ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ເທດ​ຕ່າງໆ ພາ​ກັນ​ຍົກ​ຍ້າຍນັກ​ການ​ທູດ ແລະ​ພົນ​ລະ​ເມືອງ​ຂອງ​ຕົນ ​ອອກ​ຈາກ​ຊູ​ດານ


ຊາວ​ຈໍ​ແດນທີ່​ໄດ້​ຍົກ​ຍ້າຍ​ອອກ​ຈາກຊູ​ດານ ​ໄດ້​ໄປ​ເຖິງສະ​ໜາມ​ບິນ​ທະ​ຫານ Marka ໃນ​ນະ​ຄອນ​ຫລວງ​ອຳ​ມານ​ຂອງ​ຈໍ​ແດນ, ວັນ​ທີ 24 ເມ​ສາ, 2023
ຊາວ​ຈໍ​ແດນທີ່​ໄດ້​ຍົກ​ຍ້າຍ​ອອກ​ຈາກຊູ​ດານ ​ໄດ້​ໄປ​ເຖິງສະ​ໜາມ​ບິນ​ທະ​ຫານ Marka ໃນ​ນະ​ຄອນ​ຫລວງ​ອຳ​ມານ​ຂອງ​ຈໍ​ແດນ, ວັນ​ທີ 24 ເມ​ສາ, 2023

ປະເທດຕ່າງໆ ກຳລັງເລັ່ງຍົກ​ຍ້າຍນັກການທູດ ແລະພົນລະເມືອງຂອງຕົນອອກຈາກຄາ​ຣ໌​ທູມ, ນະຄອນຫຼວງຂອງຊູດານ ໃນຂະນະທີ່ການສູ້ລົບກັນລະຫວ່າງສອງຝ່າຍ​ທີ່​ເປັນປໍ​ລະ​ປັກ​ກັນ ຢູ່ໃນເມືອງຫຼວງຂອງປະເທດໃນ​ເຂດຕາເວັນອອກສຽງເໜືອ ຂອງອາຟຣິກາແຫ່ງນັ້ນ ຍັງສືບຕໍ່ດຳ​ເນີນ​ໄປ.

ກາ​ນາ​ດາ, ອີ​ຈິບ, ຝຣັ່ງ, ເຢຍ​ຣະ​ມັນ, ອີ​ຕາ​ລີ, ສະ​ວີ​ເດັນ ​ແລະ​ສະ​ຫະ​ລັດ​ແມ່ນ​ລວມ​ຢູ່​ໃນ​ບັນ​ດາ​ປະ​ເທດ ​ທີ່​ນໍາ​ໃຊ້​ເຮືອ​ບິນ ​ແລະ​ຂະ​ບວນ​ລົດ ​ເພື່ອ​ນໍາ​ເອົາ​ຄົນ​ຕ່າງ​ປະ​ເທດ​ອອກໄປ​ຈາກ​ຊູ​ດານ​.

ຊາວ​ຈໍ​ແດນ ແລະ​ສັນ​ຊາດ​ອື່ນທີ່​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ຈາກຊູ​ດານ​ໄດ້​ໄປ​ເຖິງສະ​ໜາມ​ບິນ​ທະ​ຫານ Marka ໃນ​ນະ​ຄອນ​ຫລວງ​ອຳ​ມານ​ຂອງ​ຈໍ​ແດນ, ວັນ​ທີ 24 ເມ​ສາ, 2023.
ຊາວ​ຈໍ​ແດນ ແລະ​ສັນ​ຊາດ​ອື່ນທີ່​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ຈາກຊູ​ດານ​ໄດ້​ໄປ​ເຖິງສະ​ໜາມ​ບິນ​ທະ​ຫານ Marka ໃນ​ນະ​ຄອນ​ຫລວງ​ອຳ​ມານ​ຂອງ​ຈໍ​ແດນ, ວັນ​ທີ 24 ເມ​ສາ, 2023.

ມາ​ຮອດ​ປັດຈຸ​ບັນ, ມີ​ຜູ້​ເສຍ​ຊີວິດຫລາຍກວ່າ 420 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ ຫລາຍ​ພັນ​ຄົນ.

ຄົນສັນຊາດຊູດານ ກຳລັງຕໍ່ສູ້ເພື່ອປ້ອງ​ກັນຕົນເອງ ທ່າມກາງໄຟຟ້າດັບ ແລະ ການ ບໍລິການທາງອິນເຕີແນັດຖືກ​ຕັດ​ຂາດ.

ຊາວ​ຊູ​ດານ​ບາງ​ຄົນ ​ໄດ້​ຕັດ​ສິນ​ໃຈ​ອອກໄປ​ສູ່​ຖະ​ຫນົນ​ຫົນ​ທາງທີ່​ເປັນ​ອັນ​ຕະ​ລາຍ ໂດຍ​ຂີ່​ລົດ​ ແລະ​ລົດ​ເມ​ ເພື່ອ​ຫລົບຫນີ​.

ຫົວໜ້າ​ອົງການ​ພັດທະນາ​ສາກົນ​ຂອງ​ສະຫະລັດ ຫລື USAID ​ໄດ້​ປະກາດ​ໃນ​ວັນ​ອາ ທິດ​ວານ​ນີ້ ​ວ່າຕົນ​ໄດ້​ສົ່ງ​ຄະນະ​ຊ່ຽວຊານ ​ດ້ານການຮັບ​ມືກັບ​ໄພພິບັດ ​ໄປ​ປະ​ເທດ​ຊູ​ດານ. ຫົວໜ້າອົງການ USAID ທ່ານນາງ​ຊາ​ແມນ​ຕາ ພາວ​ເວີ (Samantha Power) ກ່າວ​ວ່າ ທີມ​ງານ ໃນ​ຂັ້ນ​ຕົ້ນ ຈະ​ເລີ້ມປະ​ຕິ​ບັດ​ງານ ໃນ​ເຄັນ​ຢາ.

ທ່ານນາງ​ພາວ​ເວີ ກ່າວ​ວ່າ “ສະຫະລັດ​ກຳລັງ​ລະດົມເອົາ​ການ​ຊ່ວຍໄປ​ໃຫ້​ປະຊາຊົນ​ຊູ​ດານ​ທີ່​ຖືກ​ຕັນ​ໄວ້ຢູ່​ລະຫວ່າງກາງ ​ຂອງຝ່າຍ​ທີ່​ທຳ​ສົງຄາມກັນ.” ທ່ານນາງ ກ່າວວ່າ ທີມງານຮັບ​ມື​ກັບໄພພິບັດ ຫຼື DART ຈະເຮັດວຽກຮ່ວມກັບ "ປະ​ຊາ​ຄົມສາກົນ ແລະ ຄູ່ຮ່ວມ​ມືສາກົນຂອງພວກເຮົາເພື່ອກໍານົດຄວາມຕ້ອງການ ທີ່​ເປັນບູລິມະສິດ ແລະສະ ຫນອງການຊ່ວຍເຫຼືອດ້ານມະນຸດສະທໍາເພື່ອຊ່ວຍ​ຊີ​ວິດ​ໃຫ້ກັບຜູ້ທີ່ຕ້ອງການຫຼາຍ ທີ່ສຸດ."

ເບິ່ງວີ​ດິ​ໂອ​ທີ່​ນຳ​ມາ​ເຜີຍ​ແຜ່​ໂດຍນັກ​ຂ່າວ​ວີ​ໂອ​ເອ, Veronica Balderas:

Americans Left in Sudan Must Shelter in Place Until Further Notice
please wait

No media source currently available

0:00 0:02:38 0:00

"ໃນຊ່ວງເວລາທີ່ຄອບຄົວຂອງຊາວຊູດານຫຼາຍຄອບ​ຄົວ ຄວນຈະສະເຫຼີມສະຫຼອງ ການສິ້ນສຸດຂອງເດືອນສັກສິດຣາ​ມາ​ດານ, ແຕ່ພວກເຂົາເຈົ້າ ກັບ​ມາຕົກຢູ່​ໃນ​ຄວາມ​ຢ້ານ​ກົວ​ແທນ," ນັ້ນ​ຄື​ຄຳ​ເວົ້າ​ ຂອງ​ທ່ານ​ນາງ​ພາວ​ເວີ.

ການ​ປະ​ທະ​ກັນ​ລະ​ຫວ່າງ​ພັກ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກຍັງ​ໄດ້​ເກີດ​ຂຶ້ນ​ຢູ່ໃນ​ເຂດດາ​ຟົວ​ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG