້​ຕັດສິນຝາກ​ໂທດຜູ້ນຳ​ຝ່າຍ​ຄ້ານທ່ານ Alexie Navalny ​ເປັນ​ເວລາ 5 ປີ ຫຼັງຈາກ​ທີ່​ທ່ານໄດ້​ຖືກ​ພົບ​ເຫັນ​ວ່າ ​ມີ​ຄວາມ​ຜິດ​ໃນ​ການຍັກ​ຍອກ ສໍ້​ໂກງ ຊຶ່ງເປັນການ​ຕັດສິນ ທີ່ອາດ​ຈະ​ຫ້າມ​ບໍ່​ໃຫ້​ທ່ານ​ລົງ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງປະທານາທິ ບໍດີໃນ​ປີໜ້າ​ນີ້.

ທ່ານ Navalny ທີ່​ຍັງ​ຢືນ​ຢັນຕໍ່​ຄວາມ​ບໍລິສຸດ​ຂອງ​ທ່ານ ​ໄດ້​ກ່າວ​ວ່າ ທ່ານ​ຈະ​ຂໍ​ອຸທອນ ​
ການ​ຕັດສິນ​ໂທດ​ດັ່ງກ່າວ ​ແລະ​ຍັງ​ຈະ​ລົງ​ແຂ່ງ​ເປັນ​ປະທານາທິບໍດີ​ໄດ້ ສູ້​ກັບ​ທ່ານ
Vladimir|Putin ຖ້າ​ຫາກ​ວ່າ ທ່ານ Putin ຕັດສິນ​ໃຈ ຈະ​ລົງ​ແຂ່ງຂັນເອົາ​ຕຳ​ແໜ່​ງ
ອີກ​ຄັ້ງນຶ່ງ.

ທ່ານ Navalny ​ໄດ້​ກ່າວ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກຕັດສິນ​ແລ້ວວ່າ “ພວກ​ເຮົາ​ບໍ່​ຮັບ​ຮູ້​ເຖິງ​
ການ​ຕັດສິນ​ນີ້. ຂ້າພະ​ເຈົ້າ​ມີ​ສິດ​ທຸກ​ຢ່າງ ທີ່​ຈະ​ມີ​ສ່ວນ​ໃນ​ການ​ລົງ​ແຂ່ງຂັນ​ເລືອກ​ຕັ້ງ
ອີງ​ຕາມລັດຖະທຳ​ມະນູນ ​ແລະ​ຂ້າພະ​ເຈົ້າ​ກໍ​ຈະ​ເຮັດ​ເຊັ່ນ​ນັ້ນ.”

ທ່ານ Navalny ​ໄດ້​ກ່າ​ວຫາ​ເຈົ້າ​ໜ້າ​ທີ່ລັດຖະບານຣັດ​ເຊຍ ພະຍາຍາມ​ທີ່​ຈະ​ກີດ​ກັນ​
ທ່ານບໍ່​ໃຫ້ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ ​ວ່າ ການ​ຕັດສິນ​ໂທດ​ທີ່​ວ່າ​ນີ້ ​ແມ່ນ
“​ເປັນ​ການ​ເຕືອນ​ວ່າ ຂ້າພະ​ເຈົ້າ ຄະນະ​ຂອງ​ຂ້າພະ​ເຈົ້າ ​ແລະ​ປະຊາຊົນ ທີ່​ໄດ້​ມອງ
​ເຫັນ​ວ່າ ຂ້າພະ​ເຈົ້າ ​ເປັນ​ຕົວ​ແທນ​ ​ທີ່​ເປັນ​ອັນຕະລາຍຫຼາຍ ທີ່​ຈະ​ໄດ້​ຮັບ​ອະນຸຍາດ
ໃຫ້ເຂົ້າ​ຮ່ວມໃນ​ການ​ໂຄສະນາ​ຫາ​ສຽງເລືອກ​ຕັ້ງ.”

​ເວລາ​ພວກ​ນັກ​ຂ່າວ​ຖາມວ່າ ຖ້າ​ຫາກ​ການ​ບໍ່​ມີໜ້າ​ຂອງ​ທ່ານ Navalny ​ໃນ​ການ​ລົງ​ແຂ່ງ
ຂັນເປັນ​ປະທານາທິບໍດີ​ແລ້ວ​ນັ້ນ ຈະ​ເຮັດ​ໃຫ້​ການ​ເລືອກ​ຕັ້ງມີ​ການ​ປະນີປະນອມ​ບໍ? ​
ໂຄສົກ​ ຂອງວັງ Kremlin ທ່ານ Dmitry Peskov ​ໄດ້​ກ່າວ​ຕອບ​ໂຕ້​ວ່າ “ພວກ​ເຮົາ​ບໍ່
ເຊື່ອ​ວ່າມີ​ຄວາມ​ກັງວົນ​ໃດ​ໆກ່ຽວ​ກັບ​ເລື່ອງ​ນີ້ ​ເປັນ​ສິ່ງ​ທີ່​ຄວນແລ້ວ.”

ອົງການ​ເພື່ອ​ຄວາມ​ປອດ​ໄພ ​ແລະ​ການ​ຮ່ວມມື​ໃນ​ຢູ​ໂຣບ ຊຶ່ງ​ເປັນກຸ່ມຮັກສາ​ຄວາມ​ປອດ
​ໄພ​ ໃນ​ຂົງ​ເຂດ ​ໄດ້​ອອກ​ຄວາມ​ເຫັນ ຕໍ່​ການລົງ​ໂທດ​ດັ່ງກ່າວວ່າ “ຂ້າພະ​ເຈົ້າ​ຢ້ານ​ກົວ​ວ່າ
ການ​ລົງໂທດຕໍ່ທ່ານ Alexie Navalny ​ໃນ​ມື້ນີ້ ​ແມ່ນ​ເປັນ​ກໍລະນີ ​ທີ່​ຫຼ້າ​ສຸດຂອງ​ສານ​
ທີ່​ໃຊ້ການ​ແຍກສ່ວນ​ບຸກບໍ່​ໃຫ້​ເຂົ້າຮ່ວມ​ໃນ​ເວທີ​ການ​ເມືອງ,”
​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ
MichaelGeorg Link ຜູ້ອຳນວຍການ ຂອງ​ກຸ່ມອົງການ​ເພື່ອ​ສະຖາ​ບັນ​ເສລີ​ປະຊາທິ
ປະ​ໄຕ ​ແລະ​ສິດທິ​ມະນຸດ.

ກົດໝາຍຣັດ​ເຊຍ ​ແມ່ນ​ຫ້າມບຸກຄົນ​ໃດກໍ​ຕາມ ​ທີ່ພົບ​ເຫັນ​ວ່າ ມີ​ຄວາມ​ຜິດ​ ໃນ​ “ການ​ອາ​
ຊະ​ຍາ​ກຳ​ຮ້າຍ​ແຮງ”
ຊຶ່ງ​ຮວມ​ເຖິງ ການຍັກ​ຍອກ ສໍ້​ໂກງ ບໍ່​ໃຫ້​ລົງ​ແຂ່ງຂັນ ເອົາ​ຕຳ​ແໜ່​ງ ​
ເປັນເວລາ 10 ປີ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG