ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຕັດສິນວ່າ ບໍ່ໃຫ້ຕັດທຶນ ຂອງລັດ ຖະບານກາງ ທີ່ເອົາໃຫ້ເມືອງ ທີ່ໃຫ້ບ່ອນ ຫລົບລີ້ ແກ່ພວກເຂົ້າເມືອງ ຜິດກົດໝາຍ


ເຈົ້າຄອງກຳແພງນະຄອນຊິຄາໂກ ທ່ານ ແຣມ ອີມານູແອລ ກ່າວຕໍ່ກອງປະຊຸມນັກຂ່າວໃນວັນ ທີ 25 ມັງກອນ 2017 ທີ່ນະຄອນ ຊິຄາໂກ.
ເຈົ້າຄອງກຳແພງນະຄອນຊິຄາໂກ ທ່ານ ແຣມ ອີມານູແອລ ກ່າວຕໍ່ກອງປະຊຸມນັກຂ່າວໃນວັນ ທີ 25 ມັງກອນ 2017 ທີ່ນະຄອນ ຊິຄາໂກ.

ສານ​ອຸທອນຂອງ​ລັດຖະບານ​ກາງ​ໃນ​ນະຄອນ​ຊິ​ຄາ​ໂກ​ບໍ່ຍອມປະຕິບັດຕາມນະໂຍ
ບາຍຂອງລັດຖະບານ​ປະທານາທິບໍດີ​ທຣໍາ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ລົງ​ໂທດ ຕໍ່ອັນ
​ທີ່ເອີ້ນ​ວ່າເປັນ “ເມືອງ​ທີ່ໃຊ້ເປັນບ່ອນຫລົບ​ລີ້​” ເພື່ອຊ່ວຍ​ບັນດາຜູ້​ເຂົ້າ​ປະ​ເທດ​ຜິດ​ກົດ
ໝາຍ.

ສານ​ອຸທອນຂັ້ນ​ຕົ້ນ​ເຂດ​ເຈັດ​ຂອງສະຫະລັດ ​ໄດ້​ຕັດສິນ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ກະ
ຊວງ​ຍຸຕິ​ທຳ​ສະຫະລັດ ບໍ່​ສາມາດປະຕິ​ເສດທີ່ຈະບໍ່ໃຫ້​ບັນດາ​ເມືອງ​ຕ່າງໆ ເຊັ່ນ​ນະຄອນ​
ຊິ​ຄາ​ໂກ ທີ່​ບໍ່ໃຫ້ການຮ່ວມ​ມື​ກັບກະຊວງໃນ​ການປາບ​ປາມພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ
ໝາຍນັ້ນ ​ໄດ້ຮັບ​ຄວາມ​ປອດ​ໄພ.

ນະຄອນ​ຊິ​ຄາ​ໂກ​ໄດ້​ຖືກ​ຟ້ອງ​ຮ້ອງປີ​ກາຍ​ນີ້ ພາຍຫຼັງທີ່​ລັດຖະມົນຕີ​ຍຸຕິ​ທຳ ທ່ານ​ແຈັຟ
​ແຊັສສັນ​ໄດ້​ປະກາດ​ວ່າ​ ທ່າ​ນຈະ​ຕັດທຶນຮອນຈໍານວນນຶ່ງຂອງ​ກະຊວງ​ຍຸຕິ​ທໍາ ທີ່ເອົາ
ໃຫ້ແກ່​ບັນດາເ​ມື​ອງທີ່​ບໍ່​ອະ​ນຸຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ກວດຄົນເຂົ້າ ເມືອງຂອງ​ລັດຖະ
ບານ​ກາງເຂົ້າ​ໄປ​ກວດຄຸກຕ່າງໆ ຢູ່ໃນທ້ອງ​ຖິ່ນແບບ​ບໍ່ຈໍາກັດ ຂອບເຂດ ​ແລະແບບບໍ່
ຕ້ອງໃຫ້ຄໍາເຕືອນ​ລ່ວງ​ໜ້າ 24 ຊົ່ວ​ໂມງ​ກ່ອນ​ຈະປ່ອຍ​ໂຕ​ຜູ້​ໃດທີ່​ເຈົ້າໜ້າທີ່ດັ່ງກ່າວ
ຕ້ອງການຕົວ ໃນ​ຖານ​ຝ່າຝືນ​ລະບຽບ​ຄົນ​ເຂົ້າ​ເມືອງ.

ການ​ຕັດສິນ​ດັ່ງກ່າວຂອງ​ສານໄດ້​ເຫັນພ້ອມກັບຄໍາ​ຕັດສິນ​ຂອງ​ສານ​ປະ​ຈຳ​ເຂດເມືອງ
​ທີ່ໄດ້​ຢຸດສະພາບ​ການ​ດັ່ງ​ກ່າວຢູ່່​ທົ່ວ​ປະ​ເທດໄວ້ເປັນການຊົ່ວຄາວ.

ສານ​ອຸທອນ​ນະຄອນ​ຊິ​ຄາ​ໂກ​ໄດ້​ຕັດສິນ​ວ່າ ຖ້າທຶນຕ່າງໆຫາກໄດ້ຮັບການ ຈັດສັນໃຫ້
​ໂດຍ​ລັດຖະສະພາ​ຢູ່​ພາຍໃຕ້​ອຳນາດ​ໃນການຈັດສັນງົບປະມານຂອງ ສະພາດັ່ງກ່າວ|
ແລ້ວ ກະຊວງ​ຍຸຕິ​ທຳ​ບໍ່​ມີ​ສິດທີ່​ຈະປະຕິເສດ ໂດຍຈະບໍ່ໃຫ້ເມືອງ ເຫລົ່ານັ້ນໄດ້ຮັບອໍາ
ນາດໃນການຄຸ້ມຄອງທາງກົດໝາຍຕໍ່​ເຂດໃດນຶ່ງ ເພື່ອ ກະຊວງຈະໄດ້​ບັງຄັບໃຊ້​ນະ​
ໂຍບາຍ​ຕົນ​ເອງຕໍ່ເມືອງດັ່ງກ່າວ.

ສານ​ໄດ້​ຕັດສິນ​ວ່າ “ພວກ​ເຮົາ​ເປັນ​ປະ​ເທດ​ທີ່ໄດ້ຮັກສາ​ການແບ່ງ​ປັນອຳນາດ​ກັນຢ່າງ
ໜັກ ​ແລະ​ພວກ​ເຮົາ​ຕ້ອງ​ລະມັດລະວັງໃນ​ການເຮັດພາລະກິດ​ດັ່ງກ່າວ.”

ຢູ່​ໃນຖະ​ແຫຼ​ງການສະບັບນຶ່ງທີ່ເຜີຍແຜ່ອອກມາ​ໃນ​ຕອນບ່າຍວັນ​ພະຫັດ​ວານ​ນີ້ ​ໂຄສົກ
​ກະຊວງ​ຍຸ​ຕິ​ທຳ ທ່ານ​ເດ​ວິນ ​ໂອ​ມາລ​ເລ ບໍ່​ເຫັນ​ພ້ອມ​ກັບ​ການ​ຕັດສິນ​ໃຈ ດັ່ງກ່າວ. ທ່ານ​
ກ່າວ​ວ່າ “ພວກ​ເຮົາ​ຈະ​ສືບຕໍ່ດໍາເນີນຄວາມພະຍາຍາມປະຕິບັດ​ພາລະມຸ້ງໝາຍ​ຂອງ​ກະຊວງຕໍ່ການປົກຄອງດ້ວຍຕົວບົດກົດໝາຍ, ຕໍ່ການປ້ອງ​ກັນ​ຄວາມ​ປອດ​ໄພ​ແກ່​ສາທາ
ລະນະຊົນ, ​ແລະ​ປ້ອງ​ກັນບໍ່ໃຫ້ພວກກະທຳ​ຜິດ ທາງອາຍາ ທີ່ເປັນຄົນຕ່າງປະເທດມາຢູ່
ຕາມ​ຖະໜົນ​ຫົນທາງເພື່ອ​ທີ່​ທໍາອາດຊະຍາກໍາ​ຕໍ່​ໄປ​ອີກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Santuary Cities
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG