ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີລາຍງານວ່າ ທະຫານພະຍາຍາມ ເຮັດລັດຖະປະຫານ ຢູ່ ບູຣຸນດີ


ຜູ້ຄົນຍ່າງຜ່ານໄປມາ ໃກ້ໆກັບເຄື່ອງກີດຂວາງທີ່ຖືກຈູດ ໃນລະຫວ່າງການປະທ້ວງ ຕໍ່ຕ້ານການສະໝັກແຂ່ງຂັນ ເອົາຕຳແໜ່ງສະໄໝທີ 3 ຂອງປະທານາທິບໍດີ Pierre Nkurunziza ທີ່ນະຄອນຫຼວງ Bujumbura (13 ພຶດສະພາ 2015)
ຜູ້ຄົນຍ່າງຜ່ານໄປມາ ໃກ້ໆກັບເຄື່ອງກີດຂວາງທີ່ຖືກຈູດ ໃນລະຫວ່າງການປະທ້ວງ ຕໍ່ຕ້ານການສະໝັກແຂ່ງຂັນ ເອົາຕຳແໜ່ງສະໄໝທີ 3 ຂອງປະທານາທິບໍດີ Pierre Nkurunziza ທີ່ນະຄອນຫຼວງ Bujumbura (13 ພຶດສະພາ 2015)

ນາຍພົນຄົນນຶ່ງໃນປະເທດ Burundi ກ່າວວ່າ ທ່ານໄດ້ໂຄ່ນລົ້ມ
ປະທານາທິບໍດີ Pierre Nkurunziza ທີ່ພວມເດີນທາງໄປຕ່າງ
ປະເທດ ເພື່ອເຂົ້າຮ່ວມ ກອງປະຊຸມປະຊາຄົມໃນເຂດອາຟຣິກາ
ຕາເວັນອອກ.

ນາຍພົນ Godefroid Niyombare ໄດ້ປະກາດເລື້ອງນີ້ ໂດຍ
ຜ່ານທາງສະຖານີວິທະຍຸເອກກະຊົນຂອງ Burundi ຫຼາຍແຫ່ງ
ໃນວັນພຸດມື້ນີ້.

Gabe Joselow ຜູ້ສື່ຂ່າວຂອງວີໂອເອ ຢູ່ທີ່ນະຄອນຫຼວງ Bu-
jumbura ກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ນາຍພົນທ່ານນີ້ໄດ້ຮັບການໜຸນຫລັງ ຢ່າງເຕັມທີ່ຈາກທາງກອງທັບຫລືບໍ່.

Burundi
please wait
Embed

No media source currently available

0:00 0:00:59 0:00

ຜູ້ສື່ຂ່າວ Joselow ກ່າວວ່າ ທ່ານນາງໄດ້ຍິນສຽງປືນດັງຂຶ້ນຕະຫລອດມື້ ຢູ່ໃນນະຄອນ ດັ່ງກ່າວໃນຂະນະທີ່ຕຳຫຼວດປະທະກັນກັບພວກປະທ້ວງ. ອັນທີ່ປາກົດວ່າເປັນຄວາມພະ ຍາຍາມໃນການກໍ່ລັດຖະປະຫານ ມີຂຶ້ນຫລັງຈາກໄດ້ເກີດຄວາມເຄັ່ງຕຶງເປັນເວລາຫຼາຍ ອາທິດນັບຕັ້ງແຕ່ປະທານາທິບໍດີໄດ້ປະກາດວ່າທ່ານຈະລົງສະໝັກແຂ່ງຂັນເອົາຕຳແໜ່ງ ເປັນສະໄໝທີ 3.

ພວກຕຳໜິຕິຕຽນຕໍ່ແຜນການກ່າວວ່າ ການເຂົ້າຮັບຕຳແໜ່ງສະໄໝທີ 3 ຈະຂັດຕໍ່ລັດຖະ ທຳມະນູນໃນຂະນະທີ່ປະທານາທິບໍດີແລະພວກສະໜັບສະໜຸນທ່ານຢືນຢັດວ່າ ມັນເປັນ ການຖືກຕ້ອງຕາມກົດໝາຍ ຍ້ອນວ່າທ່ານໄດ້ຮັບຖືກເລືອກໂດຍບັນດາສະມາຊິກສະພາ ບໍ່ແມ່ນຈາກການເລືອກຕັ້ງທົ່ວໄປໃນການເຂົ້າຮັບຕຳແໜ່ງສະໄໝທີ 1 ໃນປີ 2005. ສານ ລັດຖະທຳມະນູນຂອງ Burundi ໄດ້ຕັດສິນເຫັນພ້ອມກັບປະທານາທິບໍດີ.

XS
SM
MD
LG