ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວ​ຫາ ທ່ານອາ​ສ​ຊານຈ໌​ ຜູ້​ກໍ່​ຕັ້ງ​ ວິກ​ກີ​ລິກ​ສ໌


ຜູ້​ກໍ່​ຕັ້ງ​ກຸ່ມ​ວິກ​ກິ​ລິກ​ສ໌ ທ່ານ​ຈູ​ລຽນ ອາ​ສ​ຊານຈ໌ ​ຢືນ​ຢູ່​ລະ​ບຽງ ສະ​ຖານ​ທູດ​ເອກວາ​ດໍ ໃນ​ນະ​ຄອນ​ຫຼວ​ງ​ລອນດອນ ປະ​ເທດ​ອັງ​ກິດ ໃນ​ທີ 19 ພຶດ​ສະ​ພາ 2017.
ຜູ້​ກໍ່​ຕັ້ງ​ກຸ່ມ​ວິກ​ກິ​ລິກ​ສ໌ ທ່ານ​ຈູ​ລຽນ ອາ​ສ​ຊານຈ໌ ​ຢືນ​ຢູ່​ລະ​ບຽງ ສະ​ຖານ​ທູດ​ເອກວາ​ດໍ ໃນ​ນະ​ຄອນ​ຫຼວ​ງ​ລອນດອນ ປະ​ເທດ​ອັງ​ກິດ ໃນ​ທີ 19 ພຶດ​ສະ​ພາ 2017.

ກຸ່ມ​ວິກ​ກີ​ລິກ​ສ໌ ກ່າວ​ວ່າ​ ຜູ້​ກໍ່​ຕັ້ງ​ຂອງ​ຕົນ ທ່ານ​ຈູ​ລຽນ ອາ​ສ​ຊານຈ໌ ໄດ້​ຖືກ​ກ່າວ​ຫາ​ຢູ່​ໃນ
​ສະ​ຫະ​ລັດ.

ກຸ່ມ​ວິກ​ກີ​ລິກ​ສ໌ ໄດ້​ຂຽນ​ຂໍ້​ຄວາມ​ຢູ່​ໃນບັນ​ຊີ​ທວິດ​ເຕີ​ຂອງ​ຕົນວ່າ ຂ່າວ​ການ​ກ່າວ​ຫາ​ນີ້
“ບັ​ງ​ເອີນ” ​ໄດ້ເປີດ​ເຜີ​ຍ​ໃຫ້​ເຫັນ​ເຖິງ “ການຕັດ​ຕໍ່ທີ່​ຜິດ​ພາກ​” ໃນ​ຄະ​ດີ​ທີ່​ບໍ່ ມີ​ການ​ພົວ
​ພັນຄະ​ດີ​ນຶ່ງ ຢູ່​ໃນ​ລັດ​ເວີ​ຈີ​ເນຍ. “SCOOP ກະ​ຊວງ​ຍຸ​ຕິ​ທຳ ​ສະ​ຫະ​ລັດ “​ບັງ​ເອີນ” ໄດ້
​ເປີດ​ເຜີຍ​ການ​ກ່າວ​ຫາ​ໃນ​ການ​ຟ້ອງ​ຮ້ອງ ​ຕໍ່ທ່າ​ນ​ອາ​ສຊານ​ຈ໌ ຂອງກຸ່ມ​ວິ​ກີ​ລິກ​ສ໌ ​ໃນ​
ອັນ​ທີ່​ປາ​ກົດ​ວ່າ ເປັນ​ການ​ຕັດ​ຕໍ່​ທີ່​ຜິດ​ພາດ ​ຢູ່​ໃນ​ຄະ​ດີ​ທີ່​ບໍ່​ພົວ​ພັນ ຢູ່​ເຂດ​ພາກ​ຕາ​ເວັນ
​ອອກ​ຂອງ​ລັດ​ເວີ​ຈີ​ເນຍຄື​ກັນ.”

ການ​ກ່າວ​ຫາຕໍ່​ທ່ານ​ອາ​ສຊານຈ໌ ໄດ້​ເປີດ​ເຜີຍ​ໂດຍ ຜູ້​ຊ່ວຍ​ທະ​ນາຍ​ຄວາມ​ສະ​ຫະ​ລັດ
ທ່ານ​ນາງແຄ​ລເ​ລັນ ດາຍ​ເຢີ​ ໃນ​ຂະ​ນະ​ທີ່ທ່ານ​ນາງ​ໄດ້ຍື່ນ​ຟ້ອງໃນ​ອີກ​ຄະ​ດີນຶ່ງທີ່​ບໍ່​
ພົວ​ພັນ​ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ພິ​ພາກ​ສາ​ ສືບ​ຕໍ່​ປິດການ​ຍື່ນ​ຟ້ອງ​ນີ້​ໄວ້.

ທ່າ​ນ​ນາງດາຍ​ເຢີ​ຕໍ່​ມາ​ໄດ້​ຂຽນ​ວ່າ ​ການ​ກ່າວ​ຫາ​ເຫຼົ່າ​ນີ້ “ຕ້ອງ​ຖືກ​ປິດ​ໄວ້ຈົນ​ກວ່​າ​ວ່າ
ທ່ານ​ອາ​ສຊານ​ຈ໌​ ຖືກ​ຈັບ.”

ທ່ານ​ອາ​ສ​ຊານ​ຈ໌​ ມີ​ຄວາມ​ຮັບ​ຜິດ​ຊອບຕໍ່​ການ​ເຜີຍ​ແຜ່​ເອກ​ກະ​ສານ​ລັບ​ຫຼາຍ​ຮ້ອຍ​
ພັນ​ສະ​ບັບ ແລະພິມເຜີຍ​ແຜ່​ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ​ກຸ່ມ​ວິກ​ກີ​ລິກ​ສ໌​ ​ທີ່​ໄດ້ສ້າງ​ຄວາມ​ໂກດ​
ແຄ້ນ​ໃຫ້ລັດ​ຖະ​ບານ​ປະ​ເທດ​ຕ່າງໆຢູ່ໃນທົ່ວ​ໂລກ.

ທ່ານ​ເບັນ ວິ​ສ​ເນີ​ ຜູ້​ອຳ​ນວຍ​ການ​ສະ​ຫ​ະ​ພັນ​ຄຸ້ມ​ຄອງ​ສິດ​ທິ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ​ຫຼື
ACLU ​ຮັບ​ຜິ​ດ​ຊອບ​ໃນ​ເລື້ອງ​ການ​ປາກ​ເວົ້າ ຄວາມ​ເປັນສ່ວນ​ໂຕ ແລະ​ບັນ​ດາ​ໂຄງ​
ການ​ເທັກ​ໂນ​ໂລ​ຈີ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ການດຳ​ເນີນ​ຄະ​ດີ​ໃດໆຕໍ່​ທ່ານ​ອາ​ສ
ຊານ​ຈ໌ ​ໃນການ​ປະ​ຕິ​ບັດ​ງານ​ພິມ​ເຜີຍ​ແຜ່​ຂອງ​ກຸ່ມ​ວິ​ກີ​ລິກ​ສ໌ນັ້ນຈະ​ບໍ່​ເຄີຍ​ມີ​ມາ​ກ່ອນ
​ພ້ອມ​ທັງ​ຂັດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ ແລະ ​ຈະ​ເປີດ​ປະ​ຕູໃຫ້​ມີ ການ​ສືບ​ສວນ​ທາງ​ດ້ານ​
ອາ​ຍາ ຕໍ່​ອົງ​ກ່ານ​ຂ່າວ​ອື່ນໆ.”

ທ່ານ​ວິ​ສ​ເນີ ກ່າວ​ຕື່ມ​ວ່າ “​ຍິ່ງ​ໄປ​ກວ່າ​ນັ້ນ ການ​ຈັບ​ກຸມ​ຜູ້​ພິມ​ເຜີຍ​ແຜ່​ຊາວຕ່າງ ປະ​
ເທດ​ທີ່​ໄດ້​ລະ​ເມີດ​ກົດ​ໝາຍ​ຄວາມ​ລັບ​ຂອງ​ສະ​ຫະ​ລັດ ຈະ​ເຮັດ​ໃຫ້​ເປັນ​ອັນ​ຕະ​ລາຍ​
ພິ​ເສດ ເທື່ອ​ທຳ​ອິດ​ຕໍ່​ບັນ​ດາ​ນັກ​ຂ່າວ​ສະ​ຫະ​ລັດ ທີ່​ລະ​ເມີດ​ຢູ່​ເປັນ​ປະ​ຈຳ​ຕໍ່​ບັນ​ດາກົດ
​ໝາຍ​ລັບຕ່າງ​ປະ​ເທດ ເພື່ອ​ນຳ​ເອົາເຜີຍ​ແຜ່​ຂໍ້ມູນ​ທີ່​ສຳ​ຄັນທີ່​ເປັນ​ຜົນ​ປະ​ໂຫຍດ​ຕໍ່
​ສາ​ທາ​ລະ​ນະ​ຊົນ.”

ປີ​ກາຍ​ນີ້ ເວ​ລາ​ນັ້ນ​ທ່ານ​ແຈັ​ຟ ແຊັນ​ສັນ​ສ໌ ກ່າວ​ວ່າ ການ​ຈັບ​ກຸມ​ຂອງ ທ່ານ​ອາ​ສ​ຊານຈ໌
​ແມ່ນ​ເປັນ​ “ບູ​ລິ​ມະ​ສິດ.”

ທ່ານ​ອາ​ສ​ຊານ​ຈ໌ ປັດ​ຈຸ​ບັນ​ ​ຢູ່​ສະ​ຖານ​ທູດ​ເອກວາ​ດໍ​ໃນ​ນະ​ຄອນ​ຫຼວງ​ລອນດອນ. ທ່ານ​
ໄດ້​ໄປ​ຂໍ​ລີ້​ໄພ​ຢູ່​ທີ່​ນັ້ນ ເພື່ອ​ຫລີກ​ລ່ຽງ ​ການ​ສົ່ງ​ໂຕ​ໄປ​ສວີ​ເດັນ ບ່ອນ​ທີ່​ທ່ານ​ຈະ​ປະ​ເຊີນ
​ໜ້າ​ກັບ​ການ​ສອບ​ຖາມ​ ກ່ຽວ​ກັບ​ການ​ກ່າວ​ຫາໃນ​ການ​ກະ​ທຳ​ຄວາມ​ຜິດ​ທາງ​ເພດ ຊຶ່ງ​
ທ່ານ​ໄດ້​ປະ​ຕິ​ເສດ.

ການ​ສື​ບ​ສວນ​ຂອງ​ສ​ວີ​ເດັນ ໄດ້​ປິດ​ລົງ​ປະ​ມານ​ປີ​ກ່ອນ ແຕ່​ທ່ານ​ອາ​ສ​ຊານ​ຈ໌ ຜູ້​ທີ່​ໄດ້​ຖືກ
ປະ​ກັນ​ໂຕອອກ​ມາ ເວ​ລາ​ທ່ານ​ໄດ້​ເຂົ້າ​ໄປ​ສະ​ຖານ​ທູດ ປະ​ເຊີນ​ໜ້າ​ການ​ຈັບ​ກຸມ​ ໂດຍ
ພວກ​ເຈົ້າ​ໜ້າ​ທີ່​ອັງ​ກິດ ໃນ​ຖານ​ລະ​ເມີດ​ກົດ​ລະ​ບຽບ​ປະ​ກັນ​ໂຕ ຖ້າ​ຫາກ​ທ່ານ​ຍ່າງ
​ອອກ​ມາ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG