ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ ກ່າວ​ວ່າ ສະ​ພາ ສາມ​າດ​ຟ້ອງ ປ. ທ​ຣຳ ກ່ຽວ​ກັບ ການ​ຮັບ​ເງິນ ຕ່າງ​ປະ​ເທດ


ສະ​ມາ​ຊິກ​ສະ​ພາ​ສູງ ຣິ​ເຈີດ ບ​ລູ​ເມັນ​ທອ​ລ (​ຊ້າຍ) ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳ ທ່ານ​ຈອນ ຄອນ​ເຢີ ຈາກ​ລັດ​ມິ​ຊິ​ແກນ (ກາງ) ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ແພັດ ເລ​ຮີ (ຂວາ) ຈັດ​ການ​ຖະ​ແຫຼງ​ຂ່າວ ທີ່​ວ່າ ປ. ດໍ​ໂນ​ລ ທ​ຣຳ ລະ​ເມີດ ລະ​ບຽບ​ການ​ຮັບ​ເງິນ ຂອງ​ລັດ​ຖະ​ທຳ​ມະ​ນູນ ທີ່​ຕຶກ​ສະ​ພາ ສ​ຫລ ໃນ​ນະ​ຄອນ​ຫຼວງ ວໍ​ຊິ​ງ​ຕັນ. (ວັນ​ທີ 20 ມິ​ຖຸ​ນາ 2017)
ສະ​ມາ​ຊິກ​ສະ​ພາ​ສູງ ຣິ​ເຈີດ ບ​ລູ​ເມັນ​ທອ​ລ (​ຊ້າຍ) ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ຂອງ​ສະ​ພາ​ຕ່ຳ ທ່ານ​ຈອນ ຄອນ​ເຢີ ຈາກ​ລັດ​ມິ​ຊິ​ແກນ (ກາງ) ແລະ​ສະ​ມາ​ຊິກ​ສະ​ພາ​ສູງ ແພັດ ເລ​ຮີ (ຂວາ) ຈັດ​ການ​ຖະ​ແຫຼງ​ຂ່າວ ທີ່​ວ່າ ປ. ດໍ​ໂນ​ລ ທ​ຣຳ ລະ​ເມີດ ລະ​ບຽບ​ການ​ຮັບ​ເງິນ ຂອງ​ລັດ​ຖະ​ທຳ​ມະ​ນູນ ທີ່​ຕຶກ​ສະ​ພາ ສ​ຫລ ໃນ​ນະ​ຄອນ​ຫຼວງ ວໍ​ຊິ​ງ​ຕັນ. (ວັນ​ທີ 20 ມິ​ຖຸ​ນາ 2017)

ຜູ້​ພິ​ພາກ​ສາ​ຂອງ​ລັດ​ຖະ​ບານ​ກາງ​ທ່ານ​ນຶ່ງຢູ່​ວໍ​ຊິງ​ຕັນ ໄດ້​ຕັດ​ສິນ​ວ່າ ສະ​ມາ​ຊິກ​ລັດ​ຖະ
​ສະ​ພາ​ກຸ່ມ​ນຶ່ງ ເກືອບ 200 ຄົນ ມີ​ສິດ​ຕາມ​ກົດ​ໝາຍ ທີ່​ຈະ​ຟ້ອງປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ
ທ​ຣຳ.

ສະ​ມາ​ຊິກ​ສະ​ພາ​ກຸ່ມນີ້ ກ່າວ​ຫາ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳວ່າ ລະ​ເມີດ​ວັກ​ນຶ່ງ ​ທີ່​ເວົ້າ​ເຖິງ
​ເລື້ອງ​ເງິນ​ລາຍ​ຮັບຂອງ​ກົດໝາຍ​ລັດ​ຖະ​ທຳ​ມະ​ນູນສະ​ຫະ​ລັດ ທີ່​ກ່າວ​ວ່າ​ເຈົ້າໜ້າ​ທີ່
​ລັດ​ຖະ​ບານ​ກາງບໍ່​ສາ​ມາດ​ຮັບ​ເອົາກຳ​ໄລຫຼື​ຂອງ​ຂວັນ​ຈາກ​ລັດ​ຖະ​ບານຕ່າງ​ປະ​ເທດ
ໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ສະ​ພາ.

ຜູ້​ພິ​ພາກ​ສາປະ​ຈຳ​ເຂດ​ຂອງ​ສະ​ຫະ​ລັດ ທ່ານເອັມ​ເມັດ ຊູ​ລ​ລີ​ວັນ ໄດ້​ທຳ​ການ​ຕັດ​ສິນ
​ໃນ​ວັນ​ສຸກວານນີ້.

ທ່ານ​ທ​ຣຳ​ມີ​ທຸ​ລະ​ກິດ​ຢູ່​ທົ່ວ​ໂລກ ຮວມ​ທັງ​ໂຮງ​ແຮມ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ບ່ອນ​ທີ່
​ພວກ​ແຂກ​ຕ່າງ​ປະ​ເທດ​ມັກ​ໄປ​ພັກ​ເຊົາ​ໃນ​ລະ​ຫວ່າງ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທຳນຽບ
​ຂາວ​ຢ່າງ​ເປັນ​ທາງ​ການ.

ປະ​ທາ​ນາ​ທິ​ບໍ​ດີ​ຍັງ​ສືບ​ຕໍ່​ເປັນ​ເຈົ້າ​ຂອງ​ທຸ​ລະ​ກິດ​ເຫຼົ່າ​ນີ້ ແຕ່​ໄດ້​ມອບ​ການບໍ​ລິ​ຫານ​ບໍ​ລິ​
ສັດ​ປະ​ຈຳ​ວັນ ​ໃຫ້​ແກ່​ພວກລູກ​ຊາຍ​ຂອງ​ທ່ານ. ພວກ​ຕ້ອງ​ຕິ​ກ່າວ​ວ່າ ຍັງ​ບໍ່​ເປັນ​ການ
ຄຸ້ມ​ຄອງ​ທີ່​ພຽງ​ພໍ​.

ທ່ານ​ນາງ​ເອ​ລີ​ຊາ​ແບັດ ວີດ​ຣາ ປະ​ທານ​ສູນ​ກາງ​ຄວາມ​ຮັບ​ຜິດ​ຊອບ​ຕາມ​ລັດ​ຖະທຳ​
ມະ​ນູນ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ທາງ​ກົດ​ໝາຍ ​ຂອງ​ກຸ່ມ​ເສ​ລີ​ນິ​ຍົມ ທີ່​ຕາງ​ໜ້າໃຫ້​ແກ່​
ສະ​ມາ​ຊິກ​ສະ​ພາ ຢູ່​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ກ່າ​ວວ່າ “ດ້ວຍ​ການ​ຮັບ​ຮູ້​ວ່າ ສະ​ມາ​ຊິກ​
ລັດ​ຖະ​ສະ​ພາ​ມີ​ສິດ​ທີ່​ຈະ​ຟ້ອງ ສານ​ໄດ້​ພິ​ສູດ​ໃຫ້​ທຸກ​ຄົນ​ຢູ່​ໃນ​ອາ​ເມຣິ​ກາທຸກມື້ນີ້​ເຫັນ
ວ່າ ບໍ່​ມີ​ຜູ້​ໃດ​ຢູ່​ເໜືອ​ກົດ​ໝາຍ ແມ່ນ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ.”

ກະ​ຊວງ​ຍຸ​ຕິ​ທຳ​ກ່າວ​ວ່າ ລັດ​ຖະ​ບານ “ຈະ​ສືບ​ຕໍ່​ໃຫ້​ການ​ປົກ​ປ້ອງ​ປະ​ທາ​ນາ​ທິ​ບໍ​ດີຢູ່​
ໃນ​ສານ.”

ການ​ຕັດ​ສິນ​ໃນ​ວັນ​ສຸກວານນີ້ ແມ່ນ​ເທື່ອ​ທີ 2 ທີ່​ຜູ້​ພິ​ພາກ​ສາ​ຂອງ​ລັດ​ຖະ​ບານ​ກາງ
​ໄດ້​ພົບ​ເຫັນ​ວ່າ ໂຈດ​ມີ​ພື້ນ​ຖານ​ທີ່​ຈະ​ດຳ​ເນີນ​ການ​ກ່ຽວ​ກັບ​ຄະ​ດີ​ເລື້ອງ​ເງິນລາຍ​ຮັບ
​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG