ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍໆປະເທດ ຄ່ອຍໆເອົາບາດກ້າວ ຜ່ອນຄາຍມາດຕະການກັກໂຕ ເພື່ອຈະກັບຄືນສູ່ຄວາມປົກກະຕິຄືເກົ່າ


ພວກຜູ້ໂດຍສານ, ຊ້າຍ, ຜູ້ທີ່ຫາກໍເດີນທາງໄປເຖິງສະໜາມບິນ
ຍ່າງຜ່ານພວກພະນັກງານຈຸບິນຂອງສາຍການບິນອາຟຣິກາໃຕ້, ຂວາ, ໃນຂະນະໄປຫາພະແນກກວດຄວາມປອດໄພ ທີ່ສະໜາມບິນແຟຣກເຟີຕ ຂອງເຢຍຣະມັນ, ເມື່ອວັນເສົາ ທີ18 ເມສາ 2020.
ພວກຜູ້ໂດຍສານ, ຊ້າຍ, ຜູ້ທີ່ຫາກໍເດີນທາງໄປເຖິງສະໜາມບິນ ຍ່າງຜ່ານພວກພະນັກງານຈຸບິນຂອງສາຍການບິນອາຟຣິກາໃຕ້, ຂວາ, ໃນຂະນະໄປຫາພະແນກກວດຄວາມປອດໄພ ທີ່ສະໜາມບິນແຟຣກເຟີຕ ຂອງເຢຍຣະມັນ, ເມື່ອວັນເສົາ ທີ18 ເມສາ 2020.

ຫຼາຍໆປະເທດ ກຳລັງຄ່ອຍໆເອົາບາດກ້າວເພື່ອຜ່ອນຄາຍຄຳສັ່ງໃຫ້ກັກໂຕຢູ່ໃນເຮືອນ ທີ່ໄດ້ວາງອອກໄປແລ້ວນັ້ນ ໃນການຄວບຄຸມການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່.

ທາງການຂອງເຢຍຣະມັນ ໄດ້ອະນຸຍາດໃຫ້ຮ້ານຄ້າຂະໜາດນ້ອຍເປີດຄືນໃໝ່ໄດ້ໃນວັນຈັນມື້ນີ້ ໃນຂະນະທີ່ຍັງບັງຄັບໃຊ້ກົດລະບຽບໃຫ້ຢູ່ຫ່າງຈາກກັນໃນສັງຄົມ. ທຸລະກິດຂະໜາດນ້ອຍ ຫຼາຍຮ້ອຍແຫ່ງ ຢູ່ໃນອາລບາເນຍ ໄດ້ຮັບອະນຸ ຍາດໃຫ້ເປີດໄດ້ໃນວັນຈັນມື້ນີ້ ເປັນຄັ້ງທຳອິດໃນໄລຍະນຶ່ງເດືອນມານີ້. ສ່ວນພວກກຳປັ່ນຫາປາແລະໂຮງງານປຸງແຕ່ງອາຫານທັງຫຼາຍກໍຈະສາມາດດຳເນີນ ກິດຈະການໄດ້ຄືນຄືເກົ່າເຊັ່ນກັນ.

ປະເທດສຣີລັງກາໄດ້ຍົກເລີກຄຳສັ່ງຫ້າມບໍ່ໃຫ້ອອກນອກບ້ານໃນສອງສ່ວນສາມ ຂອງປະເທດໂດຍວາງແຜນທີ່ຈະຜ່ອນຄາຍຄຳສັ່ງໃຫ້ກັກໂຕໃນສ່ວນທີ່ເຫຼືອຂອງ ປະເທດ ໃນວັນພຸດຈະມາເຖິງນີ້.

ພວກນັກສຶກສາຢູ່ໃນນໍເວ ໄດ້ພາກັນກັບຄືນໄປໂຮງຮຽນໃນວັນຈັນມື້ນີ້ໃນຂະນະ ທີ່ ຈຳພວກນັກສຶກສາທັງຫຼາຍຢູ່ໃນເດັນມາກ ກໍມີກຳນົດທີ່ຈະກັບຄືນໄປຮ່ຳຮຽນໃນວັນພຸດຈະມາເຖິງນີ້ ເຊັ່ນດຽວກັນ.

ຫົວໜ້າອົງການອະນາໄມໂລກ ຫຼື WHO ທ່ານເທໂດຣສ ອາດານົມ ເກບຣີເຢສັສ ໄດ້ກ່າວວ່າ ທ່ານໄດ້ຮັບ “ກຳລັງໃຈ” ໂດຍປະເທດທັງຫຼາຍ ມີການວາງແຜນວິທີຜ່ອນຄາຍການຈຳກັດທາງດ້ານສັງຄົມ ແຕ່ທ່ານກໍໄດ້ເຕືອນວ່າ ມັນ “ສໍາຄັນຍິ່ງທີ່ມາດຕະການເຫຼົ່ານີ້ ຍັງຈະດໍາເນີນເປັນແຕ່ລະຂັ້ນໄປ.”

ນິວຊີແລນ ໄດ້ປະກາດໃນວັນຈັນມື້ນີ້ ວ່າ ແຜນການຂອງຕົນນັ້ນ ທີ່ຈະເລີ້ມອອກມາຈາກມາດຕະການກັກໂຕໄລຍະນຶ່ງເດືອນຜ່ານມາ ຕັ້ງແຕ່ວັນທີ 27 ເດືອນເມສາ ເປັນຕົ້ນໄປດ້ວຍວິທີເປັນຂັ້ນຕອນດັ່ງກ່າວ. ນາຍົກລັດຖະມົນຕີ ຈາຊິນດາ ອາຣເດີນ ໄດ້ກ່າວວ່າ ການຈຳກັດບາງສ່ວນ ຈະຖືກປົດອອກເປັນເວລາໄລຍະສອງອາທິດ ຊຶ່ງໃນເວລານັ້ນ ລັດຖະບານຂອງທ່ານນາງ ຈະປະເມີນເບິ່ງສະພາບການ ແລະຕັດສິນວ່າ ຄວນຈະອະນຸຍາດກິດຈະກຳໃດໆຕື່ມອີກ ຫຼືບໍ່.

ບັນດາເຈົ້າໜ້າທີ່ໃນເກົາຫຼີໃຕ້ ຍັງໄດ້ຮຽກຮ້ອງໃຫ້ລະມັດລະວັງວິທີການດັ່ງກ່າວ ຫຼັງຈາກທີ່ໄດ້ຍົກເລີກມາດຕະການກັກໂຕສ່ວນນຶ່ງໄປແລ້ວ ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອໄວຣັສໃໝ່ຢູ່ທີ່ນັ້ນ ກໍຍັງສືບຕໍ່ສະແດງໃຫ້ເຫັນວ່າ ໄດ້ຫລຸດລົງຢ່າງຕໍ່ເນື່ອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG