ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ​້​ຕ້ອງ​ສົງ​ໄສ​ສົ່ງ ທີ່ສົ່ງວັດຖຸ​ລະ​ເບີດທາງໄປສະນີ ມີ​ກຳ​ນົດຈະ​ຂຶ້ນ​ສານ


ທ້າວ ຊີ​ຊາ ອາ​ເທຍ​ຣີ ຊາ​ຢອກ (Cesar Altieri Sayoc) (ເສື້ອ​ສີ​ດຳ), ຜູ້​ທີ່​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ສືບ​ສວນ​ສວນ ການ​ສົ່ງ​ວັດ​ຖຸ​ລະ​ເບີດຫຼາຍ​ຫໍ່ ຖືກ​ຕຳຫຼວດ​ນຳ​ຕົວ​ອອກ​ຈາກ​ຕຶກ​ຂອງ​ອົງ​ການ FBI ໃນ​ເມືອງ ມີ​ຣາ​ມາ, ລັດ ຟ​ລໍ​ຣິ​ດາ. 26 ຕຸ​ລາ 2018.
ທ້າວ ຊີ​ຊາ ອາ​ເທຍ​ຣີ ຊາ​ຢອກ (Cesar Altieri Sayoc) (ເສື້ອ​ສີ​ດຳ), ຜູ້​ທີ່​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ສືບ​ສວນ​ສວນ ການ​ສົ່ງ​ວັດ​ຖຸ​ລະ​ເບີດຫຼາຍ​ຫໍ່ ຖືກ​ຕຳຫຼວດ​ນຳ​ຕົວ​ອອກ​ຈາກ​ຕຶກ​ຂອງ​ອົງ​ການ FBI ໃນ​ເມືອງ ມີ​ຣາ​ມາ, ລັດ ຟ​ລໍ​ຣິ​ດາ. 26 ຕຸ​ລາ 2018.

ຄາດວ່າ ຜູ້ຊາຍທີ່ຖືກຈັບ ແລະຖືກກ່າວຫາ ໃນວັນສຸກຜ່ານມາ ວ່າໄດ້ສົ່ງຢ່າງໜ້ອຍ 13
ຫໍ່ວັດຖຸລະເບີດ ໄປໃຫ້ພວກທີ່ຕ້ອງຕິປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ຈະໄປປາກົດໂຕ ຢູ່ສານເປັນເທື່ອທຳອິດ ອີງຕາມລາຍງານຂອງຂ່າວສານ ທີ່ກົດໝາຍ
ບັງຄັບໃຊ້ໄດ້ເລົ່າສູ່ຟັງ.

ແຫຼ່ງຂ່າວບັງຄັບໃຊ້ກົດໝາຍແຫ່ງນຶ່ງ ໄດ້ບອກອົງການຂ່າວ ຊີບີແອັສ ວ່າ ຄາດວ່າ ທ້າວ
ຊີຊາ ເຊຢັກ ໄວ 56 ປີ ຢູ່ເມືອງ ອາແວັນຕູຣາ ລັດ ຟລໍຣີດາ ຈະໄປປາກົດໂຕຢູ່ສານ ໃນ
ວັນຈັນມື້ອື່ນ ໃນຂະນະ ທີ່ ອົງການຂ່າວ ຊີແອັນບີຊີ ລາຍງານວ່າ ທ້າວ ເຊຢັກ ຈະໄປປາ
ກົດໂຕເປັນຄັ້ງທຳອິດໃນສານ ຊ້ອງໜ້າ ຜູ້ພິພາກສາສານຂອງລັດຖະບານກາງໃນນະ
ຄອນ ໄມອາມີ ລັດຟລໍຣີດາໃນວັນຈັນມື້ອື່ນ.

ຂ່າວສານ ເອພີ ເລົ່າວ່າ ເຈົ້າໜ້າທີ່ກົດໝາຍທ່ານນຶ່ງ ທີ່ເວົ້າວ່າ ລາວຈະໄປປາກົດໂຕຄັ້ງ
ທຳອິດຢູ່ລັດຟລໍຣີດາ ກ່ອນຈະປະເຊີນໜ້າກັບຂໍ້ຫາຕ່າງໆຢູ່ໃນສານຂອງລັດຖະບານ
ກາງໃນນິວຢັອກ ບ່ອນທີ່ຫ້າຫໍ່ ໃນຈຳນວນ 12 ຫໍ່ດັ່ງກ່າວ ໄດ້ຖືກພົບເຫັນນັ້ນ. ເຈົ້າໜ້າ
ທີ່ຄົນດັ່ງກ່າວບໍ່ໄດ້ຮັບອະນຸຍາດໃຫ້ສົນທະນາເລື້ອງການຮ້ອງຟ້ອງນີ້ ເພາະສະນັ້ນຈຶ່ງ
ໄດ້ເວົ້າອອກມາໃນເງື່ອນໄຂທີ່ບໍ່ໃຫ້ອອກຊື່.

ທ້າວ ເຊຢັກ ທີ່ມີປະຫວັດອາດຊະຍາກຳມາ ເປັນເວລາຫຼາຍທົດສະວັດ ພວມປະເຊີນ
ໜ້າກັບຂໍ້ກ່າວຫາ ຫ້າກະໂທງ ທີ່ເຊື່ອມໂຍງກັບການສົ່ງຫໍ່ເລິກລັບທາງໄປສະນີ ເປັນເວ
ລາມາ ໄດ້ນຶ່ງສັບປະດາ.

ທ່ານ ເຈັຟ ແຊັສເສິນ ລັດຖະມົນຕີ ກະຊວງ ຍຸຕິທຳ ໄດ້ບອກພວກນັກຂ່າວວ່າ ທ້າວ
ຊີຊາ ເຊຢັກ ໄວ 56 ປີ ຈາກ ເມືອງ ອາແວນຕູຣາ ລັດ ຟລໍຣີດາ ພວມໄດ້ຮັບຂໍ້ກ່າວຫາ
ອາດຊະຍາກຳ ຂອງລັດຖະບານກາງ ຫ້າກະໂທງ ອັນມີລວມທັງການສົ່ງຫໍ່ວັດຖຸລະ
ເບີດທາງໄປສະນີ ແລະຂົ່ມຂູ່ ພວກຂ້າລັດຖະການນຳ. ທ່ານເວົ້າຕື່ມວ່າ ທ້າວ ເຊຢັກ
ປະເຊີນໜ້າກັບການຕິດຄຸກດົນເຖິງ 48 ປີ ຖ້າພົບເຫັນວ່າມີຄວາມຜິດ.

A man who was arrested and charged Friday with mailing at least 13 packages containing explosive devices to critics of U.S. President Donald Trump is expected to make his first court appearance, according to media reports citing law enforcement officials.

A law enforcement source told CBS News that Cesar Sayoc, a 56-year-old resident of Aventura, Florida, is expected to appear in court on Monday, while CNBC reports Sayoc will make his first court appearance before a federal judge in Miami, Florida on Monday.

The Associated Press cites a law enforcement official who said he will make an initial court appearance in Florida before facing charges in federal court in New York, where five of the 12 devices were recovered. The official was not authorized to discuss the prosecution and therefore spoke on condition of anonymity.

Sayoc, a man with a decades-long criminal record, faces five charges in connection with the week-long mail bomb plot.

Attorney General Jeff Sessions told reporters Cesar Sayoc, 56, of Aventura, Florida, is being charged with five federal crimes, including the illegal mailing of explosive devices and threatening government officials. He added that Sayoc faces up to 48 years in prison if found guilty.

XS
SM
MD
LG