ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານຕ່າວປີ້ນຄຳສັ່ງຂອງ ອອສເຕຣເລຍ ເພື່ອເນລະເທດ ດາລານັກກິລາເທັນນິສ ທ້າວ ໂນວັກ ໂຈໂກວິຈ


ພວກແຟນຂອງດາລານັກກິລາເທັນນິສຊາວ ເຊີເບຍ ທ້າວ ໂນວັກ ໂຈໂກວິຈ ສະເຫຼີມສະຫຼອງຢູ່ນອກຕຶກຫຼັງນຶ່ງ ທີ່ຖືກວ່າເປັນບ່ອນທີ່ລາວພັກຢູ່ ກ່ອນການແຂ່ງຂັນກິລາ ເທັນນິສ Australian Open
ໃນນະຄອນ ແມລເບິນ, ອອສເຕຣເລຍ. 10 ມັງກອນ, 2022.
ພວກແຟນຂອງດາລານັກກິລາເທັນນິສຊາວ ເຊີເບຍ ທ້າວ ໂນວັກ ໂຈໂກວິຈ ສະເຫຼີມສະຫຼອງຢູ່ນອກຕຶກຫຼັງນຶ່ງ ທີ່ຖືກວ່າເປັນບ່ອນທີ່ລາວພັກຢູ່ ກ່ອນການແຂ່ງຂັນກິລາ ເທັນນິສ Australian Open ໃນນະຄອນ ແມລເບິນ, ອອສເຕຣເລຍ. 10 ມັງກອນ, 2022.

ນັກກິລາເທັນນິສ ອັນດັບນຶ່ງຂອງໂລກ ທ້າວ ໂນວັກ ໂຈໂກວິຈ ໄດ້ຊະນະຄະດີຂອງລາວ ຕໍ່ການເນລະເທດອອກຈາກ ອອສເຕຣເລຍ ຍ້ອນກົດລະບຽບການສັກຢາວັກຊີນ COVID-19 ທີ່ເຄັ່ງຄັດຂອງປະເທດດັ່ງກ່າວ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ພວກແຟນຂອງທ້າວ ໂນວັກ ໂຈໂກວິຈ ໄດ້ສະເຫຼີມສະຫຼອງຢູ່ນອກໂຮງແຮມຄົນເຂົ້າເມືອງໃນນະ ຄອນ ແມລເບີ​ນ ເມື່ອວັນຈັນວານນີ້, ບ່ອນທີ່ນັກກິລາຄົນດັ່ງກ່າວໄດ້ຖືກກັກຕົວ. ຜູ້ພິພາກສາສານລັດຖະບານກາງ ທ່ານ ແອນໂທນີ ແຄລລີ ໄດ້ກ່າວວ່າການຕັດສິນໃຈຂອງລັດຖະບານ ອອສເຕຣເລຍ ເພື່ອຍົກເລີກວີຊາຂອງລາວແມ່ນ “ບໍ່ມີເຫດຜົນ.”

ທ່ານໄດ້ກ່າວວ່າ ດາລານັກກິລາເທັນນິສຊາວ ເຊີເບຍ ດັ່ງກ່າວ ແມ່ນບໍ່ໄດ້ຖືກໃຫ້ເວລາພຽງພໍທີ່ຈະລົມກັບບັນດາຜູ້ຈັດການແຂ່ງຂັນ ຫຼື ທີ່ປຶກສາດ້ານກົດໝາຍຂອງລາວ ຫຼັງຈາກລາວໄດ້ຖືກກັກຕົວເມື່ອວັນພຸດທີ່ຜ່ານມາຢູ່ສະໜາມບິນ ແມລເບິນ, ເຊິ່ງແມ່ນການປະຕິບັດຕາມມາດຕະຖານສຳລັບຄົນຕ່າງປະເທດທີ່ບໍ່​ແມ່ນ​ ປະ​ຊາ​ຊົນຖືກ​ຕ້ອງກົດໝາຍ” ອີງຕາມກົດໝາຍ ອອສເຕຣເລຍ.

ລາວໄດ້ຂຶ້ນເຮືອບິນໄປ ອອສເຕຣເລຍ ໂດຍເຊື່ອວ່າ ລາວໄດ້ຮັບການຍົກເວັ້ນຈາກກົດລະບຽບການສັກຢາວັກຊີນ COVID-19 ຂອງປະເທດນັ້ນ, ເຊິ່ງໄດ້ກ່າວວ່າຄົນຕ່າງປະເທດທຸກຄົນທີ່ເຂົ້າໄປໃນປະເທດຕ້ອງໄດ້ສັກຢາຢ່າງຄົບຖ້ວນ ຫຼື ໄດ້ຮັບຂໍ້ຍົກເວັ້ນທາງການແພດ.

ທ້າວ ໂຈໂກວິຈ ໄດ້ກ່າວວ່າລາວໄດ້ຕິດໄວຣັສໂຄໂຣນາໃນເດືອນທັນວາແລ້ວນີ້, ເຊິ່ງໄດ້ເຮັດໃຫ້ລາວມີສິດ ທີ່ຈະຂໍສະໝັກການຍົກເວັ້ນ. ແຕ່ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ເຂດຊາຍແດນຂອງ ອອສເຕຣເລຍ ໄດ້ກ່າວວ່າດາລານັກກິລາເທັນນິສດັ່ງກ່າວແມ່ນບໍ່ໄດ້ບັນລຸກົດລະບຽບຄົນເຂົ້າເມືອງ ແລະ ຈະຖືກເນລະເທດ.

ແຕ່ທະນາຍຄວາມຂອງລາວໄດ້ກ່າວຕໍ່ສານວ່າ ການຕັດສິນໃຈທີ່ຈະຖອນວີຊາຂອງລາວແມ່ນ “ຜິດກົດໝາຍ, ບໍ່ມີເຫດຜົນ ແລະ ບໍ່ມີເຫດຜົນຢ່າງຖືກຕ້ອງຕາມກົດໝາຍ.”

ທະນາຍຄວາມຄົນເຂົ້າເມືອງ ທ່ານ ຈອນ ຟິນເລ ໄດ້ກ່າວຕໍ່ໂທລະພາບ ABC ຂອງ ອອສເຕຣເລຍ ວ່າມັນເປັນຄະດີທີ່ຍາກທີ່ລັດຖະບານຈະຊະນະ.

ທ່ານ ຟິນເລ ໄດ້ກ່າວວ່າ “ນີ້ແມ່ນຜົນອອກມາທີ່ຂ້າພະເຈົ້າໄດ້ຄາດໄວ້, ແມ່ນແລ້ວ, ທະນາຍຄວາມຂອງທ່ານ ໂຈໂກວິຈ ໄດ້ຕັ້ງຄະດີທີ່ໜ້າສົນໃຈຫຼາຍ. ສິ່ງຫຼັກທີ່ສານເປັນຫ່ວງກໍແມ່ນຄວາມເປັນ ທຳ, ການສະແດງໃຫ້ເຫັນເຖິງຄວາມບໍ່ເປັນທຳຕໍ່ ທ່ານ ໂຈໂກວິຈ ກ່ຽວກັບ ວິທີທີ່ບັນດາເຈົ້າໜ້າ ທີ່ຢູ່ສະໜາມບິນ ແມລເບິນ ໄດ້ປະຕິບັດດ້ວຍເຂົາເຈົ້າເອງ.”

ທ້າວ ໂຈໂກວິຈ ໄດ້ຖືກປ່ອຍອອກຈາກການກັກຕົວ ແລະ ມີຄວາມເປັນໄປໄດ້ວ່າຈະຖືກອະນຸຍາດໃຫ້ປ້ອງກັນແຊັ້ມ Australian Open ຂອງລາວ. ລາວໄດ້ຊະນະການແຂ່ງຂັນນັ້ນ 9 ເທື່ອ.

ຖ້າລາວໄດ້ຊະນະການແຂ່ງຂັນຂອງປີນີ້ ລາວຈະກາຍເປັນແຊັ້ມ Grand Slam ປະເພດຊາຍທີ່ປະສົບຄວາມສຳເລັດທີ່ສຸດດ້ວຍ 21 ຄັ້ງ. ແນວໃດກໍຕາມ, ລັດຖະມົນຕີຄົນເຂົ້າເມືອງຂອງ ອອສເຕຣເລຍ ທ່ານ ອາເລັກສ໌ ຮອກ ມີຄວາມສາມາດທີ່ຈະເຂົ້າແຊກແຊງອີກຄັ້ງ ແລະ ສັ່ງໃຫ້ເນລະ ເທດລາວ.

ພາຍໃຕ້ກົດໝາຍ ອອສເຕຣເລຍ, ລັດຖະມົນຕີດັ່ງກ່າວມີອຳນາດພິເສດ ແລະ ອິດສະຫຼະທີ່ຈະຍົກເລີກວີຊາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG