ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ຖິ້ມໂທດໃສ່ ຣັດເຊຍ ທີ່ໂຈມຕີ ລົດຂົນສົ່ງ ເຄື່ອງຊ່ວຍເຫຼືອ

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງ, ນັ່ງໃກ້ກັບທູດພິເສດ ອົງການສະຫະປະຊາຊາດ ປະຈຳຊີເຣຍ ທ່ານ Staffan de Mistura, ຂວາ, ແລະ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ໃນລະຫວ່າງ ກອງປະຊຸມ ພົບປະກັບ ກຸ່ມສະໜັບສະໜູນ ຊີເຣຍ ສາກົນ ໃນນະຄອນ New York, ວັນທີ 20 ກັນຍາ 2016.

ສະຫະລັດ ຖືວ່າ​ຣັດ​ເຊຍ ​ເປັນ​ຜູ້ຮັບຜິດຊອບ​ຕໍ່ການໂຈມຕີຂະບວນລົດຂົນສົ່ງເຄື່ອງ ຊ່ວຍເຫຼືອດ້ານມະນຸສະທຳ ຢູ່ໃນພາກເໜືອຂອງຊີເຣຍ ທີ່ໄດ້ສັງຫານ ພົນລະເຮືອນ 20 ຄົນ ແລະ ເຈົ້າໜ້າທີ່ຂອງອົງການກາ ແດງຂອງຊີເຣຍທ່ານໜຶ່ງ ນັ້ນ.

ເຈົ້າໜ້າທີ່ອາວຸໂສ ຂອງທຳນຽບຂາວ ທ່ານ Ben Rhodes ກ່າວວ່າ ຫຼັກຖານທັງໝົດ ສະແດງໃຫ້ເຫັນວ່າ ຂະບວນລົດຂົນເຄື່ອງຊ່ວຍເຫຼືອ ໄດ້ເປັນເປົ້າໝາຍຂອງການ ໂຈມຕີທາງອາກາດ ແລະ ເນື່ອງຈາກວ່າ ພວກຕໍ່ຕ້ານລັດຖະບານ ຢູ່ໃນຊີເຣຍ ບໍ່ມີ ກຳລັງທາງອາກາດ, ການໂຈມຕີທາງອາກາດນັ້ນ ມີ​ພຽງ​ແຕ່​ເປັນ​ການດຳເນີນການ ໂດຍກອງກຳລັງລັດຖະບານຊີເຣຍ ຫຼື ຣັດເຊຍ ທີ່​ເປັນພັນທະມິດ ຂອງພວກເຂົາເຈົ້າ ເທົ່ານັ້ນ.

ພາບນີ້ ສະໜອງໂດຍ ກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຂອງໂທລະພາບຂ່າວຊ່ອງ 24 Aleppo, ສະແດງໃຫ້ເຫັນຄວາມເສຍຫາຍ ຕໍ່ພວກລົດບັນທຸກ ທີ່ບັນຈຸເຄື່ອງຊ່ວຍເຫຼືອ ໃນເມືອງ Aleppo ຂອງຊີເຣຍ ເມື່ອວັນອັງຄານ ທີ 20 ກັນຍາ 2016.
ພາບນີ້ ສະໜອງໂດຍ ກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຂອງໂທລະພາບຂ່າວຊ່ອງ 24 Aleppo, ສະແດງໃຫ້ເຫັນຄວາມເສຍຫາຍ ຕໍ່ພວກລົດບັນທຸກ ທີ່ບັນຈຸເຄື່ອງຊ່ວຍເຫຼືອ ໃນເມືອງ Aleppo ຂອງຊີເຣຍ ເມື່ອວັນອັງຄານ ທີ 20 ກັນຍາ 2016.

ການໂຈມຕີທາງອາກາດທີ່ຮ້າຍແຮງ ຢູ່ພາກຕາເວັນຕົກຂອງເມືອງ Aleppo ເມື່ອວັນຈັນ ຜ່ານມາ ຍັງໄດ້ທຳລາຍ ອາຫານ ແລະຢາປົວພະຍາດ ທີ່ມີຄວາມຕ້ອງການຢ່າງຮີບດ່ວນ ກວ່າ 100 ໂຕນ.

ທ່ານ Rhodes ເປັນຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ ບາຣັກ ໂອບາມາ. ໃນການຖະແຫລງຕໍ່ບັນດານັກຂ່າວ ເມື່ອຕອນແລງວັນອັງຄານວານນີ້ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York ທ່ານ Rhodes ໄດ້ເນັ້ນຢ້ຳວ່າ ຣັດເຊຍ ໄດ້ປະຕິຍານ ຈະໃຫ້ເຮືອບິນລົບຂອງຕົນ ຢູ່ຫ່າງ ໄກຈາກ “ແຫ່ງຕ່າງໆບ່ອນທີ່ມີການສົ່ງ​ການຊ່ວຍເຫຼືອດ້ານມະນຸດສະທຳ ຜ່ານໄປ.”

Moscow ແລະ Damascus ປະຕິເສດວ່າ ຕົນບໍ່ມີສ່ວນກ່ຽວຂ້ອງ ໃນການໂຈມຕີ ດັ່ງກ່າວ. ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ຊາກຫັກພັງທີ່ຖືກເຜົາໄໝ້ ຂອງລົດບັນທຸກໃຫຍ່ 18 ຄັນ ທີ່ໄດ້ຈອດຢູ່ໃກ້ໆກັນ ພ້ອມທີ່ຈະແຈກຢາຍເຄື່ອງຂອງ ຕ່າງໆ ປາກົດວ່າ ເຄື່ອງບັນທຸກຢູ່ໃນລົດ ທີ່ຕິດໄຟ ໄດ້ເປັນສາເຫດ ຂອງຄວາມເສຍຫາຍ ແລະການສູນເສຍຊີວິດ.

ບັນດາເຈົ້າໜ້າທີ່ ບັນເທົາທຸກຂອງອົງການສະຫະປະຊາຊາດ ໄດ້ໂຈະຄວາມພະຍາຍາມ ບັນເທົາທຸກທັງໝົດໄວ້ ຊົ່ວຄາວ ຢູ່ໃນຊີເຣຍ ໃນຂະນະທີ່ ບັນດານັກການທູດ ຢູ່ທີ່ນະຄອນ New York ພະຍາຍາມຫາ​ທາງ ທີ່ຈະກອບກູ້ ຂໍ້ຕົກລົງຢຸດຍິງ ທີ່ແຕກຫັກ​ໄປນັ້ນ.

Obama Official: US Holds Russia Responsible in Aid Convoy Strike
please wait

No media source currently available

0:00 0:00:40 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG