ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຖືກສະເໜີຊື່ ເປັນຜູ້ພິພາກ​ສາ ​ສານ​ສູງ ສຫລ ເອີ້ນການ​ຕິ​ຕຽນ​ຂອງທ່ານ Trump ​ວ່າ ເຮັດ​ໃຫ້​ທໍ້​ໃຈ


ຜູ້ພິພາກ​ສາ​ສານ​ສູງ​ສຸດ​ສະຫະລັດ ທ່ານ​ Neil Gorsuch, ຂວາ, ພົບກັບ ທ່ານ Richard Blumenthal, ສະມາຊິກພັກ Democrat ຈາກລັດ Connecticut, ທີ່ລັດຖະສະພາໃນວໍຊີງຕັນ, 8 ກຸທພາ, 2017.
ຜູ້ພິພາກ​ສາ​ສານ​ສູງ​ສຸດ​ສະຫະລັດ ທ່ານ​ Neil Gorsuch, ຂວາ, ພົບກັບ ທ່ານ Richard Blumenthal, ສະມາຊິກພັກ Democrat ຈາກລັດ Connecticut, ທີ່ລັດຖະສະພາໃນວໍຊີງຕັນ, 8 ກຸທພາ, 2017.

ຜູ້​ທີ່ ປະທານາທິບໍດີ Donald Trump ​ສະ​ເໜີ​ຊື່​ແຕ່ງຕັ້ງໃຫ້​ເປັນຜູ້ພິພາກ​ສາ​ສານ​ສູງ​ສຸດ​ສະຫະລັດ ຄືຜູ້ພິພາກ​ສາ​ Neil Gorsuch ​ໄດ້ເອີ້ນການ​ຕຳ​ນິຕິ​ຕຽນ​ຢ່າງ​ແຮງ​ຂອງ​ປະທານາທິບໍດີ ຕໍ່​ຂະ​ແໜງ​ຕຸລາການ​ວ່າ “​ເຮັດ​ໃຫ້​ທໍ້​ໃຈ” ​ແລະ ພາໃຫ້ “ໝົດ​ກຳລັງ​ໃຈ.”

ທ່ານ Gorsuch ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ຂະນະ​ທີ່​ພົບ​ປະ​ກັນກັບສະມາຊິກ​ສະພາ​ສູງສັງກັດ​ພັກ Democrat ທ່ານ Richard Blumenthal.


ທ່ານ Gorsuch ຖືກ​ຖາ​ມ​ວ່າ ທ່ານ​ມີ​ປະຕິກິລິຍາ​ຢ່າງ​ໃດຕໍ່​ການ​ຂຽນ​ລົງ Twitter ຂອງ​
ທ່ານ Trump ທີ່​ເອີ້ນ ຜູ້ພິພາກ​ສາ​ເຂດ ຈາກ​ລັດວໍ​ຊີງ​ຕັນ ທ່ານ​ James Robart ຜູ້​ຊຶ່ງ
ໄດ້ໂຈະ​ດຳລັດ​ຝ່າຍ​ບໍລິ​ຫານ ຂອງ​ປະທານາທິບໍດີ Trump ທີ່​ສັ່ງ​ໃຫ້ຜູ້​ຄົນ​ຈາກ​ບັນດາ
7 ປະ​ເທດ​ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຊາວມຸສລິ​ມໂຈະ​ການ​ເດີນທາງ​ມາ​ຍັງ​ສະຫະລັດ​ ​ວ່າ
“ອັນ​ທີ່​ເອີ້ນວ່າຜູ້ພິພາກ​ສາ.​”


ທ່ານ Trump ​ໄດ້​ກ່າວຕໍ່​ຊາວ​ອາ​ເມຣິກັນ​ວ່າ ​ໃຫ້​ຖິ້ມ​ໂທດ​ໃສ່​ຜູຸ້ພິພາກສາ Robart
ແລະ​ລະບົບສານ “ຖ້າ​ຫາກ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ” ຊຶ່ງໝາຍ​ເຖິງ ການໂຈມ​ຕີຂອງ​ພວກ
ກໍ່ການ​ຮ້າຍ. ປະທານາທິບໍດີຍັງ​ໄດ້​ຕຳ​ນິຕິ​ຕຽນ​ຄະນະຜູ້ພິພາກ​ສາ​ສານ 3 ທ່ານຂອງ​
ສານ​ອຸ ທອນ ທີ່​ນະຄອນ San Francisco ທີ່​ກຳລັງ​ພິຈາລະນາ​ວ່າ ຜູ້ພິພາກ​ສາ​
Robart ມີ​ອຳນາດ​ທາງ​ກົດໝາຍຫຼືບໍ່ ທີ່​ຈະ​ໂຈະ​ດຳລັດ​ຂອງປະທານາທິບໍດີ ຕໍ່ການ
​ຖືກ​ບັງຄັບ​ໃຊ້ ​ໃນ​ຂະນະ​ທີ່​ການ​ທ້າ​ທາຍ​ທາງ​ກົດໝ​າຍຍັງ​ດຳ​ເນີນຕໍ່​ໄປ​ຢູ່​ນັ້ນ.

ຂໍ້ຄວາມນີ້ແມ່ນໄດ້ຖ່າຍອອກຈາກການສະແດງ ຜູ້ພິພາສາສານ James Robart ນັ່ງຟັງຄະດີ ໃນສານຂອງນະຄອນ Seattle, 12 ມີນາ, 2013.
ຂໍ້ຄວາມນີ້ແມ່ນໄດ້ຖ່າຍອອກຈາກການສະແດງ ຜູ້ພິພາສາສານ James Robart ນັ່ງຟັງຄະດີ ໃນສານຂອງນະຄອນ Seattle, 12 ມີນາ, 2013.

ທ່ານ Trump ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ຢາກ​ຈະ​ເອີ້ນວ່່າ ສານ​ມີ​ຄວາມ​ລຳອຽງ
ເພາະສະ​ນັ້ນ ຂ້າພະ​ເຈົ້າ​ກໍ​ຈະ​ບໍ່​ເອີ້ນວ່າ ​ມັນ​ເປັນຄວາມ​ລຳອຽງ. ທາງ​ສານ​ນັ້ນ ​ເບິ່ງຄື​
ວ່າຈະ​ມີ​ຄວາມ​ຝັກໃຝ່ທາງການ​ເມືອງ ​ແລະ​ມັນ​ກໍ​ຈະ​ເປັນ​ການ​ດີຫຼາຍ ​ສຳລັບ​ລະບົບ
​ຍຸຕິ​ທຳ​ຂອງ​ພວກ​ເຮົາ ຖ້າ​ພວກ​ເຂົາ​ຈະ​ສາມາດ​ອ່ານ​ລາຍ​ງານ ​ແລະ​ກະທຳ​ໃນ​ສິ່ງ​ທີ່​
ຖືກຕ້ອງ.”

ຄວາມເປັນ​ອິດສະຫຼະຂອງລະບົບ​ຍຸຕິ​ທຳ ​ແມ່ນ​ໄດ້​ຂຽນໄວ້ຢ່າງ​ຈະ​ແຈ້ງໃນ​ລັດຖະທຳ​
ມະນູນສະຫະລັດ ແລະວ່າການ​ຕິຕຽນ​ຢ່າງ​ຮ້າຍແຮງ​ທີ່​ວ່າ​ນີ້​ຈາກປະທານາທິບໍດີ ກ່ຽວ​ກັບ
​ລະບົບສານ​ຂອງ​ລັດຖະບານ​ກາງ​ນັ້ນ​ ແມ່ນ​ບໍ່​ສູ້​ຈະ​ມີ.

ເຊີນຊົມ: ໂຄງການໂຈະການເດີນທາງເຂົ້າມາຍັງສະຫະລັດ ຂອງທ່ານ Trump

Trump Defends Travel Ban Court Case
please wait

No media source currently available

0:00 0:01:05 0:00

​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ທ່ານ Trump ​ໄດ້​ກ່າວ​ຕໍ່​ເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍ​ ​ທີ່​ມາ​ເຕົ້າ​ໂຮມ​ກັນ​ ໃນນະຄອນຫຼວງ​ວໍ​ຊີງ​ຕັນ​ວ່າ ທ່ານ​ໄດ້ເອົາ​ບາດກ້າວ​ດັ່ງກ່າວນີ້ ​ພຽງ​ເພື່ອ​ປົກ​ປ້ອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ເວລາ​ທ່ານ​ໄດ້​ອອກດຳລັດໂຈະ​ການເດີນທາງ​ມາ​ຍັງ​ສະຫະ ລັດ​ຂອງ​ຜູ້​ຄົນຈາກ​ ອີຣັກ ອີຣ່ານ ຊີ​ເຣຍ ລີ​ເບຍ ​ເຢ​ເມນ ​ໂຊ​ມາ​ເລຍ​ແລະ​ຊູ​ດານ ​ເປັນ​ການ​ຊົ່ວຄາວນັ້ນ.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ຜູ້ພິພາກສາສານ ທ່ານ Neil Gorsuch ກ່າວໃນທຳນຽບຂາວ, ນະຄອນຫຼວງວໍຊີງຕັນ, 31 ມັງກອນ, 2017.
ຜູ້ພິພາກສາສານ ທ່ານ Neil Gorsuch ກ່າວໃນທຳນຽບຂາວ, ນະຄອນຫຼວງວໍຊີງຕັນ, 31 ມັງກອນ, 2017.

XS
SM
MD
LG