ສານອິສຣາແອລ ໄດ້ຕັດສິນລົງໂທດ ໃຫ້ອະດີດນາຍົກ
ລັດຖະມົນຕີ Ehud Olmert ຕິດຄຸກຫົກປີໃນຖານຮັບ
ສິນບົນ ໃນຂະນະທີ່ທ່ານຮັບໜ້າທີ່ເປັນເຈົ້າຄອງນະ
ຄອນ Jerusalem.
ທ່ານ Olmert ໄດ້ໄປປາກົດຕົວ ທີ່ສານນະຄອນ Tel
Aviv ໃນວັນອັງຄານມື້ນີ້ເພື່ອຮັບຟັງການຕັດສິນແລະ
ກໍມີແຜນທີ່ຈະຂໍອຸທອນທັງຕໍ່ການຕັດສິນ ແລະການ
ລົງໂທດທ່ານ. ທະນາຍຄວາມຂອງອະດີດຜູ້ນຳ ທ່ານ
Eli Zohar ກ່າວວ່າ ທ່ານ Olmert ຍັງສືບຕໍ່ຢືນຢັດ
ວ່າ ທ່ານບໍ່ມີຄວາມຜິດ.
ທ່ານ Zohar ກ່າວວ່າ “ທ່ານບໍ່ໄດ້ເອົາສິນບົນ ທ່ານບໍ່ໄດ້ຮັບສິນບົນ ແລະທ່ານຍັງເຫັນ
ໂຕເອງ ອີງຕາມຄວາມຮູ້ສຶກຂອງທ່ານແລ້ວ ທ່ານບໍ່ມີຄວາມຜິດ ແລະຈະໄປສານສູງ
ສຸດ ເພື່ອຂໍອຸທອນ.”
ສານໄດ້ຕັດສິນໃນວັນທີ 31 ເດືອນມີນາຜ່ານມາ ວ່າ ທ່ານ Olmert ມີຄວາມຜິດທີ່ໄດ້
ຮັບເງິນສິນບົນ 160,000 ພັນໂດລາ ເພື່ອຊ່ວຍສະໜັບສະໜຸນການກໍ່ ສ້າງ ໃນໂຄງ
ການປຸກເຮືອນ ຢູ່ໃນດິນແດນສັກສິດ ທີ່ນະຄອນ Jerusalem.
ຂ່າວນອງນັນຫຼ້າສຸດທ້າຍນີ້ ຂອງການກ່າວຫາກ່ຽວກັບການສໍ້ລາດບັງລວງທີ່ມີ ມາເປັນ
ລຳດັບ ທີ່ໄດ້ບັງຄັບໃຫ້ທ່ານຕ້ອງລາອອກຈາກຕຳແໜ່ງນາຍົກລັດຖະມົນ ຕີ ຫລັງຈາກ
ໄດ້ຮັບເຂົ້າຮັບຕຳແໜ່ງດັ່ງກ່າວ ແຕ່ປີ 2006 ຫາ 2008.