ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຍື່ນຟ້ອງ ຕໍ່ສານ ອາດເປີດເຜີຍ ໃຫ້ເຫັນ ເຖິງການປະ​ຕິ​ບັດ ຕໍ່ ທ. ອັອດໂຕ ວອມເບຍ ຢູ່ໃນເກົາຫຼີເໜືອ

ທ້າວ ອັອດໂຕ ແຟຣດເດີຣິກ ວອມເບຍ, ນັກສຶກສາຢູ່ມະຫາວິທະຍາໄລ ລັດເວີຈີເນຍ, ໄດ້ຖືກຄວບຄຸມໂຕ ຢູ່ໃນເກົາຫຼີເໜືອ ນັບຕັ້ງແຕ່ຕົ້ນເດືອນມັງກອນ, ກຳລັງຖືກນຳຂຶ້ນສານສູງສຸດ ຂອງເກົາຫຼີເໜືອ ຢູ່ໃນພຽງຢາງ, ວັນທີ 16 ມີນາ 2016.
ທ້າວ ອັອດໂຕ ແຟຣດເດີຣິກ ວອມເບຍ, ນັກສຶກສາຢູ່ມະຫາວິທະຍາໄລ ລັດເວີຈີເນຍ, ໄດ້ຖືກຄວບຄຸມໂຕ ຢູ່ໃນເກົາຫຼີເໜືອ ນັບຕັ້ງແຕ່ຕົ້ນເດືອນມັງກອນ, ກຳລັງຖືກນຳຂຶ້ນສານສູງສຸດ ຂອງເກົາຫຼີເໜືອ ຢູ່ໃນພຽງຢາງ, ວັນທີ 16 ມີນາ 2016.

ຖະແຫລງການຫຼາຍສະບັບ ໄດ້ຖືກຍື່ນໃນການສະໜັບສະໜູນ ຄະດີຟ້ອງຮ້ອງ ໂດຍຜູ້
ປົກຄອງຂອງ ທ້າວ ອັອດໂຕ ແອັຟ ວອມເບຍ ຜູ້ເປັນນັກສຶກສາຂອງ ມະຫາວິທະຍາໄລ
ລັດເວີເຈີເນຍ ທີ່ໄດ້ເສຍຊີວິດ ຫຼັງຈາກຖືກສົ່ງກັບຄືນມາ​ຍັງ ສະຫະລັດ ຈາກການຖືກ
ຄຸມຂັງ ເປັນເວລາ 17 ເດືອນ ຢູ່ທີ່ພຽງຢາງນັ້ນ ອາດກໍ່ໃຫ້ເກີດມີຄຳຖາມໃໝ່ຂຶ້ນ ກ່ຽວກັບ
ວ່າ ນັກສຶກສາມະຫາວິທະຍາໄລຄົນນີ້ ໄດ້ຖືກປະຕິບັດຕໍ່ແນວໃດ ໃນຂະນະຢູ່ໃນປະເທດ
ເກົາຫຼີເໜືອ.

ທ້າວ ວອມເບຍ ອາຍຸ 22 ປີ ເປັນຊາວອາເມຣິກັນ ທີ່ໄດ້ເດີນທາງໄປເກົາຫຼີເໜືອ ໃນ
ເດືອນທັນວາ ປີ 2015 ແລະໄດ້ຖືກຄວບຄຸມຕົວໂດຍບັນດາເຈົ້າໜ້າ ທີ່ເກົາຫຼີເໜືອ
ຢູ່ ສະໜາມບິນ ໃນວັນທີ 2 ມັງກອນ ປີ 2016. ຜູ້ກ່ຽວໄດ້ຖືກ ກ່າວຫາວ່າ ລັກຂະໂມຍ
ເອົາປ້າຍໂຄສະນາ ຫຼືໂປສເຕີ ແຜ່ນນຶ່ງຈາກໂຮງແຮມ ທີ່ລາວ​ພັກຢູ່ ແລະ ໄດ້ຖືກຕັດສິນ
ລົງໂທດໃຫ້ເຮັດວຽກໜັກ ເປັນເວລາ 15 ປີ ໃນເດືອນມີນາ ປີ 2016. ທ້າວ ວອມເບຍ
ໄດ້ເສຍຊີວິດ ໃນວັນທີ 13 ເດືອນມິຖຸນາ ປີ 2017 ບໍ່ດົນ ຫຼັງຈາກທີ່ໄດ້ຖືກສົ່ງ ກັບຄືນ
​ມາ​ຍັງ ສະຫະລັດ ໃນສະພາບທີ່ເປັນອຳມະພາດຢູ່ນັ້ນ.

ທ່ານ ແຟຣດ ວອມເບຍ, ຂວາ, ຟັງໃນຂະນະທີ່ ທ່ານນາງ ຊິນດີ ວອມເບຍ ກ່າວຖະແຫລງ ກ່ຽວກັບລູກຊາຍ ທ້າວ ອັອດໂຕ ວອມເບຍ, ຄົນອາເມຣິກັນ ຜູ້ທີ່ໄດ້ເສຍຊີວິດ ເມື່ອປີກາຍນີ້, ຫຼັງຈາກບໍ່ເທົ່າໃດມື້ ທີ່ຜູ້ກ່ຽວໄດ້ຖືກປ່ອຍໂຕ ຈາກການຄຸມຂັງຢູ່ໃນເກົາຫຼີເໜື້ອ, ວັນທີ 3 ພຶດສະພາ 2018, ຢູ່ທີ່ ອົງການສະຫະປະຊາຊາດ

ຜູ້ປົກຄອງຂອງທ້າວ ອັອດໂຕ ວອມເບຍ ຄື ທ່ານ ແຟຣດ ແລະ ນາງ ຊິນດີ ວອມເບຍ
ໄດ້ຍື່ນເອກກະສານຟ້ອງຮ້ອງ ຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີເໜືອ.

“ມັນເປັນສິ່ງທີ່ບໍ່ໜ້າເຊື່ອໄດ້ເລີຍ ສຳລັບຂ້າພະເຈົ້າ ທີ່ເກົາຫຼີເໜືອ ສົ່ງ ອັອດໂຕ ກັບ
ຄືນບ້ານເກີດ ໃນສະພາບເປັນຄືກັບຜັກ ໂດຍມີຮອຍບາດແຜ ເຕັມໂຕຂອງລາວ ແລະ
ແຂ້ວກໍບ້ຽວ”
ທ່ານ ແຟຣດ ວອມເບຍ ໄດ້ກ່າວໄປ ຢູ່ໃນຖະແຫລງການຂອງທ່ານ ທີ່ໄດ້
ຍື່ ຕໍ່ສານລັດຖະບານກາງ ສະຫະລັດ ເມື່ອວັນທີ 10 ຕຸລາ ຜ່ານມານີ້ ໃນການສະໜັບ
ສະໜຸນ ຕໍ່ການຟ້ອງຮ້ອງ ທີ່ທ່ານພ້ອມກັບພັນລະຍາ ທ່ານນາງ ຊິນດີ ວອມເບຍ ໄດ້ຍື່ນ
ໄປແລ້ວນັ້ນ.

ການຟ້ອງຮ້ອງ ທີ່ໄດ້ຍື່ນຕໍ່ສານຂອງສະຫະລັດ ໃນເຂດນະຄອນຫຼວງວໍຊິງຕັນ ໂດຍ​
ຟ້ອງ ລັດຖະມົນຕີ ວ່າການຕ່າງປະເທດ ເກົາຫຼີເໜືອ ທ່ານ ຣີ ຢົງ ໂຮ. ການຟ້ອງຮ້ອງ
ໄດ້ກ່າວຫາ ລັດຖະບານຂອງເກົາຫຼີເໜືອ ວ່າ “ຈັບເອົາເປັນໂຕປະກັນ ກັງຂັງໂດຍ
ຜິດກົດໝາຍ ກະທຳການທໍລະມານ ແລະຂ້ານັກທ່ອງທ່ຽວ ໜຸ່ມນ້ອຍຊາວອາເມຣິກັນ”

ເພື່ອທີ່ “ຈະບີບຄັ້ນ ລັດຖະບານ ສະຫະລັດ ໃຫ້ຍິນຍອມຕໍ່ຂໍ້ຮຽກຮ້ອງຫຼາຍປະການ.”

ບຸກຄົນທີ່ເຊື່ອວ່າ ແມ່ນທ້າວ ອັອດໂຕ ວອມເບຍ ກຳລັງຖືກເຄື່ອນຍ້າຍ ຈາກເຮືອບິນຂົນສົ່ງ ດ້ານການແພດ ໄປໃສ່ລົດກູ້ໄພສຸກເສີນ ທີ່ຈອດຖ້າຢູ່ ໃນສະໜາມບິນ Lunken ໃນລັດຊິນຊິນເນຕີ, ລັດໂອຮາຍໂອ, ວັນທີ 13 ມິຖຸນາ 2017.
ບຸກຄົນທີ່ເຊື່ອວ່າ ແມ່ນທ້າວ ອັອດໂຕ ວອມເບຍ ກຳລັງຖືກເຄື່ອນຍ້າຍ ຈາກເຮືອບິນຂົນສົ່ງ ດ້ານການແພດ ໄປໃສ່ລົດກູ້ໄພສຸກເສີນ ທີ່ຈອດຖ້າຢູ່ ໃນສະໜາມບິນ Lunken ໃນລັດຊິນຊິນເນຕີ, ລັດໂອຮາຍໂອ, ວັນທີ 13 ມິຖຸນາ 2017.

​ໃນເອກກະສານການຟ້ອງຮ້ອງທີ່ໄດ້ຍື່ນໄປໃນເດືອນເມສາ ທ່ານ ແຟຣດ ແລະ ທ່ານ
ນາງ ຊິນດີ ຜູ້ທີ່ອາໄສຢູ່ໃນເມືອງວາຍໂອໝິງ ລັດໂອຮາຍໂອ ໄດ້ອ້າງວ່າ ລູກຊາຍຂອງ
ພວກເພິ່ນ ໄດ້ຖືກທຳຮ້າຍຮ່າງກາຍໂດຍເຈດຕະນາ.

ສຳ​ນວນຟ້ອງດັ່ງກ່າວໄດ້ກ່າວວ່າ “ຕາມສະພາບຮ່າງກາຍແລ້ວ ທ້າວວອມເບຍ ໄດ້ຖືກ
ສົ່ງກັບຄືນມາ ໃນສະພາບຖືກທຳລາຍ ບໍ່ສາມາດຕອບສະໜອງຫຍັງໄດ້ເລີຍ ໂດຍ
ໄດ້ຮັບບາດເຈັບທາງສະໝອງທີ່ຮ້າຍແຮງ ລາວຍັງໄດ້ມີຮອຍບາດແຜ ຂະໜາດໃຫຍ່
ຢູ່ຕີນກ້ຳຊ້າຍຂອງລາວ ແລະໄດ້ຮັບບາດເຈັບຕໍ່ແຂ້ວ ດ້ວຍແຮງກະທົບ ທັງໝົດນີ້
ຊຶ່ງເປັນຜົນກະທົບມາຈາກ ການທໍລະມານຂອງເກົາຫຼີເໜືອ.”

ສ່ວນເກົາຫຼີເໜືອ ກໍໄດ້ປະຕິເສດ ຂໍ້ກ່າວຫາວ່າ ທຳການທໍລະມານ ຕໍ່ທ້າວວອມ ເບຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG